Monday, April 21, 2025
Homeທຸລະກິດທ່າແຕງຟາມ ແລະ ຣີສອດ ມີສ່ວນຫລຸດ ໃຫ້ແຂກ ທີ່ມາທ່ອງທ່ຽວ ໄລຍະບຸນປີໃໝ່ລາວ

ທ່າແຕງຟາມ ແລະ ຣີສອດ ມີສ່ວນຫລຸດ ໃຫ້ແຂກ ທີ່ມາທ່ອງທ່ຽວ ໄລຍະບຸນປີໃໝ່ລາວ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ສະຖານທີ່ທ່ອງທ່ຽວທ່າແຕງຟາມ ຢູ່ບ້ານໂກງຕາຢູນ ເມືອງທ່າແຕງ ແຂວງເຊກອງ, ຫ່າງຈາກເທສະບານເມືອງທ່າແຕງ ໄປທາງເມືອງປາກຊ່ອງ 4 ກວ່າກິໂລແມັດ, ປັດຈຸບັນ ໄດ້ກຽມພ້ອມຕ້ອນຮັບແຂກ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ອງທ່ຽວ ໃນໄລຍະບຸນປີໃໝ່ລາວ ໂດຍມີຫລາຍກິດຈະກຳ ເປັນຕົ້ນ ບໍລິການຂີ່ເປັດ, ຂີ່ລົດຊິ້ງ, ມີຕູບ, ມີຮ້ານອາຫານ, ມີທີ່ພັກ, ມີອາຫານຫລາຍຢ່າງ ພ້ອມເຄື່ອງດຶ່ມຕ່າງໆ ໄວ້ບໍລິການ, ພິເສດ ໃນໄລຍະບຸນປີໃໝ່ລາວ ພສ 2568 ນີ້ທາງທ່າແຕງຟາມໄດ້ມີນະໂຍບາຍສ່ວນຫລຸດ ໃຫ້ແຂກ ທີ່ມາທ່ອງທ່ຽວ ພັກແຮມ ເຖິງ 10% ສຳລັບຄ່າຫ້ອງພັກ ແລະ ຮັບສ່ວນຫລຸດ 5% ຂອງມູນຄ່າ ຖ້າສະແກນຈ່າຍຜ່ານລະບົບ ແອວດີບີ ທຣັດ (LDB Trust).

ທ່ານ ນາງ ນາລີຊ່າ ວົງໄກສອນ ຜູ້ຈັດການສະຖານທີ່ທ່ອງທ່ຽວທ່າແຕງຟາມ ແລະ ຣີສອດ ໃຫ້ຮູ້ວ່າ: ທ່າແຕງຟາມ ແລະ ຣີສອດ ເປັນສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ ອາດຈະມີຫລາຍທ່ານ ຮັບຮູ້ ແລະ ໄດ້ມາສຳຜັດຕົວຈິງແລ້ວ ກັບທຳມະຊາດທີ່ສວຍງາມ, ອາກາດທີ່ເຢັນສະບາຍ ພ້ອມບໍລິການທີ່ວ່ອງໄວ ເໝາະແກ່ການທ່ອງທ່ຽວຂອງຫລາຍໆທ່ານ ມາແບບຄອບຄົວ ຫລື ມາແບບເປັນກຸ່ມ ໃນໄລຍະບຸນປີໃໝ່ລາວນີ້.

ທ່ານ ນາງ ນາລີຊ່າ ວົງໄກສອນ ກ່າວຕື່ມວ່າ: ຢາກໃຫ້ແຂກທຸກທ່ານ ມາລອງສຳຜັດ ແລະ ທ່ຽວຊົມ ເບິ່ງບັນຍາກາດ ແລະ ທຸກການບໍລິການ ຂອງທ່າແຕງຟາມ ແລະ ຣີສອດ ທ່ານຈະບໍ່ຜິດຫວັງ ເພາະທາງເຮົາ ໄດ້ມີການຈັດສັນ, ຕົບແຕ່ງພາຍໃນ ໃຫ້ສວຍງາມຂຶ້ນ ແລະ ປັບປຸງຂອດບໍລິການ ໃຫ້ວ່ອງໄວ ເພື່ອຄວາມປະທັບໃຈ ຂອງບັນດາແຂກ ທີ່ມາທ່ຽວ.

ທ່າແຕງຟາມ ແລະ ຣີສອດ ມີອາຫານສະອາດ, ສະຖານທີ່ປອດໄພຕໍ່ເດັກນ້ອຍ, ມີຫ້ອງພັກ, ຮ້ານອາຫານ-ກາເຟ, ມີຮ້ານຄ້າສິດວກຊື້ ແລະ ມີກິດຈະກຳຫລາກຫລາຍໃຫ້ເດັກນ້ອຍໄດ້ຫລິ້ນ.

ຂ່າວ: ອັດສະວິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments