Saturday, April 19, 2025
Homeສຶກສາສົກຮຽນນີ້ ນະຄອນຫຼວງວຽງຈັນ ຍັງຄອງເຈົ້າຫຼຽນຄຳ ໃນການສອບເສັງແຂ່ງຂັນນັກຮຽນເກ່ງລະດັບຊາດ

ສົກຮຽນນີ້ ນະຄອນຫຼວງວຽງຈັນ ຍັງຄອງເຈົ້າຫຼຽນຄຳ ໃນການສອບເສັງແຂ່ງຂັນນັກຮຽນເກ່ງລະດັບຊາດ

ໃນສົກຮຽນ 2023-2024 ຜ່ານມາ ນະຄອນຫຼວງວຽງຈັນ (ນວ) ສາມາດຍາດໄດ້ຫຼຽນຄຳ ໃນການ ສອບເສັງແຂ່ງຂັນນັກຮຽນເກ່ງລະດັບຊາດ ເຖິງ 6 ຫຼຽນຄຳ ແລະ 1 ຫຼຽນເງິນ ລວມ 7 ຫຼຽນ ແລະ ໃນສົກ ຮຽນ 2024-2025 ນວ ຍັງຄົງສາມາດສືບຕໍ່ຮັກສາມູນເຊື້ອໄວ້ຢ່າງໜຽວໝັ້ນ ພ້ອມທະລຸເປົ້າໝາຍເຖິງ 11 ຫຼຽນ ໃນນັ້ນ ໄດ້ຫຼຽນຄຳເຖິງ 7 ຫຼຽນ ໃນຈຳນວນ 8 ຫຼຽນຄຳທົ່ວປະເທດ.

ພິທີສະຫຼຸບການສອບເສັງແຂ່ງຂັນນັກຮຽນເກ່ງລະດັບຊາດ ຊັ້ນມັດທະຍົມສຶກສາ 2024-2025 ຈັດ ຂຶ້ນວັນທີ 10 ເມສາ 2025 ຜ່ານມາ ນວ ໂດຍມີທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສສກ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຮອງລັດຖະມົນຕີ ຫົວໜ້າ-ຮອງຫົວໜ້າຫ້ອງການ ກົມ ອະທິການບໍດີ ສະຖາບັນ ສູນ ພະນັກງານຄູ-ອາຈານ ນັກຮຽນເກ່ງ ແລະ ພໍ່ແມ່ຜູ້ປົກຄອງ ເຂົ້າຮ່ວມ.

ທ່ານ ນາງ ນວມຄໍາ ຈັນທະບູລີ ວ່າການແທນຫົວໜ້າກົມສາມັນສຶກສາ ກະຊວງ ສສກ ກ່າວໃຫ້ຮູ້ວ່າ:ການສອບເສັງນັກຮຽນເກ່ງໃນສົກຮຽນ 2024-2025 ຈັດຂຶ້ນລະຫວ່າງ ວັນທີ 7-10 ເມສາ 2024 ເຊິ່ງໄດ້ຄັດເລືອກເອົານັກຮຽນມັດທະຍົມສຶກສາ ຜູ້ທີ່ສອບເສັງໄດ້ອັນດັບທີ 1-2 ລະດັບແຂວງ ຈໍານວນ 288 ຄົນ ຍິງ 162 ຄົນ ໃນນັ້ນ ຊັ້ນ ມ4 ຈໍານວນ 144 ຄົນ ຍິງ 92 ຄົນ ແລະ ຊັ້ນມ7 ຈໍານວນ 144 ຄົນ ຍິງ 52 ຄົນ ໃນນັ້ນ ສາມະເນນ 5 ອົງ ພະ 1 ອົງ ກວມເອົາ 22 ເຜົ່າ 4 ກຸ່ມພາສາ ສອບເສັງ 4 ວິຊາ ຄື: ຄະນິດສາດ ພາສາລາວ-ວັນນະຄະດີ ຟີຊິກສາດ ແລະ ວິຊາເຄມີສາດ.

ຜົນການແຂ່ງຂັນ ຊັ້ນມ4 ວິຊາພາສາລາວ-ວັນນະຄະດີ ໄດ້ອັນດັບທີ1 ນາງ ສຸວັນຄໍາ ພິມມະສອນ ຈາກໂຮງຮຽນ ມສ ຊະນະພົນ ນວ ທີ 2 ນາງ ສຸລິຍາ ປານມະນີ ຈາກ ມສ ພອນສະຫວັນ ແຂວງຊຽງຂວາງ ທີ3 ນາງ ທິບເກສອນ ໄຊຍະປັນຍາ ຈາກ ມສ ສາທິດ ແຂວງສະຫວັນນະເຂດ ວິຊາຄະນິດສາດ ທີ1 ທ້າວ ເອກກະສັນ ໝື່ນດວງ ຈາກ ມສ ພອນສະຫວັນແຫ່ງຊາດ ນວ ທີ2 ນາງ ສີປະໄພ ໂອໄຊ ຈາກ ມຕ ປາກຊັນໃໝ່ ແຂວງບໍລິຄໍາໄຊ ທີ3 ທ້າວໄຊປະເສີດ ນຸກສາ ຈາກ ມສ ປາດຖະໜາ ນວ ວິຊາຟີຊິກສາດ ທີ1 ນາງ ລິນດາ ພົງສະຫວັນ ຈາກ ມສ ພອນສະຫວັນແຫ່ງຊາດ ນວ ທີ2 ນາງ ມິນີ້ ພັນທະກອນ ມສ ລຽງເປີຍ ແຂວງອຸດົມໄຊ ທີ3 ທ້າວ ເພັດສະໝອນ ພຸດທະວົງ ມສ ລາວ-ຫວຽດນາມ ແຂວງສະຫວັນນະເຂດ ວິຊາເຄມີສາດ ທີ1 ນາງ ອອນນະພາ ຄໍາມະນີຈັນ ມສ ພອນສະຫວັນ ແຂວງຊຽງຂວາງ ທີ2 ນາງ ສຸລິຕາ ພົມມະຫາໄຊ ມສ ສິນໄຊ ນວ ທີ3 ນາງ ນຸດຈິລາ ບຸນຍາວົງ ມສ ໂພນສະຫວັນ ແຂວງສະຫວັນນະເຂດ.

ສ່ວນຊັ້ນມ7 ວິຊາພາສາລາວ-ວັນນະຄະດີ ທີ1 ທ້າວ ດ່ອນລ້າ ພົມມະວົງສາ ມສ ຫ້ອມສະຫວັນ ນວ ທີ2 ນາງ ສຸກສົມວາດ ຣາຊະວົງ ຮຮ ພອນສະຫວັນ ແຂວງບໍລິຄຊາໄຊ ທີ3 ນາງ ປາທອງ ຊາຍທອງ ມສ ສີທ່ານາໄຊ ແຂວງບໍລິຄໍາໄຊ ວິຊາຄະນິດ ສາດ ທີ1 ນາງ ສຸກພັນສາ ພົມມະລັງສີ ມສ ວຽງຈັນ ນວ ທີ2 ທ້າວ ບົ່ງວື່ ຈູມ້າ ມສ ພອນສະຫວັນແຫ່ງຊາດ ນວ ທີ3 ນາງ ປາວີນາ ສີປະເສິີດ ມສ ຫົວສຽວ ແຂວງຈໍາປາສັກ ວິຊາຟີຊິກສາດ ທີ1 ນາງ ນິວັນນາວາ ພົມມະວົງ ມສ ປາດຖະໜາ ນວ ທີ2 ນາງ ອາລິສາ ວົງພູທອນ ມສ ຫົວສຽວ ແຂວງຈໍາປາສັກ ທີ3 ທ້າວ ດ່າ ຊົວລືຢ່າງ ຮຮ ພອນສະຫວັນ ແຂວງບໍລິຄໍາໄຊ ວິຊາເຄມີສາດ ທີ1 ທ້າວ ພິລະພົນ ພົນເສນາ ມສ ປາດຖະໜາ ນວ ທີ2 ທ້າວ ເຢິວື ມສ ວັງເຮືອ ແຂວງວຽງຈັນ ທີ3 ທ້າວ ໄຈຊົ່ງ ຈາກ ມສ ພອນສະຫວັນແຫ່ງຊາດ ນວ.

ສໍາລັບລາງວັນເປັນບຸກຄົນ ລາຍວິຊາ ທີ1 ໄດ້ຮັບຫຼຽນຄໍາ ໃບຍ້ອງຍໍ ແລະ ເງິນລາງວັນ 23 ລ້ານກີບ ທີ2 ຫຼຽນເງິນ ໃບຍ້ອງຍໍ ແລະ ເງີນ 18.900.000 ກີບ ທີ3 ຫຼຽນທອງ ໃບຍ້ອງຍໍ ແລະ 15.600.000ກີບ ສ່ວນຜົນການແຂ່ງຂັນຖາມ-ຕອບວິທະຍາສາດ ທີ1 ທີມຈາກ ນວ ໄດ້ຮັບຂັນຊະນະເລີດ ແລະ ເງິນ 11.100.000 ກີບ ທີ2 ທີມຈາກແຂວງ ອຸດົມໄຊ ໄດ້ຮັບເງິນ 7.800.000 ກີບ ແລະ ທີ3 ທີມຈາກແຂວງ ຈໍາປາສັກ ໄດ້ຮັບເງິນຈໍານວນ 4.600.000 ກີບ.

ນອກຈາກນີິ້ ໃນພິທີຍັງໄດ້ມອບ-ຮັບການສະໜັບສະໜູນ ທັງພາກລັດ ແລະ ເອກະຊົນ ຈໍານວນ 32 ພາກສ່ວນ ລວມມູນຄ່າ 1,4 ຕື້ກີບ ແລະ ເພື່ອເປັນການສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນ ທາງກະຊວງ ສສກ ຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ພາກສ່ວນທີ່ໄດ້ປະກອບສ່ວນໃຫ້ການສະໜັບສະໜູນ ແລະ ມອບໃບຢັ້ງຢືນໃຫຄູນໍາພາ ນັກຮຽນ ທີ່ເຂົ້າຮ່ວມການສອບເສັງແຂ່ງຂັນນັກຮຽນເກ່ງ ລະດັບຊາດ ໃນຄັ້ງນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments