ສະຫາຍ ອະນຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ສະຫາຍ ສະຫາຍ ຢາງ ຫວ້ານໝີງ (Yang Wanming) ປະທານສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະ ເທດ ສປ ຈີນ ພ້ອມດ້ວຍຄະນະ ວັນທີ 10 ເມສາ 2025 ຢູ່ຫ້ອງວ່າການປົກຄອງ ນວ ໃນໂອກາດທີ່ຄະນະດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໂອກາດນີ້ ສະຫາຍ ອະນຸພາບ ຕຸນາລົມ ໄດ້ສະແດງຄວາມຍິນຕີຕ້ອນຮັບ ແລະ ຕີລາ ຄາສູງຕໍ່ສະຫາຍ ຢາງ ຫວ້ານໝີງ ພ້ອມຄະນະທີ່ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຂອງການພັດທະນາເສດ ຖະກິດ-ສັງຄົມໃຫ້ກັນຊາບ ພ້ອມທັງຕີລາຄາຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການພົວພັນຮ່ວມມື ກໍຄືສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ເວົ້າລວມ ເວົ້າສະ ເພາະ ນວ ແລະ ສປ ຈີນ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍທຸກຂົງເຂດວຽກງານ ແລະ ມີໝາກຜົນ ເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຈີນ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນລະຫວ່າງ ສອງອົງການມິດຕະພາບ ລາວ ແລະ ຈີນ ໃນການສ້າງສາພັດທະນາ ສປປ ລາວ ກໍຄື ນວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ໂອກາດດຽວກັນ ສະຫາຍ ຢາງ ຫວ້ານໝີງ ກໍໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນາ ພ້ອມທັງອວຍພອນ ສະຫາຍ ເລຂາຄະນະພັກ ນວ ເນື່ອງໃນໂອກາດປີໃໝ່ລາວ ພສ 2568 ໃຫ້ມີ ສຸຂະພາບ ຮ່າງກາຍ ແຂງແຮງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານທຸກປະການ.