ໃນຕອນບ່າຍວັນທີ 23 ເມສາ 2025 ນີ້, ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ທັງຝ່າຍລາວ ແລະ ໄທ ໄດ້ໄປຢ້ຽມຢາມ ແລະ ຮ່ວມເປີດນໍາໃຊ້ຫ້ອງປະຊຸມຝຶກອົບຮົມ ຂອງສູນພັດທະ ນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ຫລັກ 22 ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
ໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດບາງດ້ານ ໃນການຈັດຕັ້ງປະຕິບັດ ບັນດາວຽກງານຂອງສູນ ໃນໄລຍະ 1 ປີຜ່ານມາ ເຊິ່ງສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ເປັນໂຄງການຮ່ວມມືແບບພິເສດ ລະຫວ່າງ ສອງປະມຸກລັດ ແຫ່ງ ສປປ ລາວ ແລະ ຣາຊະອານາຈັກໄທ ກໍຄື ລະ ຫວ່າງ ພະບາດສົມເດັດ ພະບໍຣົມ ຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ແລະ ປະທານ ໄກສອນ ພົມວິຫານ ເພື່ອເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ເຊິ່ງເປັນໂຄງການພັດທະນາກະສິກຳຄົບວົງຈອນ ທີ່ໄດ້ເລີ່ມຕົ້ນເປີດຢ່າງເປັນທາງການ ໃນວັນທີ 8 ເມສາ 1994, ມີເນື້ອທີ່ທັງໝົດ 52 ເຮັກຕາ.

ການສ້າງສູນແຫ່ງນີ້, ເພື່ອເປັນການຮ່ວມມືທາງດ້ານວິຊາການ ກ່ຽວກັບວຽກງານກະສິກຳ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໂດຍມີການສາທິດ, ຖ່າຍທອດດ້ານຄວາມຮູ້-ທິດສະດີ, ພາກປະຕິບັດຕົວຈິງ ແລະ ການຂະຫຍາຍແນວພັນພືດ-ແນວພັນສັດ ພາຍໃຕ້ຄວາມຮັບຜິດຊອບ ແລະ ບໍລິ ຫານໂດຍກົງ ຂອງກະຊວງກະສິກຳ ແລະ ປ່າໄມ້. ປັດຈຸບັນ, ຢູ່ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ໄດ້ເອົາໃຈໃສ່ ສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາໜ້າວຽກ ຕາມແຜນງານ ແລະ ເປົ້າໝາຍທີ່ວາງໄວ້ ເຊິ່ງມີຜົນສໍາເລັດເປັນກ້າວໆມາ, ອັນພົ້ນເດັ່ນແມ່ນ ສໍາເລັດການກໍ່ສ້າງອາຄານ ຈໍານວນ 1 ຫລັງ ເພື່ອຮັບໃຊ້ໃຫ້ການສໍາມະນາ ແລະ ເຄື່ອນໄຫວກິດຈະກຳຕ່າງໆຂອງສູນ, ສາມາດຖ່າຍທອດເຕັກນິກວິຊາການດ້ານການກະເສດ ໃຫ້ແກ່ພະນັກງານ, ນັກຮຽນ-ນັກສຶກສາ, ກະສິກອນ ແລະ ບັນດານັກພັດທະນາ ເຊິ່ງສາມາດສ້າງ ແລະ ຂະຫຍາຍບັນດາຄອບຄົວຕົວແບບ, ຂະຫຍາຍແນວພັນໄມ້ໃຫ້ໝາກ, ໄມ້ອຸດສາຫະກຳ, ພືດໄລຍະສັ້ນ-ໄລຍະຍາວ, ຂະຫຍາຍແນວພັນໄກ່ , ເປັດ, ໝູ, ງົວ, ຜະລິດລູກປານ້ອຍ, ກົບ, ຜະລິດຝຸ່ນຊີວະພາບ, ຜະລິດຫຍ້າແຟກ, ຜະລິດນໍ້າໝາກສະໝູນໄພ, ສະໜອງນໍ້າຊົນລະປະທານ ໃສ່ພື້ນທີ່ການຜະລິດ ໃຫ້ແກ່ປະຊາຊົນໄດ້ 2 ລະດູການ ໃນເນື້ອທີ່ 580 ເຮັກຕາ.

ນອກຈາກນີ້, ການຈັດຕັ້ງປະຕິບັດວຽກງານການຮ່ວມມື 2 ຝ່າຍ ແມ່ນໄດ້ມີແຜນໃນການ ກໍ່ ສ້າງ ຝາຍກັ້ນນໍ້າຫ້ວຍຊົ້ວ ແລະ ຄອງຊົນລະປະທານ ໃຫ້ກຸ່ມບ້ານເປົ້າໝາຍ ຈຳນວນ 6 ບ້ານ ຕາມເຈດຈໍານົງ ຂອງ 2 ປະມຸກລັດ ທີ່ເຫັນດີເປັນເອກະພາບໃນເບື້ອງຕົ້ນແລ້ວນັ້ນ. ສະນັ້ນ, ຖ້າຫາກຝາຍກັ້ນນໍ້າ ແລະ ຄອງຊົນລະປະທານ ດັ່ງກ່າວໄດ້ຮັບການກໍ່ສ້າງຢ່າງເປັນຮູບປະທຳ ຈະເຮັດໃຫ້ການພັດທະນາສູນດັ່ງກ່າວ, ຄົບຖ້ວນ, ສົມບູນ ແລະ ສາມາດສົ່ງເສີມການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຢ່າງ ເປັນຮູບປະທໍາ ຂຶ້ນຕື່ມ.
ສໍາລັບ ທິດທາງແຜນພັດທະນາຂອງສູນ ໃນຕໍ່ໜ້າ ຈະສືບຕໍ່ເອົາໃຈໃສ່ ແລະ ພັດທະນາສູນແຫ່ງນີ້ໃຫ້ເປັນບ່ອນຮຽນຮູ້, ເປັນສູນຕົ້ນແບບທີ່ດີ ໃນການຜະລິດກະສິກຳ ເພື່ອເປັນບ່ອນຖ່າຍທອດຄວາມຮູ້, ເຕັກນິກ, ເຕັກໂນໂລຊີທີ່ດີໃຫ້ແກ່ກະສິກອນ, ກຸ່ມຜູ້ຜະລິດ, ຜູ້ປະກອບການ, ບັນດາສູນ, ສະຖານີ, ພະນັກງານ, ນັກຮຽນ, ນັກສຶກສາ ແລະ ສັງຄົມ ໃນຂອບເຂດທົ່ວປະເທດ; ສືບຕໍ່ ເອົາໃຈໃສ່ ເພີ່ມທະວີ ການພົວພັນຮ່ວມມື ລະຫວ່າງ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ແລະ ບັນດາໂຄງການອັນເນື່ອງມາຈາກພະຣາດຊະດໍາຣິ ທັງໃນ ສປປ ລາວ ແລະ ຣາຊະອານາຈັກໄທ ເພື່ອແລກປ່ຽນບົດຮຽນ ແລະ ເຕັກນິກວິຊາການ ກໍຄື ການບໍລິຫານຈັດການ ແລະ ພັດທະ ນາສູນ ໃຫ້ມີການພັດທະນາ ສາມາດຕອບສະໜອງ ແລະ ໃຫ້ບໍລິ ການແນວພັນພືດ-ແນວພັນສັດ ແລະ ບົດຮຽນໃຫ້ແກ່ປະຊາຊົນ ໄດ້ຢ່າງມີປະສິດທິພາບສູງ ແລະ ທົ່ວເຖິງ.