ເລື່ອງການລະສະຣີຣະສັງຂານ ຂອງພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.
ຄະນະສົງວັດສົມສະຫງັດ, ຄະນະສິດສານຸສິດ ແລະ ຄະນະລູກຫຼານ ຂໍແຈ້ງຂ່າວ ວິບປະໂຍກ (ຄວາມເສົ້າສະລົດໃຈ) ມາຍັງ ພຣະມະຫາເຖຣານຸເຖຣະ ພຣະສົງສາມະເນນ ການນຳພາ ພັກລັດ ການຈັດຕັ້ງ ອອກຕົນຍາດໂຍມ ພຸດທະສາສະນິກະຊົນລາວບັນດາເຜົ່າ ທັງພາຍໃນ ແລະຕ່າງປະເທດ ຊາບວ່າ
ອົງພຣະປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ ລະສະຣີຣະສັງຂານແລ້ວ ໃນ ວັນພະຫັດ ວັນທີ 17 ເມສາ ພຣະພຸດທະສັງກາດ ໒໕໖໗ (2025) ເວລາ 00:22 ທີ່ ວັດສົມສະຫງັດ ບ້ານຝາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ລວມອາຍຸ ໄດ້ 92 ປີ, ວັດສາຍຸການ 72 ພັນສາ.
ປັດຈຸບັນ ສະຣີຣະສັງຂານ ໄດ້ນຳໄປປະດິດສະຖານຕັ້ງໄວ້ໃຫ້ບຳເພັນກຸສົນສັມປະທາສັກກາຣະບູຊາ ທີ່ ວັດສົມສະຫງັດ ບ້ານຝາຍ ກ່ອນທີ່ຈະເຄື່ອນຍ້າຍໄປສູ່ ຫໍທັມມະສະພາ ຊັ້ນ 2 ວັດພຣະທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.