Sunday, April 20, 2025
Homeຂ່າວພາຍໃນການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກໍາກັບປະເທດອ້ອມຂ້າງ ປະກອບສ່ວນອັນແຂງແຮງກວ່າເກົ່າເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ

ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກໍາກັບປະເທດອ້ອມຂ້າງ ປະກອບສ່ວນອັນແຂງແຮງກວ່າເກົ່າເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ

ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ໂຕ່ເລິ່ມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ທ່ານ ເລື່ອງເກືອງ ປະທານປະເທດຫວຽດນາມ, ທ່ານ ອິບຣາຮີມ ຊຸນຕານ ອິສຄານດາ ປະມຸກລັດສູງສຸດຂອງມາເລເຊຍ ແລະ ສົມເດັດ ໂນໂລດົມ ສິຫະມຸນີ ພະມະຫາກະສັດແຫ່ງລາຊະອານາຈັກກຳປູເຈຍ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ຈະເດີນທາງໄປຢ້ຽມຢາມ ຫວຽດນາມ ມາເລຊຍ ແລະ ກໍາປູເຈຍ ທາງລັດຖະກິດໃນລະຫວ່າງວັນທີ 14-18 ເມສານີ້. ການຢ້ຽມຢາມເທື່ອນີ້ເປັນການຢ້ຽມຢາມຕ່າງປະເທດເທື່ອທໍາອິດໃນປີ 2025 ຂອງທ່ານ ສີຈິ້ນຜິງ, ພ້ອມທັງເປັນເທື່ອທໍາອິດທີ່ທ່ານ ສີຈິ້ນຜິງ ເດີນທາງໄປຢ້ຽມຢາມປະເທດອ້ອມຂ້າງພາຍຫຼັງຈັດກອງປະຊຸມວຽກງານປະເທດອ້ອມຂ້າງຂັ້ນສູນກາງຈີນ.

ຈີນມີດິນແດນອັນກວ້າງໃຫຍ່ໄພສານ ແລະ ມີເສັ້ນຊາຍແດນຍາວຢຽດ ເຊິ່ງປະເທດອ້ອມຂ້າງເປັນພື້ນຖານອັນສຳຄັນໃນການບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ, ທັງເປັນຂໍກຸນແຈສໍາຄັນໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດນໍາອີກ. ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ໂດຍພາຍໃຕ້ການນໍາພາທີ່ເຂັ້ມແຂງຂອງສູນກາງພັກຄອມມູນິດຈີນທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນນໍາ, ຈີນໄດ້ສະເໜີແນວຄິດການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ “ມີມິດຕະພາບຕໍ່ກັນ, ມີຄວາມຈິງໃຈ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ມີຄວາມໂອບເອື້ອອາລີຕໍ່ກັນ”, ສົ່ງເສີມການສ້າງປະຊາຄົມຮ່ວມຊາຕາກຳກັບປະເທດອ້ອມຂ້າງ, ສຸມຄວາມພະຍາຍາມກັບປະເທດອ້ອມຂ້າງເພື່ອລົງເລິກການຮ່ວມມືຢ່າງຮອບດ້ານ, ເພີ່ມທະວີການແລກປ່ຽນໃນຂົງເຂດຕ່າງໆ ແລະ ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ. ປະຈຸບັນ, ຈີນໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນໃນການສ້າງຄູ່ຮ່ວມຊາຕາກຳກັບ 17 ປະເທດອ້ອມຂ້າງ, ພ້ອມທັງໄດ້ເຊັນສັນຍາຮ່ວມມືວ່າດ້ວຍການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບ 25 ປະເທດອ້ອມຂ້າງ ແລະ ກາຍເປັນຄູ່ຄ້າໃຫຍ່ອັນດັບໜຶ່ງຂອງ 18 ປະເທດອ້ອມຂ້າງ. ໂຄງການສັນຍາລັກທີ່ສໍາຄັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ເຊັ່ນ: ທາງລົດໄຟລາວ-ຈີນ ແລະ ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງອິນໂດເນເຊຍ ເປັນຕົ້ນ ໄດ້ແຕກດອກອອກຜົນ,​ ຂະນະທີ່ການຮ່ວມມືໃນໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນແບບ “ລົງທຶນໜ້ອຍແຕ່ໄດ້ຮັບຜົນປະໂຫຍດຫຼາຍ” ກໍໄດ້ປາກົດມີສະພາບການອັນໃໝ່ອ່ຽມ ແລະ ໄດ້ນໍາເອົາຄວາມຜາສຸກມາສູ່ປະຊາຊົນຂອງປະເທດອ້ອມຂ້າງນັບມື້ນັບຫຼາຍຂຶ້ນ.

ການຢ້ຽມຢາມປະເທດອາຊີຕາເວັນອອກສຽງໃຕ້ຂອງທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໃນເທື່ອນີ້, ຈະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາລະຫວ່າງ ຈີນ-ຫວຽດນາມ, ຈີນ-ມາເລເຊຍ ກໍຄື ຈີນ-ກໍາປູເຈຍ ໃຫ້ລົງສູ່ລວງເລິກ ແລະ ບັນລຸຜົນເປັນຈິງ, ເຊິ່ງໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາເຖິງການຮ່ວມກັນຊຸກຍູ້ການຫັນເປັນທັນສະໄໝ ກໍຄືການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກໍາລະຫວ່າງຈີນກັບປະເທດຢູ່ໃນພາກພື້ນ, ເຊິ່ງສິ່ງນີ້ຈະປະກອບສ່ວນອັນແຂງແຮງກວ່າເກົ່າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ ແລະ ຈະປະກອບສ່ວນອັນແຂງແຮງກວ່າເກົ່າເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments