Monday, March 31, 2025
Homeທຸລະກິດຈັດກິດຈະກຳ ຊື້​ - ຂາຍສິນຄ້າ ຂອງຄອບຄົວ​

ຈັດກິດຈະກຳ ຊື້​ – ຂາຍສິນຄ້າ ຂອງຄອບຄົວ​

ວັນທີ​ 26​ ມີນາ​ 2025, ພະແນກແຜນການ ແລະ ການລົງທຶນ​ແຂວງຈໍາປາສັກ​ ໄດ້ນໍາພາ​ສະມາຊິກພັກ​,​ ພະນັກງານ​ -​ ລັດຖະ ກອນ​ ພາຍໃນພະແນກດັ່ງກ່າວ ຈັດກິດຈະກຳວາງສະແດງ​ – ຊຸກຍູ້, ສົ່ງເສີມ -​ ແລກປ່ຽນ ຊື້ – ຂາຍຜົນຜະລິດ, ສິນຄ້າ ຂອງຄອບຄົວ​ສະມາຊິກພັກ​ -​ ພະນັກງານຢູ່ພະແນກດັ່ງກ່າວ ໂດຍມີຜົນຜະລິດສິນຄ້າ 30 ກວ່າລາຍການ​ ເຂົ້າ​ວາງສະແດງ,​ ຈໍາໜ່າຍ​ ແລະ​ ຊື້​ – ຂາຍ, ມີມູນຄ່າທັງໝົດ 10,​5 ລ້ານກີບ.

ຈຸດປະສົງ​ ກໍເພື່ອເປັນການປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ​ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າ ດ້ວຍການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ (ສອຈ)​ ແລະ ປະຕິບັດ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຈໍາປາສັກ ເລກທີ 1333/ຈຂ.ຈສ, ລົງວັນທີ 22 ພະຈິກ 2024 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຜັນຂະຫຍາຍມະຕິ 04/ກມສພ​ ທັງເປັນການສ້າງປະຖົມປັດໄຈ ໃຫ້ແກ່ຄອບຄົວສະມາຊິກພັກ,​ ພະນັກງານ​ -​ ລັດຖະກອນ​ພາຍໃນພະແນກ ໃນການຫັນມາຜະລິດສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.​

Cr: ຈຳປາໃໝ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments