ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ເມືອງເຈນິວາ ປະເທດ ສະວິດ, ອ້າງຕາມ ຂໍ້ມູນ ດັດສະນີ ຄຸນນະພາບ ອາກາດ “ໄອຄີວແອຣ” ຊຶ່ງເປັນ ບໍລິສັດ ໃນສະວິດ ເປີດເຜີຍວ່າ ມີພຽງ 7 ປະເທດໃນໂລກ ທີ່ມີຄຸນນະພາບ ອາກາດດີ ຕາມມາດຕະຖານ ຂອງ ອົງການ ອະນາໄມໂລກ (ດັບເບີລຢູເອຊໂອ) ເມື່ອປີ 2024 ໄດ້ແກ່: ອົດສະຕຣາລີ, ນູແວນເຊລັງ, ບາຮາມາດ, ບາກບາດິດ, ເກຣີນາດາ, ແອັດສະໂຕນີ ແລະ ອຽກລັງ.
ໃນຂະນະທີ່ ປະເທດຊາດ ແລະ ບັງກລາເທດ ຄອງກັນດັບ 1 ຮ່ວມກັນ ໃນຖານະ ເປັນ ປະເທດ ທີ່ມີຄ່າ ມົນລະພິດ ທາງອາກາດ ສູງທີ່ສຸດ ໃນໂລກ ເມື່ອປີກາຍ, ໂດຍຄ່າສະເລ່ຍ ຂອງ ອະນຸພາກ ຝຸ່ນລະອອງ ຂະໜາດນ້ອຍ ຊຶ່ງເປັນ ອັນຕະລາຍ ຫລື ພີເອັມ 2,5 ບໍ່ຄວນເກີນ 5 ໄມໂຄຣກຣາມຕໍ່ 1 ແມັດກ້ອນ, ຊຶ່ງຕະຫລອດ ປີກາຍ ມີພຽງ 17% ຂອງ ເມືອງໃນໂລກ ທີ່ ສາມາດ ປະຕິບັດໄດ້ ຕາມມາດຕະຖານດັ່ງກ່າວ.