ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິກ່ຽວກັບການລົງທຶນກໍ່ສ້າງໂຄງ ການທາງລົດໄຟ ລາວກາຍ-ຮ່າໂນ້ຍ-ໄຮຟອງ ທີ່ເຊື່ອມຕໍ່ກັບທາງລົດໄຟຈີນ. ທາງລົດໄຟດັ່ງກ່າວມີແຜນຈະລົງມືກໍ່ສ້າງໃນທ້າຍປີນີ້ ແລະ ໄລຍະການກໍ່ສ້າງ ຢູ່ໃນລະຫວ່າງ ປີ 2026 ຫາ 2030. ການກໍ່ສ້າງໂຄງການທາງລົດໄຟຈີນ-ຫວຽດນາມ ບໍ່ພຽງແຕ່ມີຜົນດີຕໍ່ການເພີ່ມຂະໜາດການຄ້າ ລະຫວ່າງ ສປ ຈີນ-ຫວຽດນາມ ເທົ່ານັ້ນ, ແຕ່ຍັງຈະເພີ່ມການເຊື່ອມໂຍງ-ເຊື່ອມຈອດກັນ ລະຫວ່າງ ສປ ຈີນ ກັບບັນດາປະເທດໃນອາຊີ ຕາເວັນອອກສຽງໃຕ້ ແລະ ເພີ່ມພະລັງຂັບເຄື່ອນຢ່າງໃຫຍ່ຫລວງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນ ກໍຄືການສ້າງ ປະຊາຄົມຮ່ວມຊາຕາກຳ ຂອງອາຊຽນອີກດ້ວຍ. ທາງລົດໄຟດັ່ງກ່າວມີຄວາມຍາວທັງໝົດ 391 ກິໂລແມັດ, ແລ່ນຜ່ານ 9 ແຂວງ ແລະ ນະຄອນຂອງ ສສ ຫວຽດນາມ, ມູນຄ່າ ການລົງທຶນ ປະມານ 8 ຕື້ກວ່າໂດລາສະຫະລັດ, ນຳໃຊ້ລາງລົດໄຟມາດຕະຖານທີ່ເປັນຂະໜາດ 1,435 ແມັດ, ຄວາມໄວທີ່ອອກແບບແມ່ນ 160 ກິໂລແມັດ ຕໍ່ຊົ່ວໂມງ ແລະ ຈະປະຕິບັດໜ້າທີ່ໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ. ນັບແຕ່ປີກາຍນີ້ ເປັນຕົ້ນມາ, ສປ ຈີນ ແລະ ສສ ຫວຽດນາມ ໄດ້ແລກປ່ຽນຄວາມເຫັນຮ່ວມກັນ ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ກັນ ຂອງທາງລົດໄຟສອງປະເທດ. ນອກນີ້ຍັງຈະເລັ່ງຈັດຕັ້ງປະຕິບັດວຽກງານສຳຫລວດຄວາມເປັນໄປໄດ້ ແລະ ການວາງແຜນ ໂຄງການທາງລົດໄຟທີ່ກ່ຽວຂ້ອງ. ຄາດວ່າຫລັງຈາກທາງລົດໄຟສ້າງສຳເລັດແລ້ວຈະປົກຄຸມປະຊາກອນ 20% ແລະ ເຂດນິຄົມ ອຸດສາຫະກຳ 25,1% ຂອງທົ່ວປະເທດຫວຽດນາມ ແລະ ຈະຊ່ວຍເພີ່ມລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ສສ ຫວຽດນາມ ຂຶ້ນອີກ 25,4%, ພ້ອມທັງຈະປັບປຸງການຄົມມະນາຄົມໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າ ຂອງ ສສ ຫວຽດນາມ ໃຫ້ດີຂຶ້ນ ແລະ ປະກອບສ່ວນເຂົ້າໃນການຍົກສູງປະສິດທິພາບໃນດ້ານການຂົນສົ່ງຜ່ານທາງລົດໄຟທັງຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ ຂອງ ສສ ຫວຽດນາມ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ