ໃນຕອນເຊົ້າ ວັນທີ 11 ເມສາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມເຜີຍແຜ່ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 7 ມີນາ 2025 ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ; ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ; ມີທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວໜ້າຄະນະຊ່ວຍວຽກທ່ານ ນາຍົກລັດຖະມົນຕີ ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິ 04/ກມສພ, ມະຕິ 19/ກມສພ, ມະຕິ 05/ລບ, 2 ວາລະແຫ່ງຊາດ ແລະ ວຽກຈຸດສຸມເຄັ່ງຮ້ອນ ຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (ຫຼື ຄະນະ 116/ນຍ), ບັນດາທ່ານ ຮອງລັດຖະມົນຕີ ກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາທ່ານ ການນຳແຂວງ ແລະ ນະຄອນຫຼວງວຽງຈັນ, ບັນດາທ່ານ ປະທານສະພາປະຊາຊົນແຂວງ-ນະຄອນຫຼວງວຽງຈັນ, ພ້ອມດ້ວຍຜູ້ຕາງໜ້າ ອົງການກວດກາພັກ-ລັດ, ຫ້ອງວ່າການ, ພະແນກແຜນການ ແລະ ການລົງທຶນ, ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດເຜີຍແຜ່ເນື້ອໃນຂອງຄຳສັ່ງ ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ (ຄຳສັ່ງສະບັບເລກທີ 06/ນຍ) ໂດຍໄດ້ເນັ້ນບາງຂໍ້ທີ່ທຸກພາກສ່ວນ, ທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ຕື່ມ ເນື່ອງຈາກຄໍາສັ່ງດັ່ງກ່າວ ໄດ້ປະກາດໃຊ້ແລ້ວ ເປັນເວລາ 1 ເດືອນກວ່າ ແຕ່ການປະຕິບັດຕົວຈິງຂອງທຸກພາກສ່ວນ ໂດຍສະເພາະອົງການປົກຄອງທ້ອງຖິ່ນ ການເຜີຍແຜ່ບໍ່ທັນທົ່ວເຖິງ, ການຈັດຕັ້ງປະຕິບັດບໍ່ເປັນເອກະພາບ ເຊິ່ງເຮັດໃຫ້ມີສະພາບການລະເມີດບັນດາຂໍ້ຕ່າງໆ ທີ່ກຳນົດໃນຄຳສັ່ງ 06/ນຍ, ບັນຫາບໍ່ໄດ້ຮັບການແກ້ໄຂ ແລະ ຢູ່ບາງບ່ອນຍິ່ງເພີ່ມທະວີຄວາມຮ້າຍແຮງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຜົນປະໂຫຍດລວມຂອງປະເທດຊາດ ແລະ ປະຊາຊົນ, ສັງຄົມ ແລະ ສິ່ງແວດລ້ອມ.

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໂດຍສະເພາະ ຜູ້ຕາງໜ້າຄະນະ 116/ນຍ, ຕາງໜ້າບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ປະກອບຄຳຄິດເຫັນ ໂດຍໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຕິດຕາມ, ກວດກາ ແລະ ຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ທີ່ຕິດພັນກັບຂະແໜງການ ແລະ ທ້ອງຖິ່ນຂອງຕົນ, ພ້ອມທັງ ຍົກໃຫ້ເຫັນດ້ານຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ສະເໜີທິດທາງປັບປຸງແກ້ໄຂໃນຕໍ່ໜ້າບາງດ້ານ ເພື່ອເຮັດໃຫ້ການຕິດຕາມກວດກາ ແລະ ຄຸ້ມຄອງວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ.
ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນຄືນຄວາມໝາຍຄວາມສຳຄັນຂອງຄຳສັ່ງສະບັບນີ້ ເຊິ່ງເປັນທິດຊີ້ນຳຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ຄວາມເປັນເອກະພາບຂອງລັດຖະບານ, ເປັນໜ້າທີ່ ແລະ ພັນທະຂອງການນຳ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ທີ່ຈະຕ້ອງຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ. ແຕ່ເພື່ອໃຫ້ເປົ້າໝາຍຕ່າງໆເຂົ້າໃຈ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງນຳເອົາຄຳສັ່ງສະບັບນີ້ ເຜີຍແຜ່ເຊື່ອມຊຶມ ໂດຍສະເພາະ ໃຫ້ບໍລິສັດທີ່ດຳເນີນທຸລະກິດແຮ່ທາດ, ຫີນແຮ່, ຫີນຊາຍ ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ, ພ້ອມກັນຈັດຕັ້ງປະຕິບັດ ເນື້ອໃນຄຳສັ່ງດັ່ງກ່າວທີ່ພົວພັນເຖິງບົດບາດໜ້າທີ່ຂອງຕົນ ໃຫ້ເປັນຮູບປະທຳ. ສຳລັບໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ຈະມາເຖິງນີ້ ອາດຈະມີຊ່ອງຫວ່າງສວຍໂອກາດລັກລອບຂຸດຄົ້ນ ແລະ ຂົນສົ່ງແຮ່ທາດຕ່າງໆ ທີ່ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ຈຶ່ງສະເໜີໃຫ້ອົງການປົກຄອງທ້ອງຖິ່ນ ໂດຍສະເພາະກຳລັງ ປກຊ-ປກສ ປະຕິບັດໜ້າທີ່ຕິດຕາມ ກວດກາ ຢ່າງເປັນປົກກະຕິ ແລະ ເຂັ້ມງວດ ເພື່ອສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນ. ພາຍຫຼັງສຳເລັດການສະເຫຼີມສະຫຼອງປີໃໝ່ລາວ ມອບໃຫ້ຂະແໜງການສູນກາງກ່ຽວຂ້ອງ ມີການເຜີຍແຜ່ແນະນຳໃຫ້ທ້ອງຖິ່ນ ຕາມຫຼັກວິຊາສະເພາະຂອງຕົນ ໂດຍສະເພາະກ່ຽວກັບການໄລ່ລຽງຄືນພັນທະລະຫວ່າງລັດ ແລະ ຜູ້ປະກອບການ, ການຊົດເຊີຍຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ການປັບປຸງ ຟື້ນຟຸພື້ນທີ່ຄືນ ໃຫ້ສາມາດນຳໃຊ້ໄດ້. ອັນຮີບດ່ວນທີ່ສຸດ ໃຫ້ແຈ້ງໃຫ້ຂະແໜງ ການ, ທ້ອງຖິ່ນ ແລະ ສັງຄົມຊາບ ກ່ຽວກັບການແຈ້ງສີ້ນສຸດສັນຍາສຳປະທານໂຄງການຂຸດຄົ້ນຄຳຕົກຂ້ອນ ເພື່ອໃຫ້ທຸກພາກສ່ວນ ຊ່ວຍກັນຕິດຕາມ ກວດກາ, ຖ້າພົບເຫັນບໍລິສັດໃດມີການລະເມີດ ໃຫ້ສົ່ງຂໍ້ມູນໃຫ້ຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງເພື່ອດຳເນີນການແກ້ໄຂ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.