Tuesday, April 22, 2025
Homeຂ່າວໜ້າໜຶ່ງກະຊວງ ຖວທ ເຊື່ອມຊຶມເອກະສານປັບປຸງກົງຈັກການຈັດຕັ້ງ

ກະຊວງ ຖວທ ເຊື່ອມຊຶມເອກະສານປັບປຸງກົງຈັກການຈັດຕັ້ງ

ກອງເລຂາຄະນະຮັບຜິດຊອບ ປັບປຸງກົງຈັກການຈັດຕັ້ງ ຮ່ວມກັບ ກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ(ຖວທ) ຈັດກອງປະຊຸມເຊື່ອມຊຶມເອກະສານປັບປຸງກົງຈັກການຈັດຕັ້ງ ໃນວັນທີ 18 ເມສາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ກຳມະການຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳ ມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຖວທ, ມີບັນດາຮອງລັດຖະມົນຕີກະຊວງ ຖວທ, ມີຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ຄະນະບໍລິຫານງານພັກກະຊວງ, ເລຂາພັກຮາກຖານ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານຫລັກແຫລ່ງທົ່ວຂະແໜງ ຖວທ ເຂົ້າຮ່ວມ.

ທັງນີ້, ກໍເພື່ອເຊື່ອມຊຶມບັນດານິຕິກໍາກ່ຽວກັບການປັບປຸງກົງຈັກການຈັດຕັັ້ງ, ສ້າງຄວາມເປັນເອກະພາບທາງດ້ານແນວຄິດໃຫ້ຄະນະພັກ-ຄະນະນໍາ ຕະຫລອດຮອດສະມາຊິກພັກ-ພະນັກງານທົ່ວກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຮັບຮູ້ເຂົ້າໃຈ, ເຫັນໄດ້ເຫດຜົນ ແລະ ຄວາມຈໍາເປັນທີ່ຕ້ອງປັບປຸງກົງຈັກການຈັດຕັ້ງຄັັ້ງນີ້ ແລະ ເພື່ອແຈ້ງໃຫ້ຊາບກ່ຽວກັບຄະນະຮັບຜິດຊອບ ການໂອນວຽກສື່ມວນຊົນ ກໍຄື ວຽກງານຖະແຫລງຂ່າວ, ພ້ອມທັງຍົກຍ້າຍບຸກຄະລາກອນອອກຈາກກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.

ໃນພິທີ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານພັກ ແລະ ພະນັກງານຂອງກະຊວງ ຖວທ ກໍຄື ການປະຕິບັດ ສິດ ແລະ ໜ້າທີ່ໃນການປັບປຸງກົງຈັກການຈັດຕັ້ງໃນຂະແໜງ ຖວທ ໃນໄລຍະຜ່ານມາ ເຖິງປັດຈຸບັນໂດຍຫຍໍ້ ເຊິ່ງໄລຍະຜ່ານມາໂດຍອີງຕາມບັນດາມະຕິ, ທິດຊີ້ນໍາຂອງຂັ້ນເທິງໃນການປັບປຸງກົງຈັກການຈັດຕັ້ງຂອງພັກ, ຂອງລັດ ໃນແຕ່ລະໄລຍະ ຄະນະນໍາກະຊວງ ຖວທ ໄດ້ເອົາໃຈໃສ່ປັບປຸງກົງຈັການຈັດຕັ້ງພາຍໃນຂະແໜງການແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ທົ່ວເຖິງ, ມີຄວາມໜັກແໜ້ນຕາມທິດກະທັກຮັດ, ສົມເຫດສົມຜົນ, ເຄື່ອນໄຫວມີປະສິດທິພາບ ເໝາະສົມຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ໄດ້ກຳນົດຄືທີ່ຕັ້ງ, ພາລະບົດບາດຂອງກະຊວງ, ໂຮມບັນດາກົມ-ກອງທີ່ມີບົດບາດໃກ້ຄຽງ ຫລື ຊໍ້າຊ້ອນກັນ ລວມທັງບັນດາຂະແໜງການຢູ່ຂັ້ນທ້ອງຖິ່ນ ແລະ ອື່ນໆ.

ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ກໍໄດ້ເຜີຍແຜ່ເນື້ອໃນຈິດໃຈຂອງມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັການຈັດຕັ້ງ ເລກທີ 03, ລົງວັນທີ 12 ມີນາ 2025, ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ-ໂຮມກະຊວງ, ອົງການ ຫລື ໂອນບາງໜ້າວຽກໄປໃຫ້ພາກສ່ວນອື່ນຮັບຜິດຊອບ, ທັດສະນະຊີ້ນໍາຂອງການປັບປຸງກົງຈັກການຈັດຕັ້ງ, ທິດທາງຄາດໝາຍໃນການປັບປຸງການຈັດຕັ້ງ ເຊິ່ງການປັບປຸງການຈັດຕັ້ງແມ່ນເລື່ອງປົກກະຕິ ເພື່ອເຮັດໃຫ້ການເຄື່ອນໄຫວຂອງກົງຈັກການຈັດຕັ້ງມີປະສິດທິຜົນ ຕອບສະໜອງໜ້າທີ່ການ ເມືອງ, ທັງໃຫ້ສອດຄ່ອງກັບລະບົບການເມືອງ ແລະ ການປ່ຽນແປງໃໝ່ ໃນແຕ່ລະໄລຍະ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments