Tuesday, April 29, 2025
Homeຂ່າວຕ່າງປະເທດອັງກິດ ຈັດກອງປະຊຸມສຸດຍອດຄວາມໝັ້ນຄົງດ້ານພະລັງງານ

ອັງກິດ ຈັດກອງປະຊຸມສຸດຍອດຄວາມໝັ້ນຄົງດ້ານພະລັງງານ

ວິທະຍຸກະຈາຍສຽງຫວຽດນາມ, ກອງປະຊຸມສຸດຍອດ ຂອງອົງການພະລັງງານສາກົນ (IEA) ກ່ຽວກັບອະນາຄົດຄວາມໝັ້ນຄົງດ້ານພະລັງງານ ໄດ້ຈັດຂຶ້ນລະຫວ່າງ ວັນທີ 24-25 ເມສານີ້ ຢູ່ນະຄອນຫລວງລອນດອນ ຂອງອັງກິດ ໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານ, ຜູ້ອຳນວຍການຝ່າຍບໍລິຫານ, ການນຳບັນດາອົງການຈັດຕັ້ງສາກົນ ແລະ ສັງຄົມ ພົນລະເຮືອນ 120 ຄົນ ທີ່ມາຈາກ 60 ປະເທດ ແລະ 50 ກຸ່ມບໍລິສັດໃນທົ່ວໂລກ. ກອງປະຊຸມໂດຍລັດຖະບານອັງກິດ ແລະ IEA ເປັນປະທານຮ່ວມໂດຍສຸມໃສ່ຕີລາຄາ, ປຶກສາຫາລືບັນດາປັດໄຈພູມີສາດການເມືອງ, ເຕັກໂນໂລຢີ ແລະ ເສດຖະກິດ ທີ່ພວມກໍ່ ຜົນສະທ້ອນຕໍ່ ຄວາມໝັ້ນຄົງ ດ້ານພະລັງງານ ຢູ່ລະດັບຊາດ ແລະ ສາກົນ, ກໍ່ຄື ບັນດາທ່າອ່ຽງ ກຳນົດ ສະພາບ ການຄວາມໝັ້ນຄົງ ດ້ານພະລັງງານ ທົ່ວໂລກ ແລະ ບັນດາເຄື່ອງມື ທີ່ຈຳເປັນເພື່ອແກ້ໄຂ ບັນດາຄວາມສ່ຽງ ກ່ຽວກັບ ຄວາມໝັ້ນຄົງ ດ້ານພະລັງງານ ແບບເກົ່າ ແລະ ຫາກໍ່ ພົ້ນເດັ່ນຂຶ້ນ.ກອງປະຊຸມ, ລັດຖະບານ ອັງກິດ ແລະ ກຸ່ມບໍລິສັດພະລັງງານ ENI (ອີຕາລີ) ຄາດວ່າ ຈະປະກາດ ໂຄງການທໍ່ຂົນສົ່ງ CO2 ຈາກບັນດາໂຮງງານຢູ່ Liverpool ແລະ Manchester ອອກສູ່ທະເລ ເພື່ອບຳບັດ. ໂຄງການນີ້ ແມ່ນພາກສ່ວນທີ່ສຳຄັນ ຂອງກຸ່ມ ອຸດສາຫະກຳ HyNet North West, ລວມມີ ບັນດາ ໂຮງງານຜະລິດ Hydro ເພື່ອຮັບໃຊ້ ຄວາມຕ້ອງການ ຂອງທ້ອງຖິ່ນ, ສ້າງຄວາມຫວັງ ຈະສ້າງມູນຄ່າ ເສດຖະກິດ ເຖິງ 22,1 ຕື້ໂດລາ ສະຫະລັດໃນ 25 ປີຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments