Home ແຈ້ງການສໍາຄັນ ພະຍາກອນອາກາດ ເຊົ້າວັນທີ 24 ເມສາ 2025

ພະຍາກອນອາກາດ ເຊົ້າວັນທີ 24 ເມສາ 2025

0

ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ ຫາ ຮ້ອນເອົົ້າ ໃນໄລຍະຕອນບ່າຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 24/04/2025 ຫາ ເວລາ 07 ໂມງ ຂອງວັນທີ 25/04/2025

ພາກເໜືອດ້ານຕາເວັນອອກ (ຜົົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງ ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 16-33 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຫາ ຮ້ອນເອົົ້າ, ພ້ອມມີ ໝອກແຫ້ງປົກຫຸ້ມຢູ່ທົົ່ວໄປໃນຕອນກາງເວັນ ແລະ ຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົົ່າກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 20-39 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນເອົົ້າ, ພ້ອມມີໝອກແຫ້ງປົກຫຸ້ມ ຢູ່ທົົ່ວໄປໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 15%. ອຸນຫະພູມໃນລະຫວ່າງ 27-39 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຫາ ຮ້ອນເອົົ້າ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົົ່ວໄປໃນຕອນ ກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30% ຂອງພາກ. ອຸນຫະພູມ ໃນລະຫວ່າງ 24-38 ອົງສາ.

ແຂວງໄຊສົມບູນ: ອາກາດຮ້ອນໃນຕອນບ່າຍ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 25%. ອຸນຫະພູມໃນລະຫວ່າງ 19-33 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ ຫາ ຮ້ອນເອົົ້າ, ພ້ອມມີຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 35% ຂອງພາກ. ອຸນຫະພູມ ໃນລະຫວ່າງ 25-38 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ແລະ ມີລົມພັດ ແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30%. ອຸນຫະພູມໃນລະຫວ່າງ 16-28 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version