ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ5 ມີນານີ້ວ່າ: ເລີ່ມແຕ່ສົກປີ 2025–2026, ກົມການເມືອງສູນກາງພັກກອມມູນິດຫວຽດນາມ ໄດ້ຕົກລົງຍົກເວັ້ນຄ່າຮຽນໃຫ້ແກ່ນັກຮຽນທຸກຄົນໃນໂຮງຮຽນພາກລັດ ເລີ່ມຈາກຊັ້ນອະນຸບານຈົນຮອດຊັ້ນມັດທະຍົມຕອນປາຍໃນທົ່ວປະເທດ.
ນະໂຍບາຍນີ້ ມີຄວາມໝາຍຍິ່ງໃຫຍ່, ສະແດງໃຫ້ເຫັນເຖີງວິໄສທັດຍຸດທະສາດຂອງພັກ, ລັດຖະບານຫວຽດ ນາມໃນການພັດທະນາແຫລ່ງຊັບພະຍາກອນມະນຸດ ແລະ ຍົກສູງສະຫວັດດີການສັງຄົມ. ພາຍຫລັງລັດຖະບານ ລາຍງານກ່ຽວກັບຄວາມສາມາດໃນການຮັກສາຄວາມດູ່ນດຽງດ້ານການເງິນ ຍ້ອນການປັບປຸງກົງຈັກໃຫ້ກະທັດລັດລົງ.
ຕາມສະຖະຕິຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ເປີດເຜີຍວ່າ: ນະໂຍບາຍນີ້ ຈະມີດີຕໍ່ນັກຮຽນຫລາຍກ່ວາ 23 ລ້ານຄົນ ນັບແຕ່ຊັ້ນອະນຸບານ, ປະ ຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ (ບໍ່ລວມມີນັກຮຽນ ຢູບັນດາສູນສຶກສາ ວິຊາຊີບ ແລະ ສຶກສາປະຈໍາ). ເພື່ອປະຕິບັດການຍົກເວັ້ນຄ່າຮຽນດັ່ງກ່າວ ລັດຖະບານຫວຽດນາມ ຕ້ອງໄດ້ຈັດສັນເງິນ ຈຳນວນ 30.000 ຕື້ດົ່ງ (ປະມານ 1,26 ຕື້ໂດລາສະຫະລັດ) ຕໍ່ປີ.