Wednesday, April 23, 2025
Homeຂ່າວຕ່າງປະເທດດີເອສແອລ ໂຈະການຂົນສົ່ງພັດສະດຸ ມູນຄ່າຫລາຍກວ່າ 800ໂດລາສະຫະລັດໃຫ້ລູກຄ້າໃນ ສ.ອາເມລິກາ

ດີເອສແອລ ໂຈະການຂົນສົ່ງພັດສະດຸ ມູນຄ່າຫລາຍກວ່າ 800ໂດລາສະຫະລັດໃຫ້ລູກຄ້າໃນ ສ.ອາເມລິກາ

ຕາມຂ່າວຈາກນະຄອນຫລວງແບ໋ກແລ໋ງ ຂອງເຢຍລະມັນ, ບໍລິສັດດີເອສແອລ (DHL) ໂຈະການຂົນສົ່ງພັດສະດຸທີ່ມີມູນຄ່າ ຫລາຍກວ່າ 800 ໂດລາສະຫະລັດ ໃຫ້ແກ່ລູກຄ້າໃນ ສ.ອາເມລິກາ ບໍ່ວ່າຈະມີຕົ້ນທາງມາຈາກໃສ ເລີ່ມຈັດຕັ້ງປະຕິບັດ ວັນທີ 21 ເມສານີ້ ເປັນຕົ້ນໄປ ເນື່ອງຈາກມາດຕະການພາສີຂອງ ສ.ອາເມລິກາ ທີ່ມີການປ່ຽນແປງຢ່າງຕໍ່ເນື່ອງເຮັດໃຫ້ ຂະບວນການກວດສອບ ແລະ ປ່ອຍສິນຄ້າຍາວນານຂຶ້ນ. ຂະນະທີ່ສິນຄ້າທີ່ມີມູນຄ້າຫລາຍກວ່າ 2.500 ໂດລາສະຫະລັດ ຕ້ອງເຂົ້າສູ່ຂະບວນການກວດສອບການນຳເຂົ້າຢ່າງເປັນທາງການ. ພາຍຫລັງ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ລົງນາມໃນຄຳສັ່ງເພີ່ມອັດຕາພາສີພັດສະດຸຂະໜາດນ້ອຍທີ່ມີຕົ້ນທາງ ມາຈາກ ສປ ຈີນ ຈາກ 30% ຂຶ້ນເປັນ 90% ໂດຍຈະມີຜົນຈັດຕັ້ງ ແຕ່ວັນທີ 2 ພຶດສະພານີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments