ກອງປະຊຸມສຳມະນາສົ່ງເສີມການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ລະ ຫວ່າງນະຄອນຫຼວງວຽງຈັນ, ປະເທດລາວ ແລະ ນະຄອນຫຼວງມົດສະກູ, ປະເທດຣັດຣັດເຊຍ ພ້ອມດ້ວຍງານວາງສະແດງສິນຄ້າ ແລະ ຊິມອາຫານລາວ ຈັດຂຶ້ນວັນທີ 27 ກຸມພາ 2025 ທີ່ນະຄອນຫຼວງມົດສະກູ ໂດຍມີທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ແຊຣເກ ເຈຣີໂອມິນ ລັດຖະມົນຕີປະຈຳລັດ ຖະບານມົດສະກູ ຫົວໜ້າພະແນກພົວພັນຕ່າງປະເທດ ແລະ ເສດຖະກິດພາຍນອກນະຄອນຫຼວງມົດສະກູ ແລະ ທ່ານ ວາລາດີເມຍ ປະລາໂຕນອບ, ປະທານສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງມົດສະກູ ພ້ອມດ້ວຍແຂກຮັບເຊິນ ແລະ ນັກທຸລະກິດສອງປະເທດລາວ-ຣັດເຊຍ ເຂົ້າຮ່ວມ.
ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ກ່າວວ່າ: ກອງປະຊຸມຄັ້ງນີ້ມີທັງພາກລັດ ແລະ ພາກທຸລະກິດ ທີ່ມາຈາກຫຼາຍພາກສ່ວນ ຫຼາຍຂະແໜງການ ຫຼາຍສາຂາທຸລະ ກິດເຂົ້າຮ່ວມ ເຊິ່ງຖືວ່າມີບົດບາດສໍາຄັນຫຼາຍຕໍ່ການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງສອງນະຄອນຫຼວງ ແນໃສ່ສ້າງໂອກາດ ສ້າງເງື່ອນໄຂທີ່ອໍານວຍ ແລະ ເປັນການເປີດໂອກາດໃຫ້ນັກທຸລະກິດນັກລົງທຶນຈາກນະຄອນຫຼວງມົດສະກູ ແລະ ນະຄອນຫຼວງວຽງຈັນໄດ້ພົບໜ້າພໍ້ຕາກັນ ເຊິ່ງກອງປະຊຸມໄດ້ພ້ອມ ກັນແລກປ່ຽນບົດຮຽນ ປຶກສາຫາລື ແລະ ຊອກຊ່ອງທາງທີ່ຈະຮ່ວມມືກັນໃນຕໍ່ໜ້າ ບໍ່ວ່າຈະເປັນການຄ້າ-ການລົງທຶນໃນມົດສະກູ ຫຼື ໄປເຮັດການຄ້າ-ການລົງທຶນຢູ່ນະ ຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການຮ່ວມມືໃນຂົງເຂດທຸລະກິດຂອງສອງນະຄອນ ຫຼວງກາຍເປັນທ່າແຮງອັນສໍາຄັນໃຫ້ການພັດທະນານະຄອນຫຼວງມົດສະກູ ແລະ ນະຄອນຫຼວງວຽງຈັນ ຂະຫຍາຍຕົວຢ່າງເຂັ້ມແຂງຂຶ້ນໄປ.
ນອກຈາກນີ້, ໃນກອງປະຊຸມສອງຝ່າຍຍັງໄດ້ນໍາສະເໜີທ່າແຮງ ດ້ານການຄ້າ ການລົງທຶນ ແລະ ການ ທ່ອງທ່ຽວ ຂອງນະຄອນຫຼວງຕົນ ລົງນາມຮ່ວມມືລະຫວ່າງສະພາການຄ້າ ແລະ ອຸດສາຫະກຳ ສອງນະຄອນຫຼວງ ຢ້ຽມຊົມຜະລິດຕະພັນສິນຄ້າຂອງລາວ ທີ່ບັນດາຫົວໜ່ວຍທຸລະກິດຂອງລາວ ກໍຄືນະຄອນຫຼວງວຽງຈັນ ນໍາມາວາງສະແດງຢູ່ພາຍໃນງານຕື່ມອີກ.
ສຳລັບງານວາງສະແດງສິນຄ້າໃນງານວັນວຽງຈັນ ຢູ່ນະຄອນຫຼວງມົດສະກູຄັ້ງນີ້ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ກໍຄືບັນດາຫົວໜ່ວຍທຸລະ ກິດຂອງລາວໄດ້ນໍາເອົາຜະລິດຕະພັນສິນຄ້າຂອງລາວ ມາວາງສະແດງປະກອບມີຜະລິດຕະພັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP ຕົວຢ່າງ) ແລະ ຜະລິດ ຕະພັນສິນຄ້າລາວ 212 ລາຍການຜະລິດຕະພັນ ມີ 15 ຫົວໜ່ວຍຜູ້ຜະລິດຄື: ຫ້ອງປຸງແຕ່ງຢາພື້ນເມືອງວຽງທອງກາເຍືອງທອງ 5 ລາຍການຜະລິດຕະພັນ, ໂຮງງານຄໍາສິງຜະລິດຕະພັນລາວປອດສານຜິດ 5 ລາຍການຜະລິດຕະພັນ, ຫ້ອງປຸງແຕ່ງຢາພື້ນເມືອງກາສິງທອງ 5 ລາຍການຜະລິດຕະພັນ ແລະ ອື່ນໆ.
ທີ່ມາ: ວຽງຈັນໃໝ່