ວັນທີ 24 ມີນາ 2025 ຢູ່ທີ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ ໄດ້ນຳພາກອງສິລະປະກອນ ເຄື່ອນໄຫວສະແດງສິລະປະ ເພື່ອຂໍ່ານັບວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ (5 ເມສາ 1961- 5 ເມສາ 2025), ໂດຍມີ ພັອ ນາງ ໄລທອງ ໄຊຍະສອນ ຮອງຫົວໜ້າກົມໂຄສະນາອົບຮົມ ປກສ ເປັນຜູ້ນຳພາເຄື່ອນໄຫວສະແດງ, ໃນນີ້ ມີ ພັອ ປອ ສຸກນິລັນດອນ ກຸນລະວົງ ຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ມີຄະນະອໍານວຍການ-ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມຮັບຊົມ.

ໃນການສະແດງສິລະປະຄັ້ງນີ້ມີທັງໝົດ 17 ລາຍການເຊິ່ງປະກອບມີ: ບົດຟ້ອນ: ບົນເສັ້ນທາງເດີນ, ຍິນດີຕ້ອນຮັບ, ດ່ຽວແຄນ, ລໍາສີພັນດອນ, ມ່ວນຊື່ນເທິງພູດອຍ, ສູ່ຂວັນ, ຜ້າຝ້າຍໄຕຢວນ; ບົດເພງ: ໃຕ້ຮົ່ມທຸງສີແດງ, ຄວາມຝັນ, ປກສ ປະຊາຊົນ, ພູມໃຈໃນໜ້າທີ່, ເຄື່ອນທີ່ໄວ, ປະເທດລາວສວຍງາມແທ້ໆ, ຕ້ານຢາເສບຕິດ, ຮ່ວມໃຈຕ້ານຢາເສບຕິດ, ປກສ ເພື່ອປະຊາຊົນ; ລໍາເພີນ ສຽງເຕືອນຈາກສາວຈາລະຈອນ.
ທັງນີ້, ກໍເພື່ອເປັນການເຜີຍແຜ່ມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງ ປກສ ໂດຍຜ່ານສຽງເພັງ, ບົດຟ້ອນ, ຜ່ານສຽງຂັບລຳ ທັງເປັນການສ້າງຄວາມເບີກບານມ່ວນຊື່ນໃຫ້ຄູອາຈານ ແລະ ນັກສຶກສາ.
ພາບ-ຂ່າວ: ສທ ນ. ສັນຕິສຸກ