Friday, March 14, 2025
Homeຂ່າວຕ່າງປະເທດຫວຽດນາມ-ສິງກະໂປ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ຫວຽດນາມ-ສິງກະໂປ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ຫວຽດນາມ-ສິງກະໂປ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນໝາກຜົນຂອງການພົບປະເຈລະຈາກັນ ລະຫວ່າງ ທ່ານ ໂຕເລິມ ເລຂາທິກຫານໃຫຍ່ພັກກອມມູນິດຫວຽດນາມ ກັບ ທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ ໃນໂອກາດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງ ທ່ານ ໂຕເລິມ ໃນຕອນເຊົ້າວັນທີ 12 ມີນາ

ໃນການພົບປະເຈລະຈາ, ສອງຝ່າຍໄດ້ເປັນເອກະພາບກັນກ່ຽວກັບບັນດາທິດທາງໃຫຍ່ ແລະ ມອບໃຫ້ບັນດາອົງການ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ສ້າງໂຄງການ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ນຳການພົວພັນ 2 ຝ່າຍໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ; ເປີດກວ້າງ ແລະ ເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ເລິກເຊິ່ງຂຶ້ນຕື່ມ.

ພາຍຫລັງການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືຫຼາຍສະບັບໃນຂົງເຂດ ການຄ້າໄຟຟ້າແຮງລົມ, ການຫັນເປັນດີຈີຕອນ ແລະ ການປ່ຽນແປງໃໝ່ດ້ານການເງິນ.

ທີ່ມາ: VOVWORLD

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments