ສຳນັກຂ່າວເອເອຟພີ, ວັນທີ 7ເມສານີ້, ກຳປູເຈຍ ຕັ້ງເປົ້າໝາຍນະໂຍບາຍການບິນຂົນສົ່ງຜູ້ໂດຍສານ 25 ລ້ານຄົນ ແລະ ສິນຄ້າ 205.000 ໂຕນ ພາຍໃນປີ 2035 ຫລັງຈາກຄະນະລັດຖະມົນຕີກຳປູເຈຍ ໄດ້ປຶກສາຫາລືເຖິງນະໂຍບາຍການບິນແຫ່ງຊາດ 2025-2035. ເປົ້າໝາຍດັ່ງກ່າວ ຮຽກຮ້ອງໃຫ້ມີນະໂຍບາຍລະດັບຊາດເຊັ່ນ: ການເປີດເສລີດ້ານສິດທິການສັນຈອນທາງອາກາດ. ເປົ້າໝາຍເສັ້ນທາງ ແລະ ຄວາມອາດສາມາດໃນການຂົນສົ່ງ ພ້ອມທັງຄວາມເປັນເຈົ້າຂອງ ແລະ ການຄວບຄຸມສາຍການບິນ. ນອກນີ້ນັກລົງທຶນຕ່າງປະເທດ ໄດ້ຮັບອະນຸຍາດໃຫ້ຖືກຫຸ້ນ ແລະ ບໍລິຫານຈັດການສາຍການບິນ ໂດຍກົງໄດ້ເຖິງ 100%.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ