Home ຂ່າວພາຍໃນ ສຊປລ ຫວນຄືນມູນເຊື້ອວັນສຳຄັນ ຂອງພັກ ຂອງຊາດ

ສຊປລ ຫວນຄືນມູນເຊື້ອວັນສຳຄັນ ຂອງພັກ ຂອງຊາດ

0

ກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ(ສຊປລ) ຈັດປາຖະກະ ຖາວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະ ຫລະຊີວິດເພື່ອປະເທດຊາດ ຄົບຮອບ 79 ໃນວັນທີ 12 ມີນາ 2025 ໂດຍການປາຖະກະຖາຂອງສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາ ຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະກົມ, ສະມາຊິກພັກ-ພະນັກງານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ຍົກໃຫ້ເຫັນ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ, ພ້ອມທັງເນັ້ນໃຫ້ສະມາຊິກພັກ-ພະນັກ ງານ ທົ່ວສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເອົາໃຈໃສ່ຢ່າງຕັ້ງໜ້າ ຜັນຂະຫຍາຍມູນເຊື້ອ, ທາດແທ້ຂອງ ພັກປະຊາຊົນ ປະຕິວັດລາວ ເຊິ່ງພັກເຮົາມີຄວາມຈົງຮັກພັກດີ ແລະ ຍຶດໝັ້ນໃນແນວຄິດ-ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ກໍຄື ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ບໍ່ຄໍາພີຕາຍຕົວ ແຕ່ຫາກມີຄວາມເປັນເຈົ້າການປະດິດສ້າງໃນການໝູນໃຊ້ທິດສະດີ ແລະ ບົດຮຽນດ້ານຕ່າງໆ ເຂົ້າກັບເງື່ອນໄຂຕົວຈິງ ແລະ ສະພາບຈຸດພິເສດຂອງປະເທດຊາດ, ມີການສະຫລຸບຖອດຖອນບົດຮຽນຈາກພຶດຕິກຳ ແລະ ປັບປຸງບູລະນະແນວທາງໃຫ້ສອດຄ່ອງ, ຍຶດໝັ້ນ ແລະ ປະຕິບັດຢ່າງຖືກ ຕ້ອງບັນດາຫລັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ນັ້ນຄື ຫລັກການລວມສູນປະຊາທິປະໄຕ, ເວລາໃດກໍຖືສໍາຄັນການເສີມຂະຫຍາຍຄວາມສາມັກຄີເປັນເອກະພາບ ບົນພື້ນຖານແນວທາງແຜນນະໂຍບາຍຂອງພັກ, ພັກນໍາພາເປັນໝູ່ຄະນະ ບົນພື້ນຖານການແບ່ງງານ ແລະ ມອບໝາຍຄວາມຮັບຜິດຊອບໃຫ້ບຸກຄົນໃນໝູ່ຄະນະ, ຖືສໍາຄັນການເສີມຂະຫຍາຍປະຊາທິປະໄຕ ໄປຄຽງຄູ່ກັບການປະຕິບັດກົດລະບຽບຂອງພັກ. ພ້ອມນີ້, ພັກເຮົາເວລາໃດກໍຍຶດໝັ້ນໃນທາດແທ້ ຖືປະຊາຊົນເປັນກົກ ແລະ ມີຄວາມຈົງຮັກພັກດີ ຕໍ່ຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ, ຖືການສະໜັບສະໜູນຂອງປະຊາຊົນ ເປັນສິ່ງສໍາຄັນ, ຕັດສິນບົດບາດນໍາພາ ແລະ ການກໍາອໍານາດຂອງພັກ.

ສະຫາຍ ມອນໄຊ ລາວມົວຊົ່ງ ໃຫ້ຮູ້ອີກວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດກໍສະແດງຄວາມກ້າຫານ, ກ້າຜະເຊີນໜ້າກັບບັນຫາຕົວຈິງ, ກ້າຮັບເອົາຄວາມເປັນຈິງ ແລະ ກ້າປ່ຽນແປງຕົນເອງ, ດ້ວຍການນໍາພາເດັດຂາດ, ໂດຍກົງ, ຮອບດ້ານ, ກຳອຳນາດຕາມກົດໝາຍ, ເຊີດຊູລັກສະນະນໍາໜ້າຂອງພັກ ແລະ ຄວາມເປັນແບບຢ່າງຂອງສະມາຊິກພັກ, ຄວາມເດັດຂາດເຂັ້ມງວດໃນການຈຳກັດ ແກ້ໄຂປາກົດການຫຍໍ້ທໍ້ທີ່ເຮັດໃຫ້ພັກເຊື່ອມອິດທິພົນ, ບົດບາດ ແລະ ຂາດຄວາມເຊື່ອໝັ້ນຈາກປະຊາຊົນ, ພັກໄດ້ເປັນເຈົ້າການປັບປຸງປ່ຽນແປງຕົນເອງຢູ່ສະເໝີ, ເອົາໃຈໃສ່ບຳລຸງສ້າງຖັນແຖວສະມາຊິກພັກ ໃຫ້ມີຄວາມເປັນແບບຢ່າງນໍາໜ້າ, ເປັນກໍາລັງແຮງສູ້ຮົບໃນທຸກຂົງເຂດວຽກງານ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຮາກຖານ, ຖືຄວາມສາມາດເປັນສິ່ງສໍາຄັນ ແລະ ຖືຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ເປັນສິ່ງຕັດສິນໃນການເລືອກເຟັ້ນ ແລະ ນໍາໃຊ້ພະນັກງານ.

ການຈັດຕັ້ງປາຖະກະຖາໃນຄັ້ງນີ້, ເປັນການສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານ, ສະ ມາຊິກຊາວໜຸ່ມຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບຜົນງານການນໍາພາຂອງພັກ ຕະຫລອດໄລຍະ 70 ປີຜ່ານມາ ເພື່ອພ້ອມກັນນໍາພາເອົາມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ຂອງພັກປະຊາຊົນ ປະຕິວັດລາວ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງສະມາຊິພັກ-ພະນັກງານ, ສະມາຊິກຊາວໜຸ່ມ ທີ່ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງຊາດ, ເປັນການເສີມຂະຫຍາຍມູນເຊື້ອ ແຫ່ງການນໍາພາຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ທັງເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ, ສະມາຊິກຊາວໜຸ່ມ ໄດ້ຮັບຮູ້ເຖິງບັນດານັກຮົບປະຕິວັດທີ່ເສຍສະຫລະເລືອດເນື້ອ, ອຸທິດສະຕິປັນຍາເຂົ້າໃນການປະຕິວັດຊາດ, ຄວາມອົງ ອາດກ້າຫານຕະຫລອດໄລຍະການຕໍ່ສູ້ກູ້ຊາດ.

ຂໍ້ມູນ-ພາບ: ປະຊາຊົນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version