ໃນລະຫວ່າງວັນທີ 21-23 ເມສາ 2025, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກເຊ ໂອເວຣຊຸກ (Alexey Overchuk) ຮອງນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ ໂດຍທ່ານ ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຫະພັນ ຣັດເຊຍ ໃນຄັ້ງນີ້ ເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ທີ່ຈະເດີນທາງເຂົ້າຮ່ວມພິທີສະເຫລີມສະຫລອງວັນໄຊຊະນະປົກປ້ອງປິຕຸພູມ ຄົບຮອບ 80 ປີ ທີ່ຈະຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ທີ່ ນະຄອນຫລວງມົດສະກູ ແລະ ທົບທວນຄືນການຈັດຕັ້ງປະຕິບັດ ຜົນການພົບປະ ລະຫວ່າງ ທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ໃນປີທີ່ຜ່ານມາ ໃຫ້ປະກົດຜົນເປັນຈິງ. ການພົບປະດັ່ງກ່າວ ໄດ້ດຳເນີນດ້ວຍບັນຍາກາດທີ່ອົບອຸ່ນ, ມີຄວາມເຂົ້າອົກເຂົ້າ ໃຈ ເຊິ່ງກັນ ແລະ ກັນ ເປັນຢ່າງດີ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃນໄລຍະທີ່ຜ່ານມາ ເຫັນວ່າມີຜົນສຳເລັດໃນຫລາຍດ້ານ ເຊິ່ງອັນພົ້ນເດັ່ນ ແມ່ນການພົວພັນຮ່ວມມືທາງດ້ານ ການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ວຽກງານມະນຸດສະທໍາ-ເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ເຫັນດີ ເພີ່ມທະວີຄວາມພະຍາຍາມຮ່ວມກັນ ໃນການຮ່ວມມືຂົງເຂດເສດຖະກິດ-ການຄ້າ ແລະ ການລົງທຶນໃນຕໍ່ໜ້າ ເນື່ອງຈາກວ່າ ຈຳນວນຕົວເລກການຮ່ວມມືໃນຂົງເຂດດັ່ງກ່າວ ຍັງບໍ່ທັນສູງເທົ່າທີ່ ຄວນ. ພ້ອມນີ້, ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນແມ່ນພະລັງງານສະອາດ, ການ ທ່ອງທ່ຽວ, ການຂົນສົ່ງ (ທາງບົກ, ທາງອາກາດ ແລະ ທາງນໍ້າ) ແລະ ການພັດທະນາແບບຍືນຍົງ ເພື່ອເຮັດໃຫ້ການ ຮ່ວມມືໃນຂົງເຂດວຽກງານເຫລົົ່ານີ້ ສາມາດນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ຫລາຍຂຶ້ນ.
ໃນໄລຍະດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ເຊຣເກ ລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ເຊິ່ງສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນທັດສະນະ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ພ້ອມທັງ ຢືນຢັນ ຈະສືບຕໍ່ພົວພັນຮ່ວມມືກັນທຸກຂັ້ນ, ໃຫ້ການສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທັງຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະ ໃນເວທີພາກພື້ນ ແລະ ສາກົນ.
ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນຣັດເຊຍ ໃນຄັ້ງນີ້, ຍັງໄດ້ໄປຢ້ຽມຢາມ ແລະ ເຮັດ ວຽກຮ່ວມກັບ ທ່ານ ອານາໂຕລີ ຕໍກູນົບ (Anatoly Torkunov) ອະທິການບໍດີມະຫາວິທະຍາໄລພົວພັນສາກົນ (MGIMO) ເຊິ່ງເຫັນວ່າ ມະຫາວິທະຍາໄລດັ່ງກ່າວ ເປັນມະຫາວິທະຍາໄລທີ່ມີຊື່ສຽງ ແລະ ຈັດຢູ່ໃນອັນດັບຕົ້ນໆຂອງ ຣັດເຊຍ ໂດຍມີການນຳຂັ້ນສູງ ຂອງ ສປປ ລາວ ຫລາຍທ່ານ ເຄີຍໄປສຶກສາຮໍ່າຮຽນ ຢູ່ທີ່ນັ້ນ. ທ່ານອະທິການບໍດີ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ນັກສຶກສາລາວ ທີ່ໃຫ້ຄວາມສຳຄັນ ແລະ ມີຄວາມສົນໃຈໃນການມາສຶກສາຮ່ຳຮຽນ ຢູ່ມະຫາວິທະຍາໄລດັ່ງກ່າວ, ພ້ອມທັງ ແຈ້ງໃຫ້ຊາບວ່າ ລັດຖະບານຣັດເຊຍ ໄດ້ໃຫ້ທຶນການສຶກສາ ແກ່ນັກສຶກສາລາວ ໄປສຶກສາທີ່ຣັດເຊຍ ຈຳນວນ 100 ທຶນ/ປີ. ສ່ວນມະຫາວິທະຍາໄລພົວພັນສາກົນ (MGIMO) ກໍ ໄດ້ໃຫ້ທຶນການສຶກ ສາແກ່ບັນດາປະເທດສະມາຊິກອາຊຽນ ພາຍໃຕ້ຂອບການຮ່ວມມື ສູນອາຊຽນ-MGIMO ຕື່ມອີກ.
ນອກນັ້ນ, ຍັງໄດ້ພົບປະສອງຝ່າຍກັບ ທ່ານ Dmitry Bakanov, ຜູ້ອຳນວຍການໃຫຍ່ບໍລິສັດ ROSCOSMOS ແຫ່ງລັດ ແຫ່ງສະຫະພັນຣັດເຊຍ. ໃນໂອກາດດັ່ງກ່າວ, ບໍລິສັດ ROSCOSMOS ໄດ້ລາຍງານ ໃຫ້ຊາບ ກ່ຽວກັບຄວາມເປັນມາ ແລະ ພາລະບົດບາດ ຂອງບໍລິສັດ ໃນການດຳເນີນການ ແລະ ການປະກອບສ່ວນສຳຄັນ ຂອງບໍລິສັດນີ້ ໃຫ້ແກ່ ລັດຖະບານ ສະຫະພັນຣັດເຊຍ ໃນວຽກງານອາວະກາດ. ພ້ອມກັນນີ້, ຝ່າຍລາວ ໄດ້ສະແດງ ຄວາມສົນໃຈ ແລະ ແລກປ່ຽນຄວາມເຫັນ ຕໍ່ຄວາມເປັນໄປໄດ້ ໃນການສົ່ງນັກສຶກສາລາວ ໄປຮ່ຳຮຽນວິຊາອາວະກາດ ໃນອະນາຄົດອັນໃກ້.
ຄຽງຄູ່ກັນນີ້, ຍັງໄດ້ໄປຢ້ຽມຢາມບໍລິສັດ ROSATOM, ໂດຍໄດ້ພົບປະກັບ ທ່ານ Nikolay Spassky ຮອງອຳນວຍການບໍລິສັດດັ່ງກ່າວ, ເຊິ່ງບໍລິສັດໄດ້ລາຍງານໃຫ້ຊາບກ່ຽວກັບໜ້າທີ່ວຽກງານ ແລະ ການ ບໍລິການກ່ຽວກັບ ພະລັງງານສະອາດ, ພ້ອມທັງແຈ້ງໃຫ້ຝ່າຍລາວຊາບ ວຽກງານບູລິມະສິດຕົ້ນຕໍ ໃນວຽກງານຄວາມ ປອດໄພ, ການກະກຽມບຸກຄະລາກອນ, ວິທີປ້ອງກັນເຫດ ກ່ຽວກັບການນຳໃຊ້ພະລັງງານໄຟຟ້າປະລາມານູ ໂດຍ ສັນຕິ. ນອກຈາກນີ້ ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ ໃນການຮ່ວມມືພັດທະນາພະລັງງານສະ ອາດ ແລະ ການຮ່ວມມືພະລັງງານໄຟຟ້າປະລາມານູ ໂດຍສັນຕິ ໃນອະນາຄົດ.
ຂ່າວ-ພາບ: ກົມເອີຣົບ-ອາເມຣິກາ ຕປທ + ກົມປະຊາສຳພັນ ຫສນຍ