Wednesday, April 23, 2025
Homeຂ່າວຕ່າງປະເທດກຳປູເຈຍ ເປີດທ່າກຳປັ່ນຮອງຮັບນັກທ່ອງທ່ຽວແຫ່ງໃໝ່

ກຳປູເຈຍ ເປີດທ່າກຳປັ່ນຮອງຮັບນັກທ່ອງທ່ຽວແຫ່ງໃໝ່

ສຳນັກຂ່າວເອເອຟພີ,ວັນທີ22 ເມສານີ້,ກຳປູເຈຍ ເປີດການນຳໃຊ້ທ່າກຳປັ່ນເພື່ອການທ່ອງທຽວຕັ້ງຢູ່ແຂວງກຳປອດ ຊຶ່ງຕັ້ງຢູ່ ທາງຕາເວັນຕົກສຽງໃຕ້ຂອງປະເທດ ໂດຍມີເປົ້າໝາຍຫລັກ ເພື່ອສົ່ງເສີມພາກການຂົນສົ່ງທາງທະເລ. ທ່າກຳປັ່ນທ່ອງທ່ຽວ ສາກົນກຳປອດຕັ້ງຢູ່ໃນເຂດເຕັກຊູມີຂະໜາດ 4,2 ເຮັກຕາ ຫລື ປະມານ 42.000 ກິໂລຕາແມັດ ແລະ ສາມາດຮອງຮັບ ກຳປັ່ນທີ່ບັນທຸກຜູ້ໂດຍສານ ຫລື ນັກທ່ອງທຽວ ໄດ້ສູງສຸດ 300 ເທື່ອຄົນ.

ຫລັງຈາກກຳນົດເປົ້າໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ 7,25 ລ້ານເທື່ອຄົນໃນປີນີ້ ຈາກ 6,7 ລ້ານເທື່ອຄົນ ໃນປີ2024. ຈາກນັ້ນກະຊວງໂຍທາທິການ ແລະ ການຂົນສົ່ງຂອງກຳປູເຈຍ ເປີດເຜີຍວ່າ: ການກໍ່ສ້າງກຳປັ່ນກຳປອດໄດ້ເລີ່ມຕົ້ນ ໃນເດືອນສິງຫາ 2018 ແລະ ສໍາເລັດ ໃນເດືອນມິຖຸນາ 2022, ໂດຍໄດ້ຮັບເງິນກູ້ 10 ລ້ານໂດລາສະຫະລັດ ຈາກທະນາຄານ ພັດທະນາ ອາຊີ (ADB). ຈົນເຖິງປັດຈຸບັນກໍາປູເຈຍ ມີທ່າກຳປັ່ນທັງໝົດ 119ແຫ່ງໃນນີ້ມີທ່າກຳປັ່ນສາກົນ 31ແຫ່ງ ແລະ ທ່າກຳປັ່ນແມ່ນ້ຳ 88 ແຫ່ງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments