Monday, April 21, 2025
Homeຂ່າວພາຍໃນທ່ຽວປີໃໝ່ລາວຢ່າງມີສະຕິປອດໄພຫ່າງໄກອຸບັດເຫດ

ທ່ຽວປີໃໝ່ລາວຢ່າງມີສະຕິປອດໄພຫ່າງໄກອຸບັດເຫດ

ທ່ຽວປີໃໝ່ລາວປະຈໍາປີ 2025 ຢ່າງມີສະຕິປອດໄພຫ່າງໄກອຸບັດເຫດ, ປີໃໝ່ລາວຖືເປັນປະເພນີອັນງົດງາມຂອງປວງຊົນລາວຊາວພຸດ ທີ່ເຄີຍປະຕິບັດສືບທອດກັນມາແຕ່ບູຮານນະການຢູ່ໃນຮີດ 12 ຄອງ 14 ຂອງລາວ ເປັນການສົ່ງທ້າຍປີເກົ່າ ພ.ສ 2567 ຕ້ອນຮັບປີໃໝ່ ພ.ສ 2568.

ປີໃໝ່ລາວປີນີ້ມີມື້ພັກຕິດຕໍ່ກັນ 3 ວັນຄື: ວັນທີ 14-16 ເມສາ. ດັ່ງນັ້ນຫຼາຍກະຊວງ, ອົງການ, ສຳນັກງານ, ບ້ານ, ເມືອງ, ຄອບຄົວ ກໍໄດ້ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວຢ່າງເບີກບານມ່ວນຊື່ນ ເຮັດແບບປະຢັດຕ້ານການຟຸ່ມເຟືອຍ ສະເຫຼີມສະຫຼອງງານບຸນດັ່ງກ່າວດ້ວຍບັນຍາກາດອົບອຸ່ນ ໂດຍຖືເອົາໂອກາດນີ້ເປັນການອວຍພອນໄຊ, ຫົດສົງ, ຂໍພອນປີໃໝ່ຊຶ່ງກັນ ແລະ ກັນ ທັງນີ້ເພື່ອເປັນການສະແດງອອກເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ໃຫຍ່, ຄູ-ອາຈານ, ພໍ່ແມ່, ລຸງປ້າ, ອາວ, ອາ ທີ່ເຄີຍອົບຮົມສັ່ງ ສອນໃຫ້ຄວາມຮູ້ ທັງເປັນການເຕົ້າໂຮມຄວາມສາມັກຄີພາຍໃນຄອບຄົວ ຊຶ່ງສ່ວນໃຫຍ່ແມ່ນໄດ້ມີການຈັດພິທີບາສີສູ່ຂວັນ, ຂໍຂະມາ (ສົມມາ), ຫົດສົງ, ຂໍພອນຢູ່ຕາມສໍານັກງານ, ຄອບຄົວ ແລະ ຢູ່ຕາມວັດວາອາຮາມ (ສະຖານທີ່ສັກກາລະບູຊາ) ເຫຼົ່ານີ້ເປັນຕົ້ນ ເພື່ອໃຫ້ຕົນເອງ ແລະ ຄອບຄົວມີໂຊກມີໄຊໃນວັນປີໃໝ່.

ສະນັ້ນ, ໃນໂອກາດປີໃໝ່ນີ້, ຂໍໃຫ້ທຸກຄົນທ່ຽວງານບຸນຢ່າງມີສະຕິ, ມີຄວາມປອດໃນການເດີນ ທາງສັນຈອນໄປມາຕາມທ້ອງຖະໜົນ ເພື່ອຫຼຸດຜ່ອນອຸບັດເຫດທີ່ຈະເກີດຂຶ້ນ ຂໍໃຫ້ທຸກຄົນທ່ຽວບຸນດ້ວຍຄວາມເບິກບານມ່ວນຊື່ນປອດໄພທັງໄປ ແລະ ກັບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments