Home ຂ່າວໜ້າໜຶ່ງ ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ

0

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປສະຖິດໄວ້ ສຸສານນັກຮົບປະຕິວັດແຫ່ງຊາດຫລັກ 24 ເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 23 ເມສາ 2025 ໂດຍມີພະເຖລານຸເຖລະ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ມີການນໍາຂັ້ນສູງພັກ-ລັດ, ອະດີດການນໍາພັກ-ລັດ, ພ້ອມດ້ວຍຄອບຄົວສີພັນດອນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າການນໍາຂັ້ນສູງພັກ-ລັດ, ຄອບຄົວສີພັນດອນ ກ່າວສະດຸດີ ຕໍ່ໜ້າອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ວ່າ: ຜ່ານການເຄື່ອນໄຫວປະຕິວັດຕະຫລອດເວລາ ເກືອບ 8 ທົດສະວັດທີ່ຜ່ານມາ ຢືນຢັນຢ່າງໜັກແໜ້ນວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກເຄື່ອນໄຫວປະຕິວັດທີ່ໂດດເດັ່ນ, ເດັດດ່ຽວໜຽວແໜ້ນຂອງພັກເຮົາ ເຊິ່ງຕະຫລອດໄລຍະແຫ່ງຊີ ວິດປະຕິວັດຂອງເພິ່ນ ຍາມໃດກໍມີຄວາມຟົດຟື້ນຫ້າວຫັນ, ມີຄວາມມຸ່ງໝັ້ນໃນອຸດົມການ, ກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ມີວິໄສທັດແຫລມຄົມ; ເພິ່ນໄດ້ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການຈັດຕັ້ງນໍາພາ ພາລະກິດປະຕິວັດຂອງພັກ ນັບແຕ່ພັກເຮົາໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ຂະຫຍາຍ ຕົວເປັນກ້າວໆ ຈົນກ້າວສູ່ໄຊຊະນະ ຢ່າງສົມບູນ.

ສະຫາຍ ປະທານ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດ ທີ່ມີວິໄສທັດອັນກວ້າງໄກທາງການເມືອງ ແລະ ນັກຍຸດທະສາດການທະຫານທີ່ໂດດເດັ່ນ, ເປັນນັກບັນຊາການກອງກໍາລັງສູ້ຮົບ ທີ່ເດັດດ່ຽວໜຽວແໜ້ນ, ທັງເປັນຜູ້ສຶກສາອົບຮົມ ກໍ່ສ້າງກໍາລັງປະກອບອາວຸດໃຫ້ມີຄວາມສາມາດຕ້ານ ທານສັດຕູຜູ້ຮຸກຮານ ທີ່ມີກຳລັງເໜືອກວ່າເປັນຫລາຍຮ້ອຍເທົ່າໃຫ້ປະລາໄຊລົງ; ສະຫາຍ ເປັນຜູ້ມີຄວາມສາມາດ ຄາດຄະເນການຜັນແປຂອງສະຖານະການຢ່າງຖືກຕ້ອງ ເພື່ອເປັນເຈົ້າການໃນການແກ້ໄຂໄວ້ລ່ວງໜ້າຢ່າງແມ່ນຢໍາ; ສະຫາຍ ໄດ້ເປັນເພື່ອນຮ່ວມຮົບທີ່ໃກ້ຊິດທີ່ສຸດຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫລ່ກັບຜູ້ນໍາຄົນອື່ນໆ ໃນການຄົ້ນຄວ້າກໍານົດແນວທາງ ແຜນນະໂຍບາຍ ແລະ ຍຸດທະສາດ, ຍຸດໂທບາຍ ກໍຄື ຍຸດທະວິທີປະຕິວັດ ທີ່ຖືກຕ້ອງ, ສອດຄ່ອງໃຫ້ແກ່ການປະຕິວັດລາວ ໃນແຕ່ລະໄລຍະ.

ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນໍາຂອງພັກເຮົາທີ່ກໍາຄັນທຸງແຫ່ງຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ ແລະ ໃນຖັນແຖວກໍາລັງປະຕິວັດ ກໍຄື ປວງຊົນລາວທັງຊາດ,ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາລົບນັບຖື ແລະ ເຊື່ອໝັ້ນຈາກການຈັດຕັ້ງ ແລະ ເພື່ອນສະຫາຍ ຮ່ວມອຸດົມການ ແລະ ເພື່ອນຮ່ວມງານຕະຫລອດມາ, ທັງໄດ້ຮັບຄວາມເຄົາລົບນັບຖື,ເຊື່ອໝັ້ນໄວ້ວາງໃຈຢ່າງສູງສົ່ງຈາກປະຊາຊົນຊັ້ນຄົນຕ່າງໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version