Thursday, March 13, 2025
Homeບຸນປະເພນີເປີດງານສະເຫຼີມສະຫຼອງຜາສາດເຮືອນຫີນ ປະຈໍາປີ 2025

ເປີດງານສະເຫຼີມສະຫຼອງຜາສາດເຮືອນຫີນ ປະຈໍາປີ 2025

ວັນທີ 11 ມີນາ 2025 ເມືອງໄຊພູທອງ, ແຂວງສະຫວັນນເຂດ ໄດ້ເປີດງານສະ ເຫຼີມສະຫຼອງຜາສາດເຮືອນຫີນ ປະຈໍາປີ 2025 ໂດຍການເຂົ້າຮ່ວມຂອງ ທ່ານ ພົມມາ ສົງວິໄລ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມເມືອງໄຊພູທອງ.

ທ່ານ ພົມມາ ສົງວິໄລ ໃຫ້ຮູ້ວ່າ: ຜາສາດເຮືອນຫີນ ເປັນສະຖາປັດຕິຍະກໍາທີ່ໂດດເດັ່ນລໍ້າຄ່າ, ບົ່ງບອກເຖິງຄວາມມີຫົວຄິດປະດິດສ້າງຂອງປະຊາຊົນລາວໃນສະໄຫມບູຮານ ແລະ ເປັນສັນຍະລັກໃຫ້ແກ່ຄົນຮຸ່ນຫຼັງໄດ້ເຫັນຄວາມເປັນມາຂອງຊາດລາວ ທີ່ເປັນຊາດຫນຶ່ງທີ່ມີຄວາມຈະເລີນຮຸ່ງເຮືອງສີວິໄລທາງດ້ານອະລິຍະທໍາ ທີ່ບັນພະ ບຸລຸດລາວໃນແຕ່ລະຍຸກແຕ່ລະສະໄຫມ ແລະ ສັກສິດມາເຖິງທຸກວັນນີ້.

ຜາສາດເຮືອນຫີນ ແຫ່ງນີ້ເປັນແຫ່ງທີ 2 ຂອງປະເທດລາວຖັດຈາກວັດພູຈໍາປາ ສັກ. ສະນັ້ນ, ການນໍາຂອງເມືອງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ສ້າງເງື່ອນໄຂອໍານວຍຄວາມສະດວກ ໂດຍສະເພາະແມ່ນການສ້າງພື້ນຖານໂຄງລ່າງ ແລະ ຂຸດຄົ້ນພັດທະ ນາທ່າແຮງດ້ານການທ່ອງທ່ຽວ ເພື່ອດຶງດູດແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າ ມາທ່ອງທ່ຽວຢູ່ເມືອງໄຊພູທອງໃຫ້ນັບມື້ນັບຫຼາຍຂຶ້ນ (ພິເສດໃນປີນີ້ກົມມໍລະຣະດົກແຫ່ງຊາດກໍ່ໄດ້ຮັບຮອງເອົາ ຜາສາດເຮືອນຫີນເຂົ້າເປັນມໍຣະດົກແຫ່ງຊາດລະດັບທ້ອງຖິ່ນຢ່າງເປັນທາງການ)

ຈາກນັ້ນ, ການນໍາຂອງເມືອງ ແລະ ມວນຊົນໄດ້ເຂົ້າຮ່ວມການແຮ່ຮູບຈໍາລອງ ຄື: ແຫ່ຜາສາດເຜິ້ງ, ຮູບຈໍາລອງຜາສາດເຮືອນຫີນ, ງູຊ່ວງ,ງົວໂທນ,ເຕົ່າຄໍາ ແລະ ໜາຊ່ວງຜາສາດເຜິ້ງ ແລະ ຂັນໝາກເບັງໃຫຍ່ ເພື່ອເປັນການສາກາລະບູຊາໃຫ້ແກ່ຜາສາດເຮືອນຫີນ ເຊິ່ງເປັນປີທີ່ 4 ທີ່ຈັດໃຫ້ມີກິດຈະກໍານີ້, ພ້ອມນັ້ນ ຍັງໄດ້ຊົມການສະແດງສິລະປະວັນນະຄະດີຢ່າງຟົດຟື້ນມ່ວນຊື່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments