Tuesday, April 29, 2025
Homeຂ່າວໜ້າໜຶ່ງຜົນສຳເລັດຂອງການເດີນທາງຢ້ຽມຢາມ ລັດຖະກິດຢູ່ ສປປ ລາວ ຂອງປະທານປະເທດ ຫວຽດນາມ

ຜົນສຳເລັດຂອງການເດີນທາງຢ້ຽມຢາມ ລັດຖະກິດຢູ່ ສປປ ລາວ ຂອງປະທານປະເທດ ຫວຽດນາມ

ການເດີນທາງມາ ສປປ ລາວ ຄັ້ງນີ້ ຂອງສະຫາຍ ເລືອງ ເກືອງ ເປັນການເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຄັ້ງທຳອິດ ໃນຖານະຕຳແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມຄົນໃໝ່ ພາຍຫລັງໄດ້ຮັບການເລືອກຕັ້ງໃນເດືອນ 10 ປີ 2024 ຜ່ານມາ ແລະ ສປປ ລາວ ແມ່ນເປັນປະເທດທໍາອິດ ທີ່ປະທານປະເທດ ເລືອງ ເກືອງ ເຄື່ອນໄຫວຢ້ຽມຢາມຕ່າງປະເທດໃນປີ 2025 ນີ້. ສິ່ງດັ່ງກ່າວ, ນອກຈາກຈະເປັນການປະຕິບັດຕາມປະເພນີ ທີ່ສອງຝ່າຍເຄີຍປະຕິບັດຮ່ວມກັນມາແຕ່ດົນນານແລ້ວ ຍັງເປັນການສະແດງໃຫ້ເຫັນເຖິງ ການໃຫ້ຄວາມສຳຄັນ ແລະ ຈັດບູລິມະສິດຕົ້ນຕໍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນການເສີມຂະຫຍາຍສາຍພົວພັນແບບພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ ຂອງສອງປະເທດ.

ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດ ໃນວັນທີ 26 ເມສາ 2025 ກ່ຽວກັບຜົນສຳເລັດຂອງການເດີນທາງຢ້ຽມຢາມ ລັດຖະກິດ ສປປ ລາວ ຂອງ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ເຊິ່ງໃນການຢ້ຽມຢາມຄັ້ງນີ້, ມີຜົນສຳເລັດອັນພົ້ນຫລາຍດ້ານ ເປັນຕົ້ນ ສອງປະທານປະເທດຈະຊຸກຍູ້ ແລະ ອໍານວຍຄວາມສະດວກທຸກປະການ ໃນການຈັດຕັ້ງປະຕິບັດບັນດາ ຂໍ້ຕົກລົງ ຂອງການນຳສູງສຸດ ຂອງສອງພັກ, ສອງລັດ ໄດ້ຕົກລົງກັນ ແນ່ໃສ່ເພີ່ມທະວີການພົວພັນຮ່ວມມືໃນດ້ານຕ່າງໆ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິພາບສູງກວ່າເກົ່າ. ພ້ອມນີ້, ຍັງໄດ້ມີການປຶກສາຫາລືກັນ ແລະ ແລກປ່ຽນຄຳຄິດເຫັນ ຮ່ວມກັນຢ່າງກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງ ໃນຫລາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນ ເຫັນດີໃນການສືບຕໍ່ເພີ່ມທະວີ ການຮ່ວມມືທາງດ້ານການເມືອງ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນລະດັບສູງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນຂອບສອງຝ່າຍ ແລະ ເວທີພາກພື້ນ, ສາກົນ ແລະ ຖືການພົວພັນຮ່ວມມື ທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ສືບຕໍ່ເປັນເສົາຄ້ຳຂອງການຮ່ວມມືພິເສດ ທີ່ເປັນມູນເຊື້ອຂອງສອງຊາດ; ສອງປະທານປະເທດ ຈະພ້ອມກັນຊຸກຍູ້ເຮັດໃຫ້ ການພົວພັນຮ່ວມມືທາງດ້ານເສດຖະກິດ ນັບມື້ນັບມີປະສິດທິຜົນ ເພື່ອນຳເອົາຜົນປະໂຫຍດລວມ ມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ ໂດຍສະເພາະ ແມ່ນການເຊື່ອມໂຍງພື້ນ ຖານເສດຖະກິດໃນຕໍ່ໜ້າ ຜ່ານບັນດາໂຄງການຮ່ວມມື ທີ່ມີລັກສະນະຍຸດທະສາດຂອງສອງປະເທດ ໃຫ້ປະກົດຜົນເປັນຈິງ ຄື: ໂຄງການເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ, ໂຄງການກໍ່ສ້າງເສັ້ນທາງລົດໄຟ ແລະ ໂຄງການອື່ນໆ. ພິເສດ, ສອງປະທານປະເທດ ຍັງໄດ້ເປັນສັກຄີພິຍານການລົງນາມ ເອກະສານຮ່ວມມືບາງກະຊວງ, ຂະແໜງສູນການ ແລະ ທ້ອງຖິ່ນ ຈຳນວນ 3 ສະບັບ ແລະ ເອກະສານມອບ-ຮັບ 1 ສະບັບຄື: 1. ໜັງສືເຈດຈໍານົງ ວ່າດ້ວຍ ການຊ່ວຍເຫລືອກໍ່ສ້າງສໍານັກງານກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ລະຫວ່າງ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ສສ ຫວຽດນາມ; 2. ແຜນການຮ່ວມມື ປະຈໍາປີ 2025 ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ; 3. ບົດບັນທຶກຊ່ວຍຈຳ ວ່າດ້ວຍ ການຮ່ວມມື ລະຫວ່າງ ອໍານາດການປົກຄອງ ແຂວງອັດຕະປື ແຫ່ງ ສປປ ລາວ ແລະ ຄະນະກໍາມະການປະຊາຊົນ ແຂວງຢາລາຍ ແຫ່ງ ສສ ຫວຽດນາມ ໄລຍະ 2025-2030 ແລະ 4. ໃບອະນຸຍາດລົງທຶນ (ສະບັບດັດແກ້) ໃຫ້ແກ່ບໍລິສັດໄຟຟ້າເຊຂະໝານ 3 ຈຳກັດ. ພິເສດ, ສະຫາຍ ປະທານປະເທດ ເລືອງ ເກືອງ ຍັງໄດ້ປະກາດມອບເງິນຊ່ວຍເຫລືອ ຈຳນວນ 3 ລ້ານ ໂດລາ ສະຫະລັດ ເພື່ອສ້າງໂຮງໝໍ ຢູ່ແຂວງວຽງຈັນ ແນໃສ່ຊ່ວຍເຫລືອ ສປປ ລາວ ປັບປຸງ ແລະ ຍົກຄຸນນະພາບໃນການປິ່ນປົວສຸຂະພາບ ໃຫ້ແກ່ປະຊາຊົນຢູ່ແຂວງດັ່ງກ່າວ. ໃນໂອກາດນີ້, ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນລາວ ຂໍສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ອັນລ້ຳຄ່າ ຈາກພັກ, ລັດຖະບານ ແລະ ປະຊົນຫວຽດນາມອ້າຍນ້ອງຄັ້ງນີ້ດ້ວຍ.

ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງສະຫາຍ ເລືອງ ເກືອງ ເຖິງໃຊ້ເວລາພຽງ 2 ວັນ, ແຕ່ສະຫາຍ ຍັງໄດ້ພົບປະກັບ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພ້ອມທັງໄດ້ຢ້ຽມຢາມຄອບຄົວປະທານ ໄກສອນ ພົມວິຫານ, ອະດີດການນໍາພັກ,ລັດ ຄື: ສະຫາຍ ຈູມມະລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ, ເຊິ່ງບັນຍາກາດໃນການພົບປະຕ່າງໆ ແມ່ນເຕັມໄປດ້ວຍມິດຕະພາບອັນອົບອຸ່ນ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມ. ສອງຝ່າຍ ຍັງໄດ້ຕີລາຄາສູງບັນດາຜົນສຳເລັດຕ່າງໆ ແຫ່ງການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ແລະ ຈະພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ມີໜຶ່ງບໍ່ມີສອງໃນໂລກ ໃຫ້ເເຕກດອກ ອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ. ນອກຈາກນີ້, ສະຫາຍປະທານປະເທດ ເລືອງ ເກືອງ ພ້ອມດ້ວຍຄະນະຍັງໄດ້ໄປວາງກະຕ່າດອກໄມ້ ແລະ ຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ອານຸສອນສະຖານປະທານ ສຸພານຸວົງ ອີກດ້ວຍ. ພິເສດ, ສອງຝ່າຍໄດ້ຈັດພິທີການພົບປະມິດຕະພາບ ພາຍໃຕ້ຫົວຂໍ້: “ສອງຊາດລາວ-ຫວຽດນາມ ໄດ້ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”. ພິທີດັ່ງກ່າວໄດ້ເຕົ້າໂຮມຜູ້ ເຂົ້າຮ່ວມ ຈາກຄົນຮຸ່ນຄົນຕ່າງໆ ອາວຸໂສ, ຊາວໜຸ່ມ ແລະ ເຍົາວະຊົນ ຂອງສອງປະເທດ ປະມານ 1.300 ຄົນ ແລະ ມີການຖ່າຍທອດສົດຜ່ານສື່ມວນຊົນລາວ ແລະ ສື່ມວນຊົນຫວຽດນາມ ເພື່ອເປັນການສືບຕໍ່ໂຄສະນາ ແລະ ປຸກລະດົມ ແລະ ສ້າງຄວາມຄວາມເຂົ້າໃຈທີ່ຖືກຕ້ອງ ຕໍ່ນໍ້າໃຈຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງ​ຊາດ ລາວ-ຫວຽດ​ນາມ

ສອງຊາດບໍ່ພຽງແຕ່ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນ, ພູຕໍ່ພູ, ຮ່ວມດື່ມແມ່ນໍ້າຂອງດຽວກັນ ແລະ ຮ່ວມອີງຫລັງ ໃສ່ສາຍພູຫລວງທີ່ຍິ່ງໃຫຍ່, ມີສາຍພົວພັນມິດຕະພາບ ອັນເປັນມູນເຊື້ອພິເສດ, ຍາວນານ ແລະ ສະໜິດຕິດພັນກັນແຕ່ດຶກດຳບັນ, ສອງກອງທັບ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫລ, ປຽບເໝືອນອ້າຍນ້ອງ ຮ່ວມອຸທອນດຽວກັນເພື່ອຕໍ່ສູ້ ຕ້ານຈັກກະພັດຮຸກຮານແບບເກົ່າ ແລະ ແບບໃໝ່ ໃນເມື່ອກ່ອນ ກໍຄື ພ້ອມກັນສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງແຕ່ລະປະເທດ. ສາຍພົວພັນແບບພິເສດດັ່ງກ່າວທີ່ມີມານັ້ນ ແມ່ນ ປະທານ ໂຮ່ ຈີ່ ມິງ ຜູ້ຍິ່ງໃຫຍ່ ຮ່ວມກັບ ປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ສ້າງພ້ອມກັບບັນດາການນໍາ ປະຕິວັດແຕ່ລະຮຸ່ນຂອງສອງປະເທດ ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ໄດ້ກາຍເປັນມໍລະດົກຮ່ວມອັນລໍ້າຄ່າຂອງສອງຊາດ ແລະ ເປັນປັດໄຈຕິດສັນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ ລາວ-ຫວຽດນາມ.

ການຢ້ຽມຢາມລັດຖະກິດຂອງ ສະຫາຍ ເລືອງ ເກືອງ ໃນຄັ້ງນີ້, ເປັນການຢັ້ງຢືນຢັນໃຫ້ທົ່ວໂລກຮັບຮູ້ວ່າ: ບໍ່ວ່າສະພາບການຂອງໂລກ ຈະມີການຜັນແປໄປແນວໃດກໍຕາມ, ແຕ່ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ມີໜຶ່ງ ບໍ່ມີສອງໃນໂລກ ລະຫວ່າງ ລາວ ແລະ ຫວຽດນາມ ນັ້ນ ຈະບໍ່ມີວັນປ່ຽນແປງ, ມີແຕ່ຈະນັບມື້ນັບແໜ້ນແຟ້ນຂຶ້ນ ໄປເລື້ອຍໆ ແລະ ຈະບໍ່ມີອິດທິກຳລັງໃດໆ ສາມາດມ້າງເພທຳລາຍໄດ້.

ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຕີລາຄາສູງ ແລະ ເຫັນວ່າການຢ້ຽມຢາມລັດຖະກິດ ສປປ ລາວ ຄັ້ງນີ້ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ກໍຄື ເຮັດໃຫ້ ປະຊາຊົນທຸກຊັ້ນຄົນຂອງສອງປະເທດ ໂດຍສະເພາະ ແມ່ນຄົນຮຸ່ນໜຸ່ມ ຜູ້ທີ່ຈະສືບຕໍ່ພາລະກິດຂອງສອງຊາດ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສາຍພົວພັນອັນພິເສດນີ້ ແລະ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ຖະໜຸຖະໜອມໃຫ້ສາຍພົວພັນພິເສດຂອງສອງປະເທດດັ່ງກ່າວ ໃຫ້ຂຽວສົດງົດງາມ ແລະ ໝັ້ນຄົງຂະນົງແກ່ນຕະຫລອດກາລະນານ. ຖືໂອກາດນີ້ອັນພິເສດນີ້, ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫລືອ, ຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອ ອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດ ຂອງ ສປປ ລາວ ໃນປັດຈຸບັນ. ພ້ອມທັງຖືໂອກາດນີ້, ອວຍພອນໃຫ້ການນຳພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະສົບຜົນສໍາເລັດທຸກປະການ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ຈົ່ງໜັ້ນຄົງທະນົງແກ່ນ ຕະຫລອດກາລະນານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments