Tuesday, April 22, 2025
Homeຂ່າວຕ່າງປະເທດສະຫະລັດ ອາເມຣິກາ ຍົກເວັ້ນສະມາດໂຟນ, ຄອມພິວເຕີ ຈາກພາສີເພີ່ມເພື່ອຕອບໂຕ້

ສະຫະລັດ ອາເມຣິກາ ຍົກເວັ້ນສະມາດໂຟນ, ຄອມພິວເຕີ ຈາກພາສີເພີ່ມເພື່ອຕອບໂຕ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ເມສາ ຜ່ານມາວ່າ: ຫ້ອງການພາສີ ແລະ ປ້ອງກັນຊາຍແດນຂອງສະຫະລັດ ອາເມຣິກາ ປະກາດວ່າ: ລັດຖະບານສະຫະລັດ ອາເມຣິກາ ໄດ້ຍົກເວັ້ນການເກັບພາສີເພີ່ມເພື່ອຕອບໂຕ້ ກັບສະມາດໂຟນ, ຄອມພິວເຕີ ແລະ ຜະລິດຕະພັນເອເລັກໂຕຣນິກອື່ນໆ.

ເອກະສານຈາກຫ້ອງການດັ່ງກ່າວ ໄດ້ລະບຸວ່າ: ການຍົກເວັ້ນນີ້ ບັງຄັບໃຊ້ກັບຜະລິດຕະພັນເອເລັກໂຕຣນິກ ທີ່ນຳເຂົ້າ ສະຫະລັດ ອາເມຣິກາ ຫຼັງຈາກວັນທີ 5 ເມສາ ແລະ ສາມາດໄດ້ຮັບການຮ້ອງຂໍ “ພາສີເພີ່ມເພື່ອຕອບໂຕ້” ທີ່ຊຳລະມາແລ້ວຄືນໄດ້.

Kobeissi Letter ຈົດໝາຍຂ່າວທາງດ້ານການເງິນໃນສື່ສັງຄົມອອນລາຍ X (Twitter) ລະບຸວ່າ:ນີ້ແມ່ນການປີ້ນກັບຄັ້ງໃຫຍ່ຂອງນະໂຍບາຍອັດຕາພາສີ.

ຂ່າວລາຍງານວ່າ: ການປະກາດຫຼ້າສຸດຈະຜ່ອນຄາຍຄວາມວິຕົກກັງວົນຂອງຜູ້ບໍລິໂພກຢ່າງຫຼວງຫຼາຍ ແລະ ເປັນປະໂຫຍດສໍາລັບບໍລິສັດເອເລັກໂຕຣນິກຂະໜາດໃຫຍ່ເຊັ່ນ Apple ແລະ Samsung Electronics.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments