Thursday, April 24, 2025
Homeຂ່າວໜ້າໜຶ່ງຫວນຄືນຄວາມຊົງຈໍາທີ່ເຄີຍຮຽນຢູ່ ໂຮງຮຽນນ້ອງນ້ອຍ 67 ຂອງ ສປ ຈີນ

ຫວນຄືນຄວາມຊົງຈໍາທີ່ເຄີຍຮຽນຢູ່ ໂຮງຮຽນນ້ອງນ້ອຍ 67 ຂອງ ສປ ຈີນ

ສາຍພົວພັນລາວ-ຈີນ ຄົບຮອບ 64 ປີ ບໍ່ໄດ້ສະທ້ອນໃຫ້ເຫັນພຽງສັນຍະລັກໝັ້ນຄົງຍາວນານເທົ່ານັ້ນ ແຕ່ຫາກຍັງເປັນຂີດໝາຍສໍາຄັນແຫ່ງປະຫວັດສາດ ລະຫວ່າງ ສອງພັກ-ລັດ ລາວ-ຈີນ, ຈີນ-ລາວ ໄດ້ຮ່ວມມືກັນເຮັດຕົວຈິງຢ່າງໜັກແໜ້ນ, ສູ້ຊົນບຸກທະລຸຜ່ານອຸປະສັກກີດກັ້ນດ້ານການພັດທະນາ ຜ່ານມາເປັນປະຈັກຕາດ້ວຍການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ ແລະ ປ່ຽນສະຖານະພາບຂອງລາວຈາກປະເທດບໍ່ມີທາງອອກສູ່ທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ.

 ໃນໂອກາດທີ່ ສປປ ລາວ ພວມສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ (25 ເມສາ 1961-25 ເມສາ 2025), ປີນີ້ກໍສອດຄ່ອງ ແລະ ຕິດພັນກັບ 3 ວັນສໍາຄັນປະຫວັດສາດຂອງຊາດລາວເປັນຕົ້ນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດ ວັນທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ເຊິ່ງໄດ້ສ່ອງແສງໃຫ້ເຫັນຜົນສໍາເລັດຮອບດ້ານຢ່າງຈະແຈ້ງຂອງພັກ-ລັດຖະບານ ໃນການນໍາພາຊີ້ນໍາປະຕິບັດພາລະກິດປົກປັກສາ, ສ້າງສາພັດທະນາປະເທດຊາດ ແລະ ການປ່ຽນແປງໃໝ່ແຕ່ລະໄລຍະ. ເລີ່ມຈາກເມື່ອກ່ອນມີເສັ້ນທາງຫລວງແຫ່ງຊາດ 2 ແຫ່ງ: 13 ເໜືອ ແລະ 13 ໃຕ້ໄດ້ເພີ່ມຂຶ້ນຄວບຄຸມໄປຫລາຍແຂວງ ແລະ ເຊື່ອມໂຍງເຊື່ອມຈອດກັບປະເທດເພື່ອນບ້ານ; ມີເຂື່ອນພະລັງງານໄຟຟ້າພຽງ 2 ແຫ່ງ: ເຂື່ອນໄຟຟ້າເຊລະບໍາຢູ່ແຂວງຈໍາປາສັກ ແລະ ເຂື່ອນໄຟຟ້ານໍ້າງື່ມຢູ່ແຂວງວຽງຈັນເພີ່ມຂຶ້ນ 80 ແຫ່ງ, 98% ຂອງປະຊາກອນເຂົ້າເຖິງໄຟຟ້າໃຊ້ແລ້ວ, ການຂົນສົ່ງສິນຄ້າຈາກການໃຊ້ລົດບັນທຸກ ເພື່ອສົ່ງອອກຕ່າງປະເທດກ້າວສູ່ການຂົນສົ່ງສິນຄ້າດ້ວຍລະບົບລົດໄຟທັນສະໄໝທີ່ປະຢັດເວລາ, ປະຢັດຕົ້ນທຶນຂົນສົ່ງ, ມີຄວາມປອດໄພ ແລະ ບັນທຸກໄດ້ຫລາຍກວ່າ ແລະ ອື່ນໆ.

ດັ່ງທີ່ຮູ້ນໍາກັນວ່າ, ບັນດາທ່ານຜູ້ນໍາເຮົາຖືສໍາຄັນ ແລະ ຍົກໃຫ້ເຫັນສາຍພົວພັນລາວ-ຈີນເລື້ອຍໆວ່າ: ສອງປະເທດ ລາວ-ຈີນ ມີລະບອບການເມືອງທີ່ຄ້າຍຄືກັນ, ເປັນປະເທດທີ່ຢຶດໝັ້ນເສັ້ນທາງສັງຄົມນິຍົມຄືກັນ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ມີສາຍພູ ສາຍນໍ້າຕິດຈອດກັນ ແລະ ມີມູນເຊື້ອມິດຕະພາບອັນດີງາມມາແຕ່ບູຮານນະການ. ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຈີນ ໄດ້ມີການພົວພັນກັນມາແຕ່ປີ 1959; ຕໍ່ມາ, ສອງປະເທດລາວ ແລະ ຈີນ ໄດ້ສ້າງຕັ້ງສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 25 ເມສາ 1961. ຈາກນັ້ນມາ, ສາຍພົວພັນສອງຝ່າຍ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ, ນັບມື້ເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງ. ໃນສະພາບການໃໝ່, ໂດຍຍຶດໝັ້ນອຸດົມການດຽວກັນ, ການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໄດ້ຂະຫຍາຍກວ້າງອອກຢ່າງຮອບດ້ານ ເຊິ່ງວັນທີ 12 ພະຈິກ 2000 ສອງປະເທດໄດ້ອອກຖະແຫລງການຮ່ວມ ທີ່ໄດ້ກຳນົດການພົວພັນລະຫວ່າງ ລາວ-ຈີນ ເປັນ “ເພື່ອນບ້ານໃກ້ຄຽງທີ່ເປັນມິດ, ໄວ້ເນື້ອເຊື່ອໃຈກັນ, ໝັ້ນຄົງຍາວນານ ແລະ ຮ່ວມມືກັນຮອບດ້ານ”. ມາຮອດເດືອນກັນຍາ 2009, ຜູ້ນໍາຂອງສອງປະເທດໄດ້ຕົກລົງຍົກລະດັບການພົວພັນສອງຝ່າຍຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ຄື: ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ; ມາຮອດເດືອນກັນຍາ 2013, ໃນຖະແຫລງການຮ່ວມສອງຝ່າຍ ລາວ-ຈີນ ໄດ້ສະເໜີວ່າ “ສອງປະເທດລາວ-ຈີນ ມີແນວຄິດ, ອຸດົມການທີ່ສອດຄ່ອງກັນ, ມີລະບອບສັງຄົມນິຍົມຄ້າຍຄືກັນ, ເສັ້ນທາງການພັດທະນາທີ່ຄ້າຍຄືກັນ, ເປັນຄູ່ຮ່ວມຊາຕາກຳດ້ານຜົນປະໂຫຍດຮ່ວມກັນຢ່າງກວ້າງຂວາງ” ແລະ ໃນປີ 2016 ທັງສອງຝ່າຍ ໄດ້ລະບຸໄວ້ໃນຖະແຫລງການຮ່ວມກັນເປັນຄັ້ງທໍາອິດກ່ຽວກັບ “ການສ້າງຄູ່ຮ່ວມຊາຕາກຳສັງຄົມນິຍົມທີ່ມີຄວາມໝາຍຍຸດທະສາດ”. ໃນທ້າຍປີ 2017, ບົດລາຍງານການເມືອງຂອງກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ກໍໄດ້ລະບຸນິຍາມການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ລະບຸເຂົ້າໃນລັດຖະທໍາມະນູນຂອງ ສປ ຈີນ ສະບັບປັບປຸງປີ 2018 ຢ່າງເປັນທາງການ ແລະ ສືບຕໍ່ປະຕິບັດເຖິງປັດຈຸບັນ.

     ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ກ່າວຢູ່ກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 (Boao Forum for Asia 2025) ທີ່ ແຂວງ ໄຮນານ ສປ ຈີນ ໃນວັນທີ 27 ມີນາ 2025 ວ່າ: ກອງປະຊຸມຄັ້ງນີ້ຖືເປັນເວທີປຶກສາຫາລືທີ່ສໍາຄັນລະດັບພາກພື້ນ ທີ່ເຕົ້າໂຮມເອົາບັນດາຜູ້ນໍາຜູ້ວາງນະໂຍບາຍນັກຄົ້ນຄວ້າ ຜູ້ຊ່ຽວຊານນັກທຸລະກິດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ສະຖາບັນການສຶກສາ ສື່ມວນຊົນຕ່າງໆ ເພື່ອມາປຶກສາຫາລື ເຖິງທິດທາງໃນການຮ່ວມມື ໃນການສ້າງສັນຕິພາບ, ການພັດທະນາໃນພາກພື້ນ ແລະ ສາກົນ ກໍຄື: ການຮ່ວມກັນຊອກຫາວິທີການແກ້ໄຂບັນຫາ ແລະ ຮັບມືສິ່ງທ້າທາຍຕ່າງໆ. ພ້ອມນີ້ ທ່ານ ນາຍົກລັດຖະມົນຕີຍັງໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ທີ່ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ປະກາດໃນປີ 2013 ເຊິ່ງຖືເປັນກົນໄກແຫ່ງການຮ່ວມມືພະຫຸພາຄີ ທີ່ທຸກຝ່າຍໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ ທັງເປີດກວ້າງພັດທະນາເສດຖະກິດໂລກໃນທຸກດ້ານ ໂດຍຖືເອົາຄວາມຜາສຸກຂອງປະຊາຊົນໃນທົ່ວໂລກເປັນບຸລິມະສິດອັນດັບໜຶ່ງ ເຊິ່ງຂໍ້ລິເລີ່ມດັ່ງກ່າວໄດ້ກາຍເປັນພື້ນຖານ ແລະ ສາມາດເຊື່ອມສານກັບກົນພາຍໃຕ້ການຮ່ວມມືໃນລະດັບພາກພື້ນຢ່າງກົມກຽວ ໃນນັ້ນກໍແມ່ນ “ແຜນແມ່ບົດວ່າດ້ວຍການເຊື່ອມຈອດພາກພື້ນຂອງອາຊຽນ ປີ 2025”  ກໍຄື ຍຸດທະສາດການຫັນປະເທດບໍ່ມີທາງອອກສູ່ທະເລ ມາເປັນສູນກາງເຊື່ອມຈອດຂອງ ສປປ ລາວ ໂດຍສະເພາະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແມ່ນໂຄງການຕົວແບບໜຶ່ງໃນການປະຕິບັດຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ແລະ ຖືເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ເຕີບໃຫຍ່ ແລະ ຂະຫຍາຍຕົວ.  

   ເຖິງແນວໃດກໍດີ ຕິດພັນກັບວາລະຂອງກອງປະຊຸມເວທີປຶກສາຫາລື ໂບອາວຄັ້ງນີ້, ທ່ານ ສອນໄຊ ສີພັນດອນຍັງໃຫ້ສໍາພາດຕໍ່ນັກຂ່າວອີເອັມຈີ (CMG)ໂດຍໄດ້ເລົ່າຄືນ ແລະ ຍົກໃຫ້ເຫັນບາງບົດຮຽນອັນລໍ້າຄ່າທີ່ບໍ່ເຄີຍຫລົງລືມໃນອະດີດວ່າ: “ ໄລຍະສົງຄາມຜ່ານມານັ້ນ, ຂ້າພະເຈົ້າເອງອາຍຸພຽງແຕ່ 6 ປີ ໄດ້ເດີນທາງມາຮຽນຢູ່ ໂຮງຮຽນນ້ອງນ້ອຍ 67 ຂອງ ສປ ຈີນ ຖືວ່າເປັນການເດີນທາງທີ່ໄກທີ່ສຸດ ແລະ ເປັນຄັ້ງທໍາອິດໃນຊີວິດສໍາລັບເດີນທາງອອກຕ່າງປະເທດຂອງຂ້າພະເຈົ້າ,ເວລານັ້ນໄດ້ຮັບການເອົາໃຈໃສ່ຢ່າງອົບອຸ່ນ, ໄດ້ຮັບການສິດສອນ ແລະ ເບິ່ງແຍງຈາກການນໍາ ແລະ ຄູອາຈານຂອງ ສປ ຈີນ ເປັນຢ່າງດີ, ບໍ່ເຄີຍຫລົງລືມບຸນຄຸນເພີ່ນ ສະນັ້ນ ໂຮງຮຽນ 67 ໜານໜີງເຮັດໃຫ້ຂ້າພະເຈົ້າມີຄວາມຮູ້ສຶກເປັນບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນທີ່ໄດ້ຊຸກຫລໍ່ໃຫ້ມີມານະຈິດທີ່ເຂັ້ມແຂງ,ມີລະບຽບວິໄນ, ມີຄວາມຮູ້ຄວາມສາມາດຈິ່ງກ້າວມາເປັນຜູ້ນໍາຂອງ ສປປ ລາວໃນປັດຈຸບັນນີ້. ນອກຈາກຂ້າພະເຈົ້າແລ້ວກໍຍັງມີຫລາຍສະຫາຍທີ່ມາຮໍ່າຮຽນຢູ່ ໂຮງຮຽນນ້ອງນ້ອຍ 67 ໄດ້ກາຍເປັນການນໍາພັກ-ລັດຄືກັນເປັນຕົ້ນ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດຄົນປັດຈຸບັນ, ສະຫາຍ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແລະ ສະຫາຍອື່ນໆທີ່ກໍາລັງປະຕິບັດໜ້າທີ່ຢູ່ໃນປັດຈຸບັນ”.

 ຈາກຄໍາຖາມທີ່ວ່າເສັ້ນທາງເງິນເສັ້ນທາງຄໍານັ້ນ “ ຂ້າພະເຈົ້າຈິ່ງຢັ້ງຢືນ ພິສູດຕົວຈິງໃນພຶດຕິກໍາການເຄື່ອນໄຫວໃນໂຄງການດັ່ງກ່າວ,ຂ້າພະເຈົ້າຈື່ຈໍາໄດ້ດີເພີ່ນກໍໄດ້ກ່າວວ່າ: ການໄປມາຫາສູ່ກັນລະຫວ່າງປະຊາຊົນລາວ ແລະ ປະຊາຊົນຈີນນີ້ຈະໃຊ້ເວລາທີ່ສັ້ນ ແລະ ສະດວກກວ່າເກົ່າ,ພູທີ່ສູງຊັນໃນເມື່ອກ່ອນຈະບໍ່ສູງຊັນຄືເກົ່າອີກ, ເຫວເລິກກໍ່ສາມາດຜ່ານໄປໄດ້ ແລະ ບໍ່ເລິກອີກຕໍ່ໄປ. ສະນັ້ນເສັ້ນທາງລົດໄຟນີ້ຈະຜ່ານສັນພູ, ຜ່ານເຫວ ແມ່ນເຮັດໃຫ້ເສັ້ນທາງດັ່ງກ່າວເປັນແລວທີ່ຊື່…”.ນັບແຕ່ລັດຖະບານລາວໄດ້ເປີດນະໂຍບາຍສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າກັບ ສປ ຈີນ ເຫັນວ່າ ແຕ່ປີ 1989 ເຖິງປັດຈຸບັນ ມີທັງໝົດ 900 ກວ່າໂຄງການ, ມີມູນຄ່າ 18 ຕື້ໂດລາ, ຈັດຢູ່ອັນດັບ 1 ໃນຈໍານວນ 53 ປະເທດທີ່ເຂົ້າມາລົງທຶນໃນລາວ; ສ່ວນຂະແໜງການຄ້າ ຈີນ ເປັນຄູ່ຄ້າລາຍໃຫຍ່ອັນດັບ 2 ຂອງລາວ, ມູນຄ່າການຄ້າສອງຝ່າຍບັນລຸເຖິງ 8,23 ຕື້ໂດລາ, ທຽບໃສ່ປີ 2023 ເພີ່ມຂຶ້ນ 15,91% ແຕ່ມູນຄ່າການຄ້າສອງຝ່າຍ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະພາຍຫລັງເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນ ລະຫວ່າງປະເທດເປັນຕົ້ນມາ, ຄາດວ່າອີກບໍ່ດົນ ຈີນຈະກາຍເປັນຄູ່ຄ້າໃຫຍ່ອັນດັບໜຶ່ງຂອງລາວ ເພາະຍັງມີທ່າແຮງບົ່ມຊ້ອນຢ່າງຫລວງຫລາຍ.

ໜັງສືພິມຈາຍນາເດຍລີ (China Daily) ໄດ້ລາຍງານຄັ້ງຫລ້າສຸດວ່າ: ຮອດປັດຈຸບັນນີ້, ທາງລົດໄຟ ລາວ-ຈີນ ໄດ້ບັນລຸຜູ້ໂດຍສານເກີນ 50 ລ້ານຄົນນັບຕັ້ງແຕ່ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021 ເຊິ່ງໄດ້ກາຍເປັນຂີດໝາຍສໍາຄັນຂອງການຂົນສົ່ງໃນພາກພື້ນພາຍໃຕ້ແນວຄິດລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (BRI). ທາງລົດໄຟດັ່ງກ່າວມີບົດບາດສໍາຄັນໃນການເສີມຂະຫຍາຍການເດີນທາງຂ້າມຊາຍແດນ, ການເຊື່ອມໂຍງທາງເສດຖະກິດ, ແລະ ການແລກປ່ຽນທາງວັດທະນະທໍາລະຫວ່າງຈີນ ແລະ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນໄດ້ໃຫ້ບໍລິການນັກທ່ອງທ່ຽວສາກົນຫລາຍກວ່າ 480. 000 ກວ່າຄົນຈາກ 112 ປະເທດ, ເຊິ່ງສະແດງໃຫ້ເຫັນເຖິງຄວາມດຶງດູດໃຈທົ່ວໂລກທີ່ເພີ່ມຂຶ້ນຕໍ່ກັບການເດີນທາງ ຜ່ານທາງລົດໄຟ ລາວ-ຈີນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments