ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພິທີແຫ່ຫວໍ່ໃນມື້ເນົາ ຫລື ແຫ່ຫວໍ່ ໃນໂອກາດບຸນປີໃໝ່ລາວ ພສ 2568, ຄສ 2025 ຢູ່ນະຄອນ ຫລວງພະບາງ ເມືອງມໍລະດົກໂລກ ໄດ້ຈັດຂຶ້ນຢ່າງຄືກຄື້ນມ່ວນຊື່ນ ໃນຕອນບ່າຍຂອງວັນທີ 15 ເມສາ 2025 ນີ້ ຢູ່ຖະໜົນສີສະຫວ່າງວົງ ເຊິ່ງເລີ່ມແຕ່ວັດທາດນ້ອຍ ໄປຫາວັດຊຽງທອງ ໂດຍມີເກືອບ 40 ຂະບວນ ທີ່ມາຈາກພະແນກການ, ເມືອງ ແລະບ້ານຈຳນວນໜື່ງ ພາຍໃນແຂວງຫລວງພະບາງ, ລວມມີມວນຊົນເຂົ້າຮ່ວມແຫ່ເກືອບ 2.000 ຄົນ.

ເຂົ້າຮ່ວມຊົມມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກລັດຖະມົນຕີ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍການນຳຂັ້ນສູນກາງ, ຂັ້ນແຂວງ, ເມືອງ-ນະຄອນ ຫລວງພະບາງ, ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ຕະຫລອດຮອດ ມວນຊົນເປັນຈຳນວນຫລວງຫລາຍ.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫວງພະບາງ ຮອງປະທານຈັດງານບຸນ ໄດ້ກ່າວເປີດພິທີວ່າ: ພິທີແຫ່ຫວໍ່ເປັນປະເພນີທີ່ຄວາມໝາຍສຳຄັນ ເຊິ່ງຊາວຫລວງພະບາງ ໄດ້ພ້ອມກັນສືບທອດກັນມາຫລາຍເຊັ່ນຄົນ ແລະກາຍເປັນປາງບຸນໃຫຍ່ ຂອງຊາວຫລວງພະບາງ ເມືອງມໍຣະດົກໂລກ ທີ່ສືບທອດກັນມາຫລາຍເຊັ່ນຄົນ.

ພິທີ ເລີ່ມຕົ້ນດ້ວຍ ຂະບວນການນາງສາວຖືປ້າຍຄໍາຂວັນ, ຂະບວນທຸງຊາດ-ທຸງທິວ ແລະ ທຸງຊາດຂອງ 10 ປະເທດສະມາຊິກອາຊຽນ, ຂະບວນປູ່ເຍີ-ຍ່າເຍີ-ສິງແກ້ວ-ສິງຄຳ, ຂະບວນເຖົ້າແກ່ຍິງ-ຊາຍຖືຂັນດອກໄມ້, ຂະບວນຫວໍ່ພະສົງ, ຂະບວນປ້າຍລາງວັນ ແລະນາມມະຍົດທີ່ຫລວງພະບາງ ໄດ້ຮັບໃນໄລຍະຜ່ານມາ, ຂະບວນນາງວໍ່-ນາງສັງຂານ ແລະ ອື່ນໆ. ເຊິ່ງແຕ່ລະຂະບວນລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນເຖິງຂະນົບທຳນຽມ, ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງຫລວງພະບາງ.
ຂ່າວ: ອາພຸດເດດ ບຸບຜາ
ພາບ: ດາວອນ ມະນີວັນ