Monday, April 21, 2025
Homeຂ່າວກິລາໜຶ່ງ ເມືອງລາວ ຊະນະ ກ໊ອບ ອາຣີນາ 4-2 ເຟຣມ ຄວ້າແຊັມສະນຸກເກີ ປະຈຳປີ 2025

ໜຶ່ງ ເມືອງລາວ ຊະນະ ກ໊ອບ ອາຣີນາ 4-2 ເຟຣມ ຄວ້າແຊັມສະນຸກເກີ ປະຈຳປີ 2025

ສິດທິເດດ ສັກບ່ຽງ ຫຼື ໜຶ່ງ ເມືອງລາວ ນັກກີລາສະນຸກເກີທີມຊາດລາວ ທັງເປັນເຈົ້າຂອງຫຼຽນຄຳຊີເກມ ບໍ່ເຮັດໃຫ້ກອງເຊຍສະນຸກເກີພັນແທ້ຜິດຫວັງ ສົມກັບເປັນເບີ 1 ຂອງສປປ ລາວ ເອົາຊະນະ ດວງພະຈັນດວງແກ້ວມະນີ ຫຼື ກ໊ອບ ອາຣີນາ ໄປໄດ້ 4-2 ເຟຣມ ຄວ້າແຊັມການແຂ່ງຂັນກີລາສະນຸກເກີ 10 ແດງ ແຮນດິແຄັບ ຊີງຂັນປະທານສະຫະພັນກີລາບີ ລຽດ-ສະນຸກເກີ ແຫ່ງຊາດລາວ ຄັ້ງທີ I ປະຈຳປີ 2025 ພ້ອມຂັນ 1 ໜ່ວຍ ແລະ ເງິນລາງວັນ 20 ລ້ານກີບ ໄປຄອງ.

ທ່ານ ສົມກຽດ ພະສີ ປະທານສະຫະພັນກິລາບີລຽດ-ສະນຸກເກີແຫ່ງ ຊາດລາວ ກ່າວມີຄຳເຫັນປິດການແຂ່ງຂັນວ່າ: ການແຂ່ງຂັນກີລາສະ ນຸກເກີ 10 ແດງ ແຮນດິແຄັບ ຄັ້ງນີ້ ຈັດຂຶ້ນເພື່ອຄັດເລືອກ ແລະ ເຟັ້ນຫານັກກີລາຮຸ່ນສືບທອດ ທີ່ຈະກ້າວເປັນນັກກີລາທີມຊາດລາວ ໃນອະນາ ຄົດ ພ້ອມທັງເປັນການສ້າງໂອ ກາດໃຫ້ນັກກີລາສະນຸກເກີຂອງ ສປປ ລາວ ເຮົາ ໄດ້ມີລາຍການແຂ່ງຂັນ ເພື່ອທົດສອບເຕັກນິກ ຍຸດທະ ວິທີ ລະບຽບການແຂ່ງຂັນ ແລະ ກະຕິກາໃໝ່ໆ ເພື່ອກະກຽມການເຂົ້າຮ່ວມແຂ່ງຂັນໃນລະດັບອະນຸພາກພື້ນ ພາກພື້ນ ແລະ ສາກົນ ເວົ້າລວມ ເວົ້າສະເພາະແມ່ນເພື່ອເປັນການຄັດເລືອກນັກກີລາທີ່ມີຄວາມສາ ມາດ ແລະ ພອນສະຫວັນດີເດັ່ນ ກະກຽມເຂົ້າຮ່ວມການແຂ່ງຂັນກີລາຊີເກມ ຄັ້ງທີ 33 ປີ 2025 ທີ່ປະເທດໄທ ເປັນເຈົ້າພາບ ແລະ ລາຍການອື່ນໆ ຕາມການເຊື້ອເຊີນ.

ລາຍການນີ້ ມີນັກກີລາ 100 ຄົນ ທີ່ມາຈາກ 13 ສະໂມສອນ ເຂົ້າຮ່ວມເຂົ້າຮ່ວມຊີງໄຊຄວາມເປັນໜຶ່ງ ຜ່ານການຄັດເລືອກຢ່າງຂຸ້ນຂ້ຽວເປັນເວລາ 5 ວັນ ຜົນປາກົດວ່າ ສາມາດເລືອກໄດ້ນັກກີລາສອງຄົນສຸດທ້າຍ ເຂົ້າສູ່ຮອບຊີງຊະນະເລີດ ເປັນການພົບກັນລະຫວ່າງ ສິດທິເດດ ສັກບ່ຽງ ຫຼື ໜຶ່ງ ເມືອງລາວ ພົບກັບ ດວງພະຈັນ ດວງແກ້ວມະນີ ໃນຮອບນີ້ເປັນຝ່າຍ ໜຶ່ງ ເມືອງລາວ ໄດ້ຕໍ່ແຕ້ມໃຫ້ ກ໊ອບ ອາຣີນາ 14 ແຕ້ມ ຜ່ານການແຂ່ງຂັນຜົນປາກົດວ່າ ເປັນຝ່າຍ ໜຶ່ງ ເມືອງລາວ ທີ່ຫຼິ້ນໄດ້ດີກວ່າ ແລະ ແທງໄມ້ຄິວໄດ້ຢ່າງແມ້ນຍຳ ເອົາຊະນະ ກ໊ອບ ອາຣີນາ ໄປໄດ້ 4-2 ເຟຣມ ຄວ້າຂັນຊະນະເລີດ ພ້ອມເງິນລາງວັນ 20 ລ້ານກີບ ໄປຄອງ ສ່ວນ ກ໊ອບ ອາຣີນາ ຮອງແຊັມໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 10 ລ້ານກີບ ຂະນະທີ່ອັນດັບທີ 3 ຮ່ວມ ທ້າວ ອານຸສິດ ຂຸນປັນຍາ ແລະ ທ້າວ ສາຍທາລາ ມີນາລາວົງ ໄດ້ຮັບເງິນລາງວັນຜູ້ລະ 3 ລ້ານກີບ ນອກນັ້ນຍັງມີລາງວັນອື່ນໆອີກຈຳນວນໜຶ່ງ.

ພິທີປິດການແຂ່ງຂັນກີລາສະນຸກເກີຄັ້ງນີ້ ຈັດຂຶ້ນໃນວັນທີ 12 ເມສາ 2025 ຫຼັງດຳເນີນການແຂ່ງຂັນມາແຕ່ວັນທີ 8 ເມສາ 2025 ທີ່ສະໂມ ສອນກີລາສະນຸກເກີ ເດິຄິງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະ ຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບລາງວັນໂດຍທ່ານ ສົມກຽດ ພະສີ ທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ມີຮອງປະທານ-ເລ ຂາທິການ ສະຫະພັນກີລາບີລຽດ-ສະນຸກເກີແຫ່ງຊາດລາວ ມີແຂກຖືກເຊີນ ຄະນະຮັບຜິດຊອບຈັດການແຂ່ງຂັນ ຄະນະນຳ ຄູເຝິກ ແລະ ນັກກີລາຢ່າງຟ້ອມພຽງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments