Friday, April 25, 2025
Homeຂ່າວໜ້າໜຶ່ງຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມປິ່ນອ້ອມ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມປິ່ນອ້ອມ

___________________

ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ ເມືອງກຸຈິງ, ແຂວງສາລະວັກ, ປະເທດມາເລເຊຍ. ທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໂດຍການເປັນປະທານຂອງ ທ່ານ ດາໂຕະ ສຣິ ຕິຢອງ ຄິງ ຊິງ, ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ແຫ່ງ ມາເລເຊຍ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນຜົນສຳເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ, ລວມທັງການປະເມີນຜົນທ້າຍສະໄໝແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025, ແລກປ່ຽນປະກອບຄວາມຄິດຄວາມເຫັນຕໍ່ຮ່າງແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ແລະ ປຶກສາຫາລືບັນຫາສຳຄັນອື່ນໆ ຈໍານວນໜຶ່ງທີ່ເປັນວຽກຈຸດສຸມຂອງວຽກງານວັດທະນະທຳ-ສັງຄົມອາຊຽນ ເປັນຕົ້ນແມ່ນ ການສ້າງຄຸນຄ່າດ້ານມໍລະດົກ ແລະ ວັດທະນະທໍາ; ການສົ່ງເສີມວຽກງານປັນຍາປະດິດ, ການຫັນເປັນດີຈິຕອນ ແລະ ວຽກງານສີຂຽວ ເພື່ອເສີມສ້າງທັກສະ ແລະ ຄວາມສາມາດໃຫ້ແກ່ອາຊຽນໃນອະນາຄົດ; ຂໍ້ລິເລີ່ມດ້ານສາທາລະນະສຸກ ເພື່ອຄວາມສົມບູນພູນສຸກຂອງອາຊຽນ; ການສົ່ງເສີມທ່າແຮງຂອງຊາວໜຸ່ມ ແລະ ກິລາ ເພື່ອສົ່ງເສີມການເຕີບໂຕ, ຄວາມສາມັກຄີ ແລະ ຄວາມເປັນເລີດ; ການສົ່ງເສີມມາດຕະການດ້ານສະພາບອາກາດເພື່ອການຄຸ້ມຄອງ, ການເປັນຄູ່ຮ່ວມ ແລະ ການເປັນເຈົ້າການ.ຫຼັງຈາກນັ້ນ, ກອງປະຊຸມໄດ້ພ້ອມກັນຕົກລົງເຫັນດີຮັບຮອງເອົາ ເອກະສານສໍາຄັນ ຈຳນວນ 04 ສະບັບ ຂອງເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ເພື່ອນໍາສະເໜີຕໍ່ຜູ້ນຳອາຊຽນພິຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46.

ໃນກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການເພີ່ມທະວີບັນດາຂໍ້ລິເລີ່ມຕ່າງໆ ໃນການເປັນປະທານອາຊຽນຂອງມາເລເຊຍ ປີ 2025 ແນໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດປະຊາຄົມວັດທະນະທຳສັງຄົມອາຊຽນ 2025 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ກໍຄື ການສ້າງແຜນຍຸດທະສາດປະຊາຄົມວັດທະນະທຳສັງຄົມອາຊຽນ ຫລັງປີ 2025ໃຫ້ມີຄວາມຮັດກຸມຄົບຖ້ວນ ແລະ ການປະເມີນຜົນທ້າຍສະໄໝແຜນແມ່ບົດປະຊາຄົມວັດທະນະທຳສັງຄົມອາຊຽນ 2025 ໃຫ້ໄດ້ຮັບຜົນດີຢ່າງຈົບງາມ ເພື່ອ ປະກອບສ່ວນສ້າງປະຊາຄົມອາຊຽນໃຫ້ມີລັກສະນະກວມລວມ, ເຂັ້ມແຂງ ແລະ ເບິ່ງກວ້າງເຫັນໄກຫຼາຍ ຍິ່ງໆຂື້ນ.

ທ່ານ ຍັງໄດ້ຢໍ້າຄືນຄຳໝາຍໝັ້ນທີ່ແຂງແຮງ ໃນການເພີ່ມທະວີການຮ່ວມມືດ້ານວັດທະນະທຳສັງຄົມອາຊຽນຢ່າງໜັກແໜ້ນ ແລະ ເຫັນດີສະໜັບສະໜູນບັນດາບູລິມະສິດຂອງມາເລເຊຍ ໃນການຍົກສູງຄຸນນະພາບຊີວິດ ກໍຄື ການພັດທະນາແບບກວມລວມ ແລະ ຍືນຍົງ ພາຍໃຕ້ການເປັນປະທານກອງປະຊຸມສະພາປະຊາຄົມວັດທະນະທຳສັງຄົມອາຊຽນ ປີນີ້ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ພ້ອມທັງ ສະແດງຄວາມເຫັນດີເປັນເອກະພາບຕໍ່ບັນດາເອກະສານທີ່ປຶກສາຫາລືໃນກອງປະຊຸມ ເພື່ອສະເໜີໃຫ້ຜູ້ນຳອາຊຽນພິຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46.

ທ່ານຮອງລັດຖະມົນຕີ ຍັງໄດ້ກ່າວໃນກອງປະຊຸມຕື່ມອີກວ່າ ນັບແຕ່ກອງປະຊຸມຄັ້ງຫຼ້າສຸດ ທີ່ ນະຄອນຫຼວງວຽງຈັນ ໃນເດືອນກັນຍາ 2024, ສປປ ລາວ ໄດ້ ສືບຕໍ່ຈັດຕັ້ງປະຕິບັດບັນດາຍຸດທະສາດຂອງພາກພື້ນຢ່າງຕັ້ງໜ້າຫຼ້າຍດ້ານ ເປັນຕົ້ນແມ່ນ ດ້ານວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ຄວາມຍືນຍົງດ້ານສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບົດບາດຍິງຊາຍ ແລະ ການປົກປ້ອງທາງສັງຄົມສຳລັບແຮງງານເຄື່ອນຍ້າຍຄຽງຄູ່ກັບການຊຸກຍູ້ສົ່ງເສີມສ້າງກາລະໂອກາດໃຫ້ແກ່ຊາວໜຸ່ມ ແລະ ກຸ່ມຄົນອ່ອນແອ ໂດຍສະເພາະກຸ່ມຄົນພິການ, ດ້ວຍການພັດທະນາທັກສະ ແລະ ການສ້າງວຽກເຮັດງານທຳ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນອະນາຄົດ. ສປປ ລາວ ຍັງສືບຕໍ່ຍຶດໝັ້ນຢ່າງໜັກແໜ້ນຕໍ່ເປົ້າໝາຍລວມໃນຂະບວນການພັດທະນາຂອງອາຊຽນ ທີ່ຈະບໍ່ປ່ອຍປະໃຜໄວ້ທາງຫຼັງ. ນະໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີຍັງໄດ້ຕີລາຄາສູງການຮັບຮອງ ຂອບວຽກການພັດທະນາແບບຍືນຍົງຂອງເສດຖະກິດສ້າງສັນອາຊຽນ ແລະ ບົດລາຍງານການປະເມີນຜົນກາງສະໄໝຂອງແຜນແມ່ບົດອາຊຽນ 2025: ການເຊື່ອມສານສິດທິຂອງຄົນພິການ, ສອງເອກະສານນີ້ ແມ່ນມີບົດບາດສຳຄັນຫຼາຍ ໃນການຂັບເຄື່ອນ ແລະ ຜັກດັນ ອາຊຽນໃຫ້ກ້າວໄປສູ່ປະຊາຄົມທີ່ມີຄວາມກວມລວມ ແລະ ປະຊາຊົນເປັນທິດ ແລະ ສະແດງຄວາມເຫັນດີ ສະໜັບສະໜູນ ການຮັບຮອງ ເອກະສານພາລະບົດບາດ ແລະ ໜ້າທີ່ ຂອງພະນັກງານຂອງເສົາຄ້ຳວັດທະນະທຳສັງຄົມ ທີ່ ປະຈຳການຢູ່ສຳນັກງານຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ແລະ ການປັບປຸງຊື່ເອີ້ນຂອງຕົນຄືນໃໝ່, ໂດຍຮັບຮູ້ ແລະ ເຂົ້າໃຈເຖິງບົດບາດສໍາຄັນໃນການປະຕິບັດໜ້າທີ່ ເພື່ອກ້າວໄປສູ່ເປົ້າໝາຍຂອງອາຊຽນ ໃນລະດັບພາກພື້ນ ແລະ ສາກົນ.

ພາບຂາວ: ກອງເລຂາເສົາຄ້ຳASCCລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments