Tuesday, April 22, 2025
Homeຂ່າວຕ່າງປະເທດຈັງຫວະການເຕີບໂຕ ເສດຖະກິດທົ່ວໂລກ ຈະຊ້າລົງຮອດ 2,3%

ຈັງຫວະການເຕີບໂຕ ເສດຖະກິດທົ່ວໂລກ ຈະຊ້າລົງຮອດ 2,3%

ວິທະຍຸສາກົນແຫ່ງ ສປ ຈີນ, ກອງ​ປະ​ຊຸມ​ການ​ຄ້າ ແລະ ການ​ພັດ​ທະ​ນາ ​ອົງ​ການສະ​ຫະປະ​ຊາ​ຊາດ​ ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ ເມື່ອບໍ່ດົນມາ​ນີ້​ວ່າ: ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ຮ້າຍ​ແຮງ​ຂຶ້ນ ແລະ ຄວາມ​ບໍ່​ແນ່ນອນເພີ່ມ​ຂຶ້ນ, ຈັງ​ຫວະ​ການ​ເຕີບ​ໂຕ​ ຂອງ​ເສດ​ຖະ​ກິດທົ່ວ​ໂລກ​ໃນ​ປີ 2025 ຈະ​ຊ້າ​ລົງ​ຮອ​ດ 2,3%. ຫລັງຈາກມາດ​ຕະ​ການ​ພາ​ສີ​ ຂອງ ສ.​ອາ​ເມ​ລິກາ​ ພວມສົ່ງ​ຜົນ​ກະ​ທົບ ​ຕໍ່ຕ່ອງ​ໂສ້​ ການ​ສະ​ໜອງ ແລະ ທຳ​ລາຍ​ ການ​ຄາດ​ຄະ​ເນ ​ໄດ້​ຂອງ​ສະ​ພາບ​ແວດ​ລ້ອມ ​ເສດ​ຖະ​ກິດ​ການ​ຄ້າ ແລະ ຄວາມ​ບໍ່​ແນ່ນອນ ​ຂອງນ​ະ​ໂຍ​ບາຍ​ ການ​ຄ້າ​ເພີ່ມ​ຂຶ້ນ ​ຢ່າງ​ຈະ​ແຈ້ງ ເຊິ່ງ​ໄດ້​ເຮັດ​ໃຫ້​ການ​ຕົກ​ລົງ​ນະ​ໂຍ​ບາຍ​ ດ້​ານກ​ານ​ລົງ​ທຶນ​ມີ​ຄວາມ​ຊັກ​ຊ້າ ແລະ ກາ​ນ​ຮັບ​ສະ​ໝັກ ​ພະ​ນັກ​ງານ​ ຂອງວິ​ສາ​ຫະ​ກິດຫລຸດ​ລົງ.ເກືອບ​ທຸກ​ປະ​ເທດ ​​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ ຈາກ​ການເຕີບ​ໂຕ ​ຊ້າ​ລົງ​ຂ​ອງ​ເສດ​ຖະ​ກິດ ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ ແລະ ປະ​ເທດ ຫລື ເຂດ​ແຄວ້ນ​ ທີ່​ມີ​ເສດ​ຖະ​ກິດ ​ອ່ອນແອ​ທີ່​ສຸດ, ຫລາຍປະ​ເທດ ​ທີ່​ມີ​ລາຍ​ໄດ້​ຕ່ຳ​ ພວມ​ຜະ​ເຊີນ​ໜ້າ​ກັບ ​ສິ່ງ​ທ້າ​ທາຍ​ຕ່າງໆ ເຊັ່ນ​: ສະ​ພາບ​ແວດ​ລ້ອມ ທາງ​ດ້ານ​ການ​ທະ​ນ​າ​ຄານ ​ຊຸດ​ໂຊມ​ລົງ, ໜີ້​ສິນ​ບໍ່​ມີ​ຄວາມ​ຍືນ​ຍົງ, ການ​ເຕີບ​ໂຕ​ພາຍ​ໃນ​ປະ​ເທດ ຫລຸດ​ລົງ​ ແລະ​ອື່ນໆ. ແຕ່​ໃນ​ຂະ​ນ​ະ​ດຽວ​ກັນ, ການ​ເຕີບ​ໂຕ ​ຂອງ​ການ​ຄ້າ​ໃຕ້-ໃຕ້ ແລະ ການ​ພັດ​ທະ​ນາ​ ແບບ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ຂອງ​ເສດ​ຖະ​ກິດ​ ພາກ​ພື້ນ ​ໄດ້​ສ້າງ​ໂອ​ກາດ ແລະ ຄວາມ​ໜຽວ​ແໜ້ນ ​ໃຫ້​ແກ່ ​ເສດ​ຖະ​ກິ​ດ​ທົ່ວ​ໂລກ. ການ​ຄ້າ​ໃຕ້-ໃຕ້ ໄດ້​ກວມ​ເອົາ ​ປະ​ມານ 1/3 ຂອງ​ການ​ຄ້າ​ທົ່ວ​ໂລກ, ການ​ພັດ​ທະ​ນາ​ຂອງ ສປ ​ຈີນ​ ໄດ້​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ການ​ຄ້າ​ໃຕ້-ໃຕ້​ຢ່າງ​ໝັ້ນ​ທ່ຽງ ແລະ ການ​ເຊື່ອມ​ໂຍງ ​ດ້ານ​ເສດ​ຖະ​ກິດ​ ຂອງ​ປະ​ເທດ​ ເຂດ​ໂລກ​ໃຕ້ ໄດ້​ສ້າງ​ກາດ​ໃຫ້​ແກ່ ຫລາຍ​ປະ​ເທດ​ ພວມ​ພັດ​ທະ​ນາ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments