Monday, April 14, 2025
Homeຂ່າວພາຍໃນການນໍາຂັ້ນສູງ ປກສ ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງ ຄົບຮອບ 64 ປີ

ການນໍາຂັ້ນສູງ ປກສ ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງ ຄົບຮອບ 64 ປີ

ໃນຕອນເຊົ້າວັນທີ 8 ເມສານີ້, ການນໍາຂັ້ນສູງກະຊວງປ້ອງກັນຄວາມສະຫງົບ (ປກສ) ນຳໂດຍສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະໄດ້ວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ທີ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 64 ປີ (5 ເມສ 1961 ຫາ 5 ເມສາ 2025).

ການວາງພວງມາລາໃນຄັ້ງນີ້, ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນເຖິງຄຸນງາມຄວາມດີ ແລະ ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນຢ່າງອົງ ອາດກ້າຫານ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນ ປະຕິວັດລາວ ທີ່ສະຫຼາດສ່ອງໃສຈົນໄດ້ຮັບໄຊ ຊະນະ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຊຶ່ງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງດັ່ງກ່າວ, ໄດ້ຖືກຈາລຶກໄວ້ໃນຊີວິດຈິດໃຈຂອງທົ່ວປວງຊົນລາວທັງຊາດຕະຫຼອດໄປ. ເມື່ອຫວນຄືນໄລຍະ 64 ປີແຫ່ງການເຕີບໃຫຍ່ເຂັ້ມແຂງຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຊຶ່ງແມ່ນມູນເຊື້ອທາງປະຫວັດສາດຂອງກໍາລັງ ປກສ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເຖິງແມ່ນວ່າມີຄວາມຫຍຸ້ງ ຍາກ, ລຳບາກ, ລະອິດ, ລະອ້ຽວພຽງໃດ ກໍາລັງປ້ອງກັນຄວາມສະຫງົບ ກໍໄດ້ປັບປຸງກໍ່ສ້າງຕົນເອງໃນທຸກດ້ານໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຈາກນັ້ນ, ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ພ້ອມດ້ວຍຄະນະໄດ້ເດີນທາງໄປຍັງຫໍພິພິທະພັນ ໄກສອນ ພົມວິຫານ ຊຶ່ງໄດ້ນຳເອົາກະຕ່າດອກໄມ້ເຂົ້າວາງຢູ່ຕໍ່ໜ້າຮູບປັ່ນຫຼໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ວິລະບູລຸດແຫ່ງຊາດລາວ, ລູກຫຼານຜູ້ປະເສີດຂອງປະ ຊາຊົນລາວ, ເປັນຜູ້ນໍາພາກໍ່ຕັ້ງຖະນຸບຳລຸງ, ກໍ່ສ້າງພັກ, ກໍ່ສ້າງກຳລັງປະກອບອາວຸດ, ເປັນຜູ້ນໍາພາ ພາລະກິດຕໍ່ສູ້ກູ້ຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ທັງເປັນຜູ້ນໍາພາ-ຊີ້ນໍາ ກຳລັງປ້ອງກັນຄວາມສະຫງົບໃຫ້ເຕີບໃຫຍ່ເຂັ້ມແຂງຈົນມາຮອດທຸກວັນນີ້. ເພື່ອລະນຶກເຖິງບຸນຄຸນ-ຄຸນງາມ-ຄວາມດີ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນທີ່ໄດ້ສຸມສະຕິປັນຍາເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຈັກກະພັດຕ່າງດ້າວ ສາມາດຍາດໄດ້ໄຊຊະນະ, ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະ ຊາຊົນລາວບັນດາເຜົ່າ ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານໄດ້ຈາລຶກໄວ້ໃນຄວາມຊົງຈໍາຂອງປວງຊົນລາວບັນດາເຜົ່າຕະຫຼອດກາລະນານ.

(ຂ່າວ-ພາບ: ປກສ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments