ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້, ສຳນັກງານສະຫະປະຊາຊາດຢູ່ນິວຢອກ ຂອງ ສ.ອາເມລິກາ ໄດ້ຈັດກອງປະຊຸມ ຊຸດທີ 69 ຂອງຄະນະກຳມະການຖານະທີ່ຕັ້ງແມ່ຍິງ ຂອງສະພາເສດຖະກິດ-ສັງຄົມ ສະຫະປະຊາຊາດ. ຈາກນັ້ນ ທ່ານ ນາງ ຫງວຽນ ທິແທັງ, ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ສະເໜີ 3 ຂົງເຂດໃຫ້ບຸລິມະສິດໃນວຽກງານສ້າງຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ. ທີໜຶ່ງແມ່ນ, ສ້າງລະບອບລະບຽບການ, ກົດໝາຍ ແລະ ນະໂຍບາຍໃຫ້ສົມບູນແບບ ເພື່ອຊຸກຍູ້ການເຂົ້າຮ່ວມຢ່າງສະເໝີພາບຂອງແມ່ຍິງ, ພິເສດແມ່ນໃນວິວັດການອອກຂໍ້ຕົກລົງໃນທຸກຂົງເຂດ. ທີ 2 ແມ່ນ, ເພີ່ມສິດ ເສດຖະກິດ ຂອງແມ່ຍິງ ຜ່ານການຍູ້ແຮງ ການຮ່ວມມື ພາກລັດ-ເອກະຊົນ ເພື່ອລະດົມ ທຸກແຫລ່ງກຳລັງ ໃນສັງຄົມ ໃຫ້ມີປະສິດທິຜົນ ເພື່ອໜູນຊ່ວຍ ແມ່ຍິງ ສຳພັດກັບການເງິນ, ຕະຫຼາດ, ເຂົ້າຮ່ວມການປະດິດຄິດສ້າງ, ເລີ່ມຕົ້ນທຸລະກິດ ແລະ ພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະ ເຂົ້າຮ່ວມຕະຫລາດ ແຮງງານ ຢ່າງສະເໝີພາບ. ທີ 3 ແມ່ນ, ເພີ່ມທະວີ ການເຂົ້າຮ່ວມ, ການປະກອບສ່ວນ ແລະ ນຳໜ້າຂອງແມ່ຍິງໃນບັນດາ ຂົງເຂດ ກ່ຽວຂ້ອງເຖິງ ວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ, ຄະນິດສາດ (STEM), ນະວັດຕະກຳ, ການຫັນເປັນດີຈີຕອນ, ຄົ້ນຄວ້າ ການສ້າງບັນດາ ຮູບແບບ ລະບົບ ຊີວະພາບ STEM.ສຳລັບ ການແບ່ງປັນ ກ່ຽວກັບບັນດາຜົນງານ ແລະ ຄວາມມານະພະຍາຍາມພົ້ນເດັ່ນຂອງ ຫວຽດນາມ, ທ່ານນາງຮອງປະທານສະພາແຫ່ງຊາດ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ເປັນເຈົ້າການ, ຕັ້ງໜ້າ ປະກອບສ່ວນ ເຂົ້າໃນ ຄວາມມານະ ພະຍາຍາມລວມ ເພື່ອພາລະກິດ ສ້າງຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ໃນຂອບເຂດ ທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ