Wednesday, March 12, 2025
Homeຂ່າວຕ່າງປະເທດ“ການ​ລົງ​ເລິກ​ພັດ​ທະ​ນາ​ທຸ​ລະ​ກິດ​ຢູ່​ຈີນ” ພໍ​ດີ​ຖືກ​ຍາມ

“ການ​ລົງ​ເລິກ​ພັດ​ທະ​ນາ​ທຸ​ລະ​ກິດ​ຢູ່​ຈີນ” ພໍ​ດີ​ຖືກ​ຍາມ

“ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຂອງ​ຈີ​ນ​ທີ່ມີ​ລັກ​ສະ​ນະ​ຕໍ່​ເນື່ອງ ແລະ ຄວາມ​ໝັ້ນ​ທ່ຽງ, ການ​ຄາດ​ຄະ​ເນ​ແບບ​ນີ້​ມີ​ຄວາມ​ສຳ​ຄັນຫຼາຍ​ຕໍ່​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ, ທັງ​ເປັນສິ່ງອ້າງ​ອີງ​ແຫ່ງ​ຄວາມ​ໝັ້ນ​ໃຈ​ຂອງ​ພວກ​ເຮົາ​ທີ່​ມີ​ຢ່າງເລິກ ເຊິ່ງຕໍ່​ການ​ພັດ​ທະ​ນາ​ທຸ​ລະ​ກິດ​ຢູ່​ຈີນ.” ເມື່ອບໍ່ດົນມາ​ນີ້, ທ່ານ ​ນາງ​ ຫວາງ​ຊົ່ງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ສາ​ຂາ​ອາ​ຊີ​ປາ​ຊີ​ຟິກ​ ຂອງ​ກຸ່ມ​ບໍ​ລິ​ສັດ Novonesis ຈາກ ດານ​ມາກ ທີ່​ເປັນ​ວິ​ສາ​ຫະ​ກິດ​ຊີ​ວະ​ພາບ​ທີ່​ມີ​ຊື່​ສຽງ​ໄດ້​ຕິດ​ຕາມ​ຂໍ້​ມູນ​ນະ​ໂຍ​ບາຍ​ທີ່​ເຜີຍ​ແຜ່​ໃນ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ ກອງ​ປະ​ຊຸມ​ສະ​ພາ​ເປິກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ ຫຼື ເອີ້ນ​ຫຍໍ້​ວ່າ “ກອງ​ປະ​ຊຸມ​ສອງ​ສະ​ພາ”. ລາວບອກວ່າ, ບົດ​ລາຍ​ງານ​ວຽກ​ງານ​ຂອງລັດ​ຖະ​ບານ​ໃນ​ປີ​ນີ້​ໄດ້​ເນັ້ນ​ໜັກ​ເຖິງ​​ການ​ພັດ​ທະ​ນາອຸດ​ສາ​ຫະ​ກຳ​ທັນສະໄໝ​ຕ່າງໆ ເຊິ່ງ​ລວມ​ທັງການ​ຜະ​ລິດ​ຢາ​ຊີ​ວະ​ພາບ ແລະອື່ນໆ, ສະແດງ​ໃຫ້​ເຫັນ​ວ່າ ຂະ​ແໜງ​ການ​ນີ້​ຈະ​ມີ​ອະ​ນາ​ຄົດ​ທີ່​ດີ.

ການ​ຕິດ​ຕາມກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ ຄື​ດັ່ງ ທ່ານ ​ນາງ​ຫວາງ​ຊົ່ງ​ ເປັນ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ພະ​ນັກ​ງານ​ບໍ​ລິ​ຫານຂັ້ນສູງ​ຂອງວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ຢູ່​ຈີນ. ນັບ​ມາ​ຮອດ​ທ້າຍ​ປີ 2024, ວິ​ສາ​ຫະ​ກິດ​ທີ່​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ລົງ​ທຶນ​ສ້າງຕັ້ງຂຶ້ນ​ຢູ່​ຈີນໄດ້ມີຫຼາຍກວ່າ 1.239.000 ແຫ່ງ, ການລົງທຶນຕົວຈິງຂອງຕ່າງ​ປະ​ເທດມີເຖິງ 20.600 ຕື້ຢວນ. ໃນ​ຖາ​ນະ​ທີ່ເປັນ​ພິ​ຍານ, ເປັນຜູ້​ປະ​ກອບ​ສ່ວນ ແລະ ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃນ​ການ​ປະ​ຕິ​ຮູບ ແລະ ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ໄດ້​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ພ້ອມ​ກັນ​ກັບ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ຈີນ.

ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຈີນຂອງປີ​ນີ້, ໄດ້​ກຳ​ນົດ​ເອົາ “ການເປີດກວ້າງການເປີດ​ປະ​ຕູ​ສູ່​ພາຍນອກໃນລະດັບ​ສູງ ແລະ ຕັ້ງ​ໜ້າຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ການ​ຄ້າກັບຕ່າງປະເທດ ແລະ ດຶງດູດການລົງທຶນຂອງຕ່າງປະເທດໃຫ້ມີຄວາມໝັ້ນທ່ຽງ” ເປັນໜຶ່ງໃນ 10 ໜ້າ​ທີ່​ສຳ​ຄັນ​ຂອງວຽກງານລັດ​ຖະ​ບານ​ຈີນ​ໃນ​ປີ 2025. ຈີນ​ພວມ​ເປີດ​ປະ​ຕູ​ສູ່​ພາຍນອກ​ນັບ​ມື້​ນັບ​ກວ້າງ​ຂວາງກວ່າ​ເກົ່າ, ໂອ​ກາດ​ຕະຫຼາດ​ຂອງ​ທຶນ​ຕ່າງ​ປະ​ເທດ​ຈະ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ທຶນ​ຕ່າງ​ປະ​ເທດ​ໄດ້​ພ້ອມກັນ​ລົງ​ເລິກ​ການ​ພັດ​ທະ​ນາທຸລະກິດ​ຢູ່​ຈີນ ເຊິ່ງມີສາເຫດທີ່ສາ​ມາດ​ເຂົ້າ​ໃຈໄດ້​ງ່າຍ​ວ່າ: ຈີນເປັນຕະຫຼາດ​ໃຫຍ່ພິ​ເສດ, ມີ​ລະ​ບົບ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ສະໜອງທີ່​ຄົບ​ວົງ​ຈອນ ແລະ ມີ​ປະ​ສິດ​ທິ​ພາບ​ສູງ, ສະ​ພາບ​ແວດ​ລ້ອມ​ການ​ປະ​ດິດ​ສ້າງ​ໃໝ່​ທີ່ໄດ້ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ສາມາດສະ​ໜອງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນລະ​ດັບ​ສູງ​ຢ່າງ​ພຽງ​ພໍ, ມີ​ຄວາມ​ຕ້ອງ​ການຕໍ່ການບໍ​ລິ​ໂພກ​ທີ່​ຍົກ​ລະ​ດັບ​ສູງ​ຂຶ້ນ​ເລື້ອຍໆ ແລະອື່ນໆ.

ເມື່ອ​ເບິ່ງ​ໄປ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ແລ້ວ ແມ່ນ​ບໍ່​ສາ​ມາດ​ຊອກເຫັນໄດ້​ທ່າ​ແຮງ​ຄື​ແບບ​ນີ້​ອີກ. ການ​ຖື​ເອົາ​ປະ​ເທດ​ຈີນ​ເປັນ​ບ້ານ​ເກີດ​ຂອງ​ຕົນ, ກ້າວເດີນໄປພ້ອມກັນກັບ​ການ​ປະ​ດິດ​ສ້າງ​ໃໝ່​ ແລະ ອ​ວ່າຍ​ໜ້າ​ສູ່​ທົ່ວ​ໂລກ ​ໄດ້​ກາຍ​ເປັນຕັກກະທີ່​ເລິກ​ເຊິ່ງ​ໃນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ຈຳ​ນວນຫຼວງຫຼາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments