ວິທະຍຸສາກົນແຫ່ງ ສປ ຈີນ, ຫວ່າງມໍ່ໆ ມານີ້, ພາກສ່ວນທີ່ກ່ຽວຂ້ອງຂອງ ສປ ຈີນ-ມຽນມາ-ໄທ ໄດ້ຈັດກອງປະ ຊຸມປະສານງານລະດັບກະຊວງເພື່ອຮ່ວມກັນໂຈມຕີອາຊະຍາກໍາຂ້າມຊາດດ້ານການຫລອກລວງ ຜ່ານທາງ ໂທລະຄົມ ຢູ່ນະຄອນຫລວງ ບາງກອກຂອງໄທ ໂດຍໄດ້ແລກປ່ຽນ ຄວາມເຫັນ ຢ່າງເລິກເຊິ່ງ ແລະ ມີຄວາມຮັບຮູ້ ທີ່ເປັນເອກະພາບກັນ ຫລາຍຢ່າງ ກ່ຽວກັບ ບັນຫາການຮ່ວມກັນ ຕ້ານອາຊະຍາກໍາ ຂ້າມຊາດ ດັ່ງກ່າວ ຕື່ມອີກ.ໃນກອງປະຊຸມ ເນັ້ນໜັກເຖິງ ຜົນສໍາເລັດ ທີ່ສໍາຄັນ ລັກສະນະ ຂັ້ນຕອນ ແຫ່ງການຮ່ວມມື ປະຕິບັດກົດໝາຍ ລະຫວ່າງ ສປ ຈີນ-ມຽນມາ-ໄທໃນການໂຈມຕີ ອາຊະຍາກໍາ ຂ້າມຊາດ ດ້ານການຫລອກລວງ ຜ່ານທາງໂທລະຄົມ. ທັງ3 ຝ່າຍ ຕ້ອງລົງເລິກ ຈັດຕັ້ງປະຕິບັດ ຄວາມຮັບຮູ້ ທີ່ເປັນເອກະພາບກັນ ໃນການຮ່ວມກັນ ໂຈມຕີ ອາຊະຍາກໍາຂ້າມຊາດດ້ານການຫລອກລວງ ຜ່ານທາງໂທລະຄົມ, ສ້າງກົນໄກ ປະສານງານ ທີ່ເປັນປະຈຳ, ເພີ່ມທະວີ ການຊົມໃຊ້ ຂໍ້ມູນຂ່າວສານ ຮ່ວມກັນ, ດໍາເນີນວຽກງານ ສົ່ງຄືນ ຜູ້ຕ້ອງຫາແລະ ປັບປຸງ ລະບຽບການ ທີ່ກ່ຽວຂ້ອງໃຫ້ສົມບູນຂຶ້ນ ຢ່າງຕໍ່ເນື່ອງ, ຍົກປະສິດທິຜົນໃນການໂຈມຕີ ໃຫ້ສູງຂຶ້ນ ຢ່າງບໍ່ຢຸດຢັ້ງ, ພ້ອມທັງ ເພີ່ມທະວີ ການຮ່ວມມື ກັບປະເທດອື່ນ ໃນດ້ານການປະຕິບັດ ກົດໝາຍ, ຮ່ວມກັນ ປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບ ຂອງພາກພື້ນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ