ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14/04/1955-14/04/2025) ໃນວັນທີ 21 ເມສາ 2025 ຢູ່ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິຕະພັນປະທານ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ.
ການວາງກະຕ່າດອກໄມ້ ໃນຄັ້ງນີ້, ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນຢ່າງສູງ ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ໃຫ້ແກ່ການຈັດຕັ້ງ ພັກ-ລັດ ແລະ ປວງຊົນລາວທັງຊາດ ໂດຍສະເພາະແມ່ນຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ.

ໂອກາດດັ່ງກ່າວ, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ກ່າວວ່າ: ພວກເຮົາທີ່ເປັນຊາວໜຸ່ມຮຸ່ນສືບທອດ ຕ້ອງພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນລ້ຳຄ່າ ຕາມແນວຄິດ ແລະ ອຸດົມການຂອງປະທານ ໄກສອນ ພົມວິຫານ ໃນການນໍາພາ-ຊີ້ນໍາຊາວໜຸ່ມ ໃຫ້ນັບມື້ນັບໜັກແໜ້ນເຂັ້ມແຂງ ເປັນກໍາລັງປະຈັນບານນຳໜ້າ ແລະ ເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ, ຂອງຊາດ ດ້ວຍຄວາມຈົງຮັກພັກດີ ໃຫ້ສົມກັບນາມມະຍົດທີ່ປະທານ ໄກສອນ ພົມວິຫານ ໄດ້ມອບໃຫ້ກັບຊາວໜຸ່ມທີ່ວ່າ: “ຊາວໜຸ່ມ ຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝຂອງພວກເຮົາ”.