ໃນຕອນແລງ ວັນທີ 19 ເມສາ 2025 ທີ່ຫໍທັມມະສະພາ ວັດພະທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຄະນະກໍາມະການສູນກາງແນວລາວສ້າງຊາດ ນໍາໂດຍ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ມີບັນດາທ່ານຮອງປະທານ ສນຊ ປະຈໍາການ ແລະ ບໍ່ປະຈໍາການ ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ສນຊ ໄດ້ຮ່ວມກັນເປັນເຈົ້າພາບ ພິທີບໍາເພັນກຸສົນ ສາຣີຣະສັງຂານ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ອະດີດປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ມີທ່ານ ນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ທ່ານປ້າ ນາລີ ສີສຸລິດ ພັນລະຍາ ພະນະທ່ານປະທານປະເທດແຫ່ງ ສປປ ລາວ ບັນດາຄອບຄົວການນໍາພັກ-ລັດ; ພະນັກງານ-ລັດຖະກອນ ອ້ອມຂ້າງ ສນຊ ແລະ ພະນັກງານຈາກພາກສ່ວນນະຄອນຫຼວງວຽງຈັນ ຕະຫຼອດຮອດພໍ່ແມ່ພີ່ນ້ອງ ພຸດທະສາ ສະນິກະຊົນ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ພິທີຄັ້ງນີ້ ທ່ານປະທານ ສນຊ ໄດ້ຂຶ້ນໄຕ້ທຽນບູຊາພະຣັດຕະນະໄຕຣ ຈາກນັ້ນ ກໍໄດ້ພ້ອມກັນໄຫວ້ພະ ສໍາມະທານສິນ 5 ສິກຂາບົດ ຮັບຟັງພະສົງສູດພຣະອະພິທໍາ (ມາຕິກາ) ຟັງທໍາມະເທສະໜາ 1 ກັນ ເພື່ອປະດັບສະຕິປັນຍາໃນການບໍາເພັນກຸສົນ ພ້ອມນີ້ ທ່ານປະທານ ພ້ອມດ້ວຍຄະນະ ກໍໄດ້ຖວາຍຜ້າບັງສະກຸນແດ່ຄະນະສົງ ພ້ອມທັງມອບຖວາຍປັດໄຈ ທີ່ຄະນະກໍາມະການ ສນຊ ໄດ້ຮ່ວມກັນສົມທົບໂມທະນາທານໃນເບື້ອງຕົ້ນ ຈໍານວນ 58 ລ້ານກີບ ແດ່ຄະນະສົງ ເພື່ອນໍາໃຊ້ເຂົ້າໃນງານບໍາເພັນກຸສົນ ສາຣີຣະສັງຂານ ຂອງພະອາຈານໃຫຍ່ ຕາມພຸດທະປະເພນີປະຕິບັດ.
ຂ່າວ+ພາບ: ລີ