ພິທີສະຫຼຸບຜົນສໍາເລັດໃນການຈັດງານແຂ່ງຂັນກີລາປີງປ່ອງເຍົາວະຊົນໂລກ WTT Youth Contender 2024 ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ມີຂຶ້ນໃນວັນທີ 11 ເມສາ 2025 ຢູ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ປະ ທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ປະທານຈັດງານແຂ່ງຂັນກີລາປິ່ງປ່ອງເຍົາວະຊົນໂລກ ພ້ອມດ້ວຍບັນດາການນໍາກະຊວງ ຫົວໜ້າກົມ-ຮອງກົມ ບໍລິສັດທີ່ໃຫ້ການສະໜັບສະໜູນ ຄູເຝິກ ແລະ ນັກກີລາ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ກ່າວວ່າ: ສະຫະ ພັນກີລາປີງປ່ອງແຫ່ງຊາດລາວ ຄະນະຮັບຜິດຊອບຈັດງານແຂ່ງຂັນກີລາປີງປ່ອງເຍົາວະຊົນໂລກ WTT Youth Contender 2024 ທີ່ສູນການຄ້າ ໄອເຕັກມໍ ຊັ້ນ7 ໃນວັນທີ 18-21 ກັນຍາ 2024 ມີຜົນສໍາເລັດຢ່າງຈົບງາມ ໂດຍສິ່ງທີ່ພົ້ນເດັ່ນໃນງານດັ່ງກ່າວ ແມ່ນການລະດົມທຶນມີຫຼາຍໆພາກສ່ວນປະກອບສ່ວນຊ່ວຍຈົນສາມາດລະດົມທຶນໄດ້ທັງໝົດ 3.878.220.000 ກີບ ໃນນັ້ນເປັນເງິນສົດ 1.509.000.000 ກີນ ແລະ ເປັນວັດຖຸ 2.369.220.000 ກີບ ແລະ ສໍາລັບພິທີສະຫຼຸບຄັ້ງນີ້ ກໍໄດ້ຮັບການອຸປະຖຳເພີ່ມຕື່ມອີກ ຈາກພາກສ່ວນ ໂຮງແຮມແລນໝາກຣິເວີໄຊ ມູນຄ່າ 500 ໂດລາສະຫະລັດ ບໍລິສັດ ທຽນຊື່ ມູນຄ່າ 1.300 ໂດລາບໍລິສັດ ກຣິດຕະພົງກຸຣບ ມູນຄ່າ 30.000.000 ກີບ.
ສໍາລັບການຈັດງານແຂ່ງຂັນປິ່ງປ່ອງ ຄັ້ງນີ້ ກໍເພື່ອເປັນການຍົກບົດບາດຂອງສະຫະພັນກີລາປີ່ງປ່ອງແຫ່ງຊາດລາວ ໃນເວທີສາກົນໃຫ້ສູງຂຶ້ນ ສ້າງຂະບວນການກີລາປິ່ງປ່ອງໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ທັງ ເປັນການເຮັດໃຫ້ນັກກີລາລາວ ໄດ້ມີໂອກາດແລກປ່ຽນບົດຮຽນກັບນັັກກີລາຕ່າງປະເທດ ສະແດງຄວາມສາມາດໃນເວທີລະດັບສາກົນ ເພື່ອເປັນການສະແດງຄວາມພ້ອມຄວາມສາມາດຂອງປະເທດເຮົາ ໃນການຈັດງານແຂ່ງຂັນລະດັບສາກົນ ນອກນີ້ ຍັງເປັນການພັດທະນາ ແລະ ຍົກລະດັບທາງດ້ານການຈັດການແຂ່ງຂັນ ກຳມະການ ຄູເຝິກ ແລະ ນັກກີລາ ໃຫ້ທຽບເທົ່າ ໃນລະດັບພາກພື້ນ ແລະ ສາກົນ ແລະ ເພື່ອເປັນການກະຕຸ້ນການທ່ອງທ່ຽວໃນລາວເຮົາ ແລະ ຍາດແຍ່ງເອົາທຶນການຊ່ວຍເຫຼືອຈາກສາກົນ.
ສະຫຼຸບການແຂ່ງຂັນ 4 ວັນ ຊີງໄຊ 12 ລາຍການ ອັນດັບ 1 ໄດ້ແກ່ ໄຕ້ຫວັນ ສາມາດຍາດໄດ້ຂັນຊະນະເລີດ 9 ລາຍການ ຮອງຊະນະເລີດ 3 ລາຍການ ແລະ ອັນດັບສາມ 9 ລາຍການ ຄອງອັນດັບ 1 ເປັນປີທີ 2 ຕິດຕໍ່ກັນ ອັນດັບ 2 ສ ເກົາຫຼີ ໄດ້ຊະນະເລີດ 2 ລາຍການ ອັນດັບສາມ 3 ລາຍການ ອັນດັບ 3 ຮົງກົງ ຊະນະເລີດ 1 ລາຍການ ຮອງຊະນະເລີດ 2 ລາຍການ ແລະ ອັນດັບສາມ 5 ລາຍການ ອັນດັບ 4 ສິງກະໂປ ໄດ້ຮອງຊະນະເລີດ 1 ລາຍການ ແລະ ທີສາມ 1 ລາຍການ ແລະ ອັນດັບ 5 ສສ ຫວຽດນາມ ໄດ້ອັນດັບສາມ 2 ລາຍການ ແລະ ທີ 3 ຮ່ວມ ໂຄລົມບີ ອິນເດຍ ມາເລເຊຍ ແລະ ໄທ ໄດ້ປະເທດລະ 1 ລາຍການ.
ສຳລັບຜົນງານນັກກີລາລາວ ຮຸ່ນ 11 ປີ ທ້າວ ສຸກພະໂຊກ ສຸພາວົງ ໄດ້ເຂົ້າຮອບ 32 ຄົນ ນາງ ວິພາດາ ຫຼວງເດດມີໄຊ ໄດ້ເຂົ້າຮອບ 32 ຄົນ ຮຸ່ນ 13 ປີ ທ້າວ ໄຊຊະນະ ໄຊສະຫວາດ ໄດ້ເຂົ້າຮອບ 8 ຄົນ ທ້າວ ສູນທະລາ ຫຼວງເດດມີໄຊ ໄດ້ເຂົ້າຮອບ 32 ຄົນ ທ້າວ ສຸກພະໂຊກ ສຸພາວົງ ໄດ້ເຂົ້າຮອບ 32 ຄົນ ນາງ ຈຸຕິພອນ ສີສົມບູນ ແລະ ນາງ ເພັດສະໄໝ ກິຍະວົງ ໄດ້ເຂົ້າຮອບ 32 ຄົນ ຮຸ່ນ 15 ປີ ທ້າວ ໄຊຊະນະ ໄຊສະຫວາດ ໄດ້ເຂົ້າຮອບ 32 ຄົນ ທ້າວ ສູນທະລາ ຫຼວງເດດມີໄຊ ໄດ້ເຂົ້າຮອບ 32 ຄົນ ນາງ ເພັດສະໄຫມ ກິຍະວົງ ໄດ້ເຂົ້າຮອບ 32 ຮຸ່ນ 17 ປີ ທ້າວ ພົງສະຫວັນ ແສງມະນີ ໄດ້ເຂົ້າຮອບ 32 ຄົນ ນາງ ທີບພະວັນ ໄດ້ເຂົ້າຮອບ 32 ຄົນ ຮຸ່ນ 19 ປີ ທ້າວ ອານັນ ວົງສາ ໄດ້ເຂົ້າຮອບ 32 ຄົນ.
ໃນພິທີຍັງໄດ້ມີການປະດັບຫຼຽນໄຊພັດທະນາ ຊັ້ນ II ໃຫ້ແກ່ ບໍລິສັດ ລາວເວີນ ຈໍາກັດ ແລະ ໂຮງ ແຮມແລນມາກ ຣີເວີໄຊ ປະດັບຫຼຽນກາພັດທະນາ ແລະ ມອບໃບຍ້ອງຍໍຂັ້ນລັດຖະບານ ຂັ້ນກະຊວງສຶກສາ ທິການ ແລະ ກີລາ ໃຫ້ແກ່ບໍລິສັດທີ່ໃຫ້ການສະໜັບສະໜູນ ອີກດ້ວຍ.