Home ຂ່າວຕ່າງປະເທດ ອິນໂດເນເຊຍ ເລັ່ງເພີ່ມກຳລັງການກັ່ນນໍ້າມັນດີບ ໃຫ້ບັນລຸ ລະດັບ 1 ລ້ານຖັງຕໍ່ວັນ

ອິນໂດເນເຊຍ ເລັ່ງເພີ່ມກຳລັງການກັ່ນນໍ້າມັນດີບ ໃຫ້ບັນລຸ ລະດັບ 1 ລ້ານຖັງຕໍ່ວັນ

0

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 11 ເດືອນມີນາ, ໜ່ວຍປະຕິບັດການ ສະເພາະກິດ ດ້ານພະລັງງານ ຂອງ ອິນໂດເນເຊຍ ເປີດເຜີຍ ແຜນການ ຂະຫຍາຍ ກຳລັງ ການກັ່ນ ນໍ້າມັນດີມ ຂອງ ພື້ນທີ່ 16 ແຫ່ງໃຫ້ຂຶ້ນເປັນ 1 ລ້ານຖັງຕໍ່ວັນ ເພີ່ມຂຶ້ນ ຈາກເດີມ ທີ່ວາງແຜນໄວ້ 5 ແສນຖັງຕໍ່ວັນ. ໂດຍໂຮງກັ່ນ ນໍ້າມັນ ຈະແຈກຢາຍ ຢູ່ໃນ ກາລິມັນຕັນ, ຊວາ, ສຸລາເວສີ, ມາລູກູ ແລະ ປາປົວ ເພື່ອສົ່ງເສີມ ໂຮງກັ່ນ ພື້ນຖານ ດ້ານພະລັງງານ ໃຫ້ມີຄວາມເທົ່າທຽມກັນ.

ການປ່ຽນແປງຄັ້ງນີ້ ມາຈາກ ກອງປະຊຸມ ລະຫວ່າງ ທ່ານ ປຣາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ກັບ ໜ່ວຍປະຕິບັດການ ສະເພາະກິດ ດັ່ງກ່າວ ໃນເມືອງຈາກາຕາ ເມື່ອບໍ່ດົນມານີ້, ເພື່ອຊຸກຍູ້ ການສົ່ງຕໍ່ພະລັງງານ ຂອງ ປະເທດ . ນອກນີ້ ລັດຖະບານ ອິນໂດເນເຊຍ ຍັງວາງແຜນ ກໍ່ສ້າງ ຖັງເກັບນໍ້າມັນບັນຈຸ 1 ລ້ານຖັງຕໍ່ວັນ ຢູ່ເກາະ ນິປາ ໃນເມືອງບາຕັມ ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version