ວິທະຍຸສາກົນແຫ່ງ ສປ ຈີນ, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ໄດ້ດຳເນີນການປຶກສາຫາລື ແລະ ຕົກລົງເປັນເອກະພາບກັນຮັບຮອງມະຕິ ກ່ຽວກັບການກຳນົດວັນສົນທະນາອາລິຍະທຳສາກົນທີ່ ສປ ຈີນ ເປັນຜູ້ສະເໜີອອກ. ຫລັງຈາກສຳນັກງານເລຂາທິການອົງການສະຫະປະຊາຊາດ ໄດ້ສ້າງຕັ້ງເວັບໄຊ ສະເພາະວັນສົນທະນາອາລິຍະທຳສາກົນ (ສະບັບ ພາສາອັງກິດ). ຈາກນັ້ນ ທ່ານ ລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ກ່າວໃນກອງປະຊຸມຖະແຫລງຂ່າວວ່າ: ໃນວັນທີ 10 ມິຖຸນາປີນີ້, ປະຊາຄົມໂລກຈະສະເຫລີມສະຫລອງວັນສົນທະນາອາລິຍະທຳສາກົນຄັ້ງທຳອິດ. ໃນຖານະທີ່ເປັນປະເທດລິເລີ່ມ, ສປ ຈີນ ຍິນດີຮ່ວມກັບບັນດາຝ່າຍເກາະແຂນຮ່ວມກັນ ຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນດ້ານອາລິຍະທຳຂອງໂລກ, ຜ່ານການສົນທະນາດ້ານອາລິຍະທຳມາປົກປັກຮັກສາສັນຕິພາບຂອງໂລກ ແລະ ຊຸກຍູ້ການພັດທະນາຮ່ວມກັນໃຫ້ດີກວ່າເກົ່າ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ