Tuesday, April 1, 2025
Homeແຈ້ງການສໍາຄັນແຈ້ງເຕືອນອາກາດເຢັນ ແລະ ລົມພັດແຮງ ປະຈໍາເຊົ້າວັນທີ 21 ມີນາ 2025

ແຈ້ງເຕືອນອາກາດເຢັນ ແລະ ລົມພັດແຮງ ປະຈໍາເຊົ້າວັນທີ 21 ມີນາ 2025

ຄວາມກົດດັນສູງຂອງອາກາດເຢັນທີີ່ປະເທດຈີນ ຍັງຈະສືບຕໍ່ແຜ່ລົງມາ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດ ຍັງຈະສືບຕໍ່ເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ ໃນໄລຍະວັນທີ 21 ຫາ 22 ມີນາ 2025 ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິີ່ນ ພ້ອມມີ ລົມພັດແຮງຢູ່ເກືອບທົ່ວໄປຢູ່ແຂວງພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິີ່ນ ທຸກພາກສ່ວນ ຈົ່ງມີສະຕິ ລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບ ອາກາດທີີ່ມີການປ່ຽນແປງໄວ ໂດຍສະເພາະ ອາກາດເຢັນ ຫາ ໜາວເຢັນ ພ້ອມມີລົມພັດແຮງຢູ່ເກືອບທົ່ວໄປ. ພ້ອມນີ້ໃຫ້ ຮັກສາສຸຂະພາບ ແລະ ໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 21/03/2025 ຫາ ເວລາ 07 ໂມງ ຂອງວັນທີ 22/03/2025

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມຈະມີລົມພັດແຮງຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 10-19 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ລົມພັດແຮງຢູ່ເກືອບທົ່ວໄປ. ອຸນຫະພູມໃນລະຫວ່າງ 15-30 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 21-30 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິີ່ນ ພ້ອມມີ ລົມພັດແຮງເປັນບາງໂອກາດ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົີ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 16–30 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີີ່ການ ປົກຫຸ້ມຂອງຝົນເທົີ່າກັບ 20%. ອຸນຫະພູມໃນລະຫວ່າງ 16-26 ອົງສາ.

ພາກໃຕ້: ອາກາດເຢັນໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ເກືອບທົ່ວໄປ. ອຸນຫະພູມໃນລະຫວ່າງ 20-35 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີີ່ການປົກຫຸ້ມ ຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 14-26 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments