Home ຂ່າວຕ່າງປະເທດ ບັນຫາເສດຖະກິດໃນສະຫະລັດອາເມລິກາ ຍັງບໍ່ໄດ້ຮັບການແກ້ໄຂ

ບັນຫາເສດຖະກິດໃນສະຫະລັດອາເມລິກາ ຍັງບໍ່ໄດ້ຮັບການແກ້ໄຂ

0

ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ຊ່ອງ​ຂ່າວ ​ແລະ​ ທຸ​ລະ​ກິດຜູ້​ບໍ​ລິ​ໂພກສະຫະລັດອາ​ເມ​ລິ​ກາ​ ຫລື CNBC ລາຍ​ງານ​ວ່າ: ການ​ສຳ​ຫລວດເສດ​ຖະ​ກິ​ດ​ທົ່ວ​ປະ​ເທດ ສະຫະລັດອາ​ເມ​ລິ​ກາ​ ຫລ້າ​ສຸດ​ຂອງ CNBC ສະ​ແດງ​ໃຫ້​ເຫັນ​ວ່າ: ບັນ​ຫາ​ເສດ​ຖະ​ກິດ​ໃນສະຫະລັດອາເມລິກາ ຍັງບໍ່ໄດ້ຮັບການແກ້ໄຂຍ້ອນ​ວິ​ທີ​​ແກ້​ໄຂ​ບັນ​ຫາພາ​ສີ, ​ໄພ​ເງິນ​ຟື້ ​ແລະ ​ລາຍ​ຈ່າຍລັດ​ຖະ​ບານ​ ຂອງ​ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີສະຫະລັດອາ​ເມ​ລິກາ​ ພາ​ໃຫ້​ປະ​ຊາ​ຊົນ ​ເກີດ​ມີ​ຄວາມ​ບໍ່​ພໍ​ໃຈຢ່າງກວ້າງ​ຂວາງ, ອັດ​ຕາ​ສະ​ໜັບສະ​ໜູນ​ດ້ານ​ບັນ​ຫາ​ເສດ​ຖະ​ກິດ ​ຂອງ​ທ່ານ​ ໂດນັນ ທ​ຣຳ ​ໄດ້​ຕົກ​ລົງຮອດ​ລະ​ດັບຕ່ຳ​ສຸດໃນ​ຕະ​ຫລອດ​ໄລ​ຍະ​ທີ່ ​ທ່ານ ​ໂດນັນ ທຣຳ ດຳ​ລົງ​ຕຳ​ແໜ່ງເປັນ​ປະ​ທາ​ນາ​ທິ​ບໍ​ດີສະຫະລັດ ອາເມລິກາ. ຂ່າວ​ແຈ້ງວ່າ, ຜູ້​ໃຫ້​ສຳ​ພາດ 49% ເຫັນ​ວ່າ ເສດ​ຖະ​ກິດ ຂອງສະຫະລັດອາ​ເມ​ລິ​ກາ​ ຈະ​ຊຸດ​ຊົມ​ລົງ​ໃນ​ປີໜຶ່ງ​ຂ້າງ​ໜ້າ​ນີ້. ການ​ສຳ​ຫລວດ​ປະ​ກົດ​ເຫັນ​ວ່າ: ຜູ້​ໃຫ້​ສຳ​ພາດ 44% ເຫັນ​ດີ​ນຳ​ວິ​ທີ​ແກ້​ໄຂ ຂອງ​ທ່ານ ໂດນັນ ​ທ​ຣຳ, 51% ຄັດ​ຄ້ານ. ໃນ​ດ້ານ​ບັນ​ຫາ​ເສດ​ຖະ​ກິດ, ອັດ​ຕາ​ສະ​ໜັບສະ​ໜູນ ​ຂອງ​ທ່ານ ໂດນັນ ​ທ​ຣຳ ​ມີ​ແຕ່ 43%, ອັດ​ຕາ​ຄັດ​ຄ້​ານ​ແມ່ນ 55%.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version