Home ຂ່າວພາຍໃນ ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ຕາມທາງ​ລົດ​ໄຟ​ ລາວ-ຈີນ ​ໄດ້​ຊຸກ​ຍູ້​ການ​ແລ​ກ​ປ່ຽນ ແລະ ເຊື່ອມ​ໂຍງດ້ານວັດ​ທະ​ນະ​ທຳ​ ລະ​ຫວ່າ​ງ​ສອງ​ປະ​ເທດ​ ລາວ- ຈີນ

ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ຕາມທາງ​ລົດ​ໄຟ​ ລາວ-ຈີນ ​ໄດ້​ຊຸກ​ຍູ້​ການ​ແລ​ກ​ປ່ຽນ ແລະ ເຊື່ອມ​ໂຍງດ້ານວັດ​ທະ​ນະ​ທຳ​ ລະ​ຫວ່າ​ງ​ສອງ​ປະ​ເທດ​ ລາວ- ຈີນ

0

ວັນ​ທີ 12 ເມ​ສາ 2025, ເນື່ອງ​ໃນ​ໂອ​ກາດ​ທີ່ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ຕາມທາງ​ລົດ​ໄຟ​ລາວ-ຈີນ ເປີດ​ບໍ​ລິ​ການ​ຄົບ​ຮອບ 2 ປີ, ຢູ່​ໃນ​ຕູ້​ລົດ​ໄຟ​ຖ້ຽວ D87 ທີ່​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຄຸນ​ໝິງ ​ແຂວງ​ຢຸນ​ນານ​ຈີນ​ ໄປ​ຫາ​ນະ​ຄອນ ຫຼວງວຽງ​ຈັນ​, ປະ​ເທດ​ລາວ, ຢູ່​ໃນທ່າມ​ກາງ​ສຽງ​ດົນ​ຕີ​ທີ່​ຄຶກ​ຄື້ນ​ມ່ວ​ນ​ຊື່ນ ມີນັກ​ສຶກ​ສາ​ລາວ​ທີ່​ຮຽນ​ຢູ່​ຈີນ ແລະ ພະ​ນັກ​ງານ​ປະຈໍາ​ລົດ​ໄຟ​ຮ່ວມ​ກັນ​ຟ້ອນ​ລຳ​ທຳ​ເພງ​ຢ່າງ​ມ່ວນ​ຊື່ນ ​ເພື່ອ​ສະ​ເຫຼີມ​ສະຫຼອງ​ບຸນ​ຫົດ​ນ້ຳຂອງ​ເຜົ່າ​ລື້​ຈີນ ກໍ​ຄື ບຸນ​ຫົດນໍ້າປີ​ໃໝ່​ລາວ. ສຽງ​ອວຍ​ພອນ “ສະ​ບາຍ​ດີ​ປີ​ໃໝ່” “ສະ​ບາຍ​ດີ​ບຸນ​ຫົດ​ນ້ຳ” ແລະ​ ອື່ນໆ ​ດ້ວຍ​ພາ​ສາ​ລາວ ພາ​ສາ​ຈີນ ແລະ ພາ​ສາ​ເຜົ່າ​ລື້​ ໄດ້​ດັງ​ຂຶ້ນ​ຢ່າງ​ຕິດ​ຕໍ່​ກັນ, ບຸນ​ປີ​ໃໝ່​ເຜົ່າ​ລື້​ຈີນ ແລະ ບຸນ​ປີ​ໃໝ່​ລາວ ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢູ່​ໃນ​ຕູ້​ລົດ​ໄຟ​ຂະ​ບວນ​ນີ້. ໃນ​ຂະ​ນະ​ທີ່​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເດີນທາງໄປ-​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ລາວ-​ຈີນ​ນັ້ນ, ທາງ​ລົດ​ໄຟ​ລາວ-ຈີນ​ ກໍ​ໄດ້​ຊຸກ​ຍູ້​ການ​ແລ​ກ​ປ່ຽນ ແລະ ການ​ເຊື່ອມ​ໂຍງ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ລາວ-ຈີນ​ ຢ່າງຫຼວງຫຼາຍ​.

ການ​ເປີດ​ນຳ​ໃຊ້​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ ​ໄດ້​ສ້າງ​ຂົວ​​ຕໍ່​ສໍາລັບການ​ແລກ​ປ່ຽນ​ລະ​ຫວ່າງປະຊາຊົນຂອງ​ສອງ​ຊາດ​ລາວ-ຈີນ. ໃນ 2 ປີ​ຜ່ານ​ມາ, ລົດ​ໄຟ​ໂດຍ​ສານ​ສາ​ກົນ ​​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ລວມ​ທັງ​ໝົດ 487.000 ເທື່ອ​ຄົນ ຈາກ 112 ປະ​ເທດ ແລະ ເຂດ​ແຄວ້ນ​ໃນ​ໂລກ. ການ​ສັນ​ຈອນ​ໄປ-​ມາ​ຂອງ​ປະ​ຊາ​ຊົນ, ບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້ສົ່ງເສີມ​ຄວາມ​ເຂົ້າອົກເຂົ້າ​ໃຈ ແລະ ມິດ​ຕະ​ພາບ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ລາວ​-ຈີນ​ ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເພີ່ມ​ພະ​ລັງ​ຊີ​ວິດ​ອັນ​ໃໝ່​ເຂົ້າ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ ​ລາວ-ຈີນ.

ຂະນະດຽວກັນ, ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເຊື່ອມ​ຕໍ່ແຫຼ່ງ​ທ່ອ​ງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຕ່າງໆ ​ຂອງ​ສອງ​ປະ​ເທດ​ ລາວ-ຈີນ, ເຊັ່ນ: ​ນະ​ຄອນ​ຄຸນ​ໝິງ ກິ່ງ​ແຂ​ວງ​ສິບ​ສອງ​ພັນ​ນາຂອງ​ຈີນ, ຫຼວງ​ພະ​ບາງ ນະ​ຄອນຫຼວງວຽງ​ຈັນຂອງ​​ລາວ ແລະ​ອື່ນໆ​, ໂດຍ​ອີງ​ໃສ່​ທ່າ​ແຮງ​ທີ່​ “ອອກ​ເດີນ​ທາງ​ແຕ່​ເຊົ້າ ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ໃນ​ຕອນ​ຄ້ອຍ​ຄ່ຳ”, ໄດ້​ຊຸ​ກ​ຍູ້​ສົ່ງ ເສີມໃຫ້​​ເກີດ​ມີການທ່ອງທ່ຽວທາງດ້ານວັດທະນະທໍາໃນຮູບແບບໃໝ່ ເຊັ່ນ: “ຂີ່​ລົດ​ໄຟ​ທ່ຽວ​ປະ​ເທດ​ລາວ” “ຂີ່​ລົດ​ໄຟ​ທ່ຽວ​ແຂວງ​ຢຸ​ນ​ນານ” ແລະ​ອື່ນໆ. ພາກ​ສ່ວນ​ທາງ​ລົດ​ໄຟ​ ແລະ ພາກ​ສ່ວນ​ທີ່ກ່ຽວຂ້ອງກັບການ​ທ່ອງ​ທ່ຽວ​ຂອງສອງ​ປະ​ເທດ​ລາວ ແລະ ຈີນ​​ໄດ້​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ໃກ້​ຊິດ ໂດຍ​ໄດ້​ສ້າງ​ເຄືອ​ຂ່າຍ​ສາມ​ມິ​ຕິ​ຂອງການ​ພັດ​ທະ​ນາແບບ​ເຊື່ອມ​ໂຍງ​ເຂົ້າ​ກັນ “ທາງ​ລົດ​ໄຟ+ການ​ທ່ອງ​ທ່ຽວ”, ໄດ້​ໃຫ້​ບໍ​ລິ​ການ​ເສັ້ນ​ທາງ​ການ​ທ່ອງ​ທ່ຽວ​ດີ​ເດັ່ນ ຫຼາຍ​ສາຍ, ຕົວ​ຢ່າງ: ໄດ້​ເປີດ​ນຳ​ໃຊ້​ຂະ​ບວນ​ລົດ​ໄຟ​ທ່ອງ​ທ່ຽວ “ແສງ​ດາວ ຂະ​ບວນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”, ທັງ​ນຳ​ໃຊ້​ຮູບ​ແບບ “ຂະ​ບວນ​ລົດ​ໄຟ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ + ຂະ​ບວນ​ລົດ​ໄຟ​ໂດຍ​ສາ​ນ​ສາ​ກົນ”, ຈັດ​ຕັ້ງ​ເປັນກຸ່ມ​ນັກ​ທ່ອງ​ທ່ຽວ​ຂ້າມ​ຊາດ, ​ຄ່າ​ໃຊ້​ຈ່າຍ​ຂອງ​ນັກ​ທ່ອງ​ທ່ຽວ​ໃນຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຕາມ​ທາງ​ລົດ​ໄຟ ເຊັ່ນ: ແຫຼ່ງ​ທ່ອງ​ທ່ຽວ, ໂຮງ​ແຮມ, ຮ້ານ​ອາ​ຫານ ແລະ​ອື່ນໆ​ ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 35% ເຊິ່ງ​ໄດ້​ຊ່ວຍເລັ່ງ​ລັດ​ການເດີນ​ທາງຂອງ​ຜູ້​ໂດຍ​ສານ, ​ການ​ຈໍ​ລະ​ຈອນ​ຂອງ​ສິນ​ຄ້າ, ການ​ເຄື່ອນ​ໄຫວ​ຂອງ​ເງິນ​ທຶນ ແລະ ການ​ເຄື່ອນ​ໄຫວ​ຂອງ​ຂໍ້​ມູນ​ຂ່າວ​ສານ, ໄດ້​ກາຍ​ເປັນ​ຫົວ​ຈັກ​​ຂັບ​ເຄື່ອນທີ່ສໍາຄັນ​ອັນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລຽບ ຕາມ​​ເສັ້ນທາງ​ລົດ​ໄຟ.

ໃນ​ໄຕ​ມາດ​ທີໜຶ່ງ​ຂອງ​ປີ 2025, ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ເຖິງ 320.000 ເທື່ອ​ຄົນ, ໃນ​ນັ້ນ ຜູ້​ໂດຍ​ສານ​ຂ້າມ​ຊາດ​ມີ​ເຖິງ 85.000 ເທື່ອ​ຄົນ. ໂຮງ​ແຮມ​ຢູ່​ລຽບ​ຕາມ​ເສັ້ນທາງ​ລົດ​ໄຟ​ມີ​ລູກ​ຄ້າ​ເຂົ້າ​ພັກ​ອາ​ໄສ​ຫຼາຍກວ່າ 85%, ຄ່າ​ໃຊ້​ຈ່າຍສໍາລັບ​ການ​ບໍ​ລິ​ໂພກ​ຢູ່​ແຫຼ່ງ​ທ່ອງ​ທ່ຽວ​ຫຼາຍກວ່າ 35%. ຄວາມ​ກະ​ຕື​ລື​ລົ້ນ​ດ້ານ​ການ​ທ່ອງ​ທ່ຽວ​ແບບນີ້ ​ບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ຂອງທ້ອງ​ຖິ່ນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ການ​ເຊື່ອມ​ໂຍງ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງສອງປະເທດອີກ​ດ້ວຍ.

ວັນ​ທີ 19 ພະ​ຈິກ 2024, ສະ​ຫະ​ພັນ​ຕົວ​ເມືອງ​ລຽບ​ຕາມ​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ຮັບການສ້າງ​ຕັ້ງ​ຂຶ້ນ ໂດ​ຍ​ມີ​ຈຸດ​ປະ​ສົງ​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ຕົວ​ເມືອງ​ທີ່ຢູ່ລຽບ​ຕາມ​ເສັ້ນທາງ​ລົດ​ໄຟ​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ພື້ນ​ຖາ​ນ​ໂຄງ​ລ່າງ, ການ​ຈໍ​ລະ​ຈອນ​ສິນ​ຄ້າ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ເສດ​ຖະ​ກິດ​ດິ​ຈິ​ຕອນ, ການ​ທ່ອງ​ທ່ຽວດ້ານ​ວັດ​ທະ​ນະ​ທຳ ແລະ​ອື່ນໆ, ທັງສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ຕົວ​ເມືອງ​ທີ່​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ. ນັກວິຊາການ​ວິ​ເຄາະ​ວ່າ: “ສະ​ຫະ​ພັນ​ຕົວ​ເມືອງ​ລຽບ​ຕາມ​ເສັ້ນທາງ​ລົດ​ໄຟ​ລາວ-​ຈີນ​ ຈະ​ຊ່ວຍຊຸກ​ຍູ້​ສົ່ງເສີມສອງ​ປະ​ເທດ​ລາວ-ຈີນ ໃນການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນດ້ານ​ວັດ​ທະ​ນະ​ທຳ ແລະ ຖອດ​ຖອນ​ບົດ​ຮຽນ​ດ້ານອະ​ລິ​ຍະ​ທຳ​ຂອງ​ກັນ​ແລະ​ກັນ, ສ້າງ​ເຄືອ​ຂ່າຍ​ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ. ​ຂະ​ນະ​ດຽວ​ກັນກໍເປັນການ​ເປີດ ກວ້າງ​ເຜີຍແຜ່​ດ້​ານ​ວັດ​ທະ​ນະ​ທຳ​ຂອງ​ສອງ​ປະ​ເທດ​ສູ່ສາ​ກົນ​ ແລະ ຈະ​ສ້າງ​ຄວາມ​ເຂັ້ມ​ແຂງ​ຕື່ມ​ອີກ​ໃຫ້​ແກ່​ຄຸນຄ່າຫຼັກ​ຂອງ​ຄູ່​ຮ່ວມ​ຊາ​ຕາ​ກຳ.”

ການ​ເປີດ​ນຳ​ໃຊ້ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ, ບໍ່​ພຽງ​ແຕ່​ໄດ້​ເຊື່ອມ​ຈອດ​​ທາງພື້ນ​ທີ່​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການ​ເຊື່ອມ​ໂຍງ​ທາງ​ເຊື້​ອ​ສາຍ​ອະ​ລິ​ຍະ​ທຳ​ອີກ​ດ້ວຍ. ເສັ້ນທາງ​ລົດ​ໄຟ​ລາວ-ຈີນ ​ທີ່​ໄດ້​ຜ່ານ​ຊອດ​ພູ​ຜາ​ ແລະ ແມ່​ນ້ຳ, ພວມ​ເຮັດ​ໃຫ້​ວິ​ໄສ​ທັດ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຢູ່​ລ່ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ກ້າວ​ເດີນ​ໄປ​ຂ້າງ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​, ຄຽງ​ຄູ່​ນ້ຳ​ໃສ​ແຫ່ງ​ຄໍາອວຍ​ພອນ​ໃນ​ບຸນ​ຫົດ​ນ້ຳ, ເຮັດ​ໃຫ້​ການ​ສົນ​ທະ​ນາ​ດ້ານ​ອະ​ລິ​ຍະ​ທຳ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ໃຜ​ຂອງລາວຫັນ​ເປັນ​ແຮງ​ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ທີ່​ເສີມ​ຂະ​ຫຍາຍ​ທ່າ​ແຮງແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ.

ທີ່ມາ: CMG

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version