Home ຂ່າວການເມືອງ ພັກນຳພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ສັງຄົມນິຍົມ

ພັກນຳພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ສັງຄົມນິຍົມ

0

ຈຸດໝາຍຂອງການຕໍ່ສູ້ປະຕິວັດ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ແມ່ນເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ ເຊິ່ງທົ່ວໂລກໄດ້ຮັບຮູ້ ຄວາມເປັນເອກະລາດ ດ້ວຍການສະຖາປະນາ ສະທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975, ຍັງເຫລືອແຕ່ເປົ້າໝາຍສັງຄົມນິຍົມ ທີ່ຕ້ອງພ້ອມກັນສືບຕໍ່ ຕໍ່ສູ້ໃຫ້ບັນລຸຜົນໃນໄລຍະໃໝ່.

ທ່ານ ພັອ ພົມມີ ສິນທະວົງ ຫົວໜ້າຄະນະວິຊາ ຍຸດທະສາດ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ການກໍ່ຕັ້ງເປັນປະເທດ ແລະ ປ້ອງກັນປະເທດຊາດ ໄດ້ເປັນຄູ່ມາດຕະເກນ ຂອງການຍືນຍົງຄົງຕົວຂອງທຸກຊາດໃນໂລກ ໂດຍບໍລິສຸດສືບທອດ ແລະ ພັດທະນາແນວຄິດປະຕິວັດ ແລະ ມີວິທະຍາສາດ, ພັກທີ່ເປັນແກນນໍາຂອງຂະບວນການຕໍ່ສູ້ ບໍ່ພຽງແຕ່ຕ້ອງນໍາພາປວງຊົນລຸກຂຶ້ນ ຢຶດອຳນາດເທົ່ານັ້ນ, ຫາກຍັງຕ້ອງນຳພາວຽກງານປ້ອງກັນໜາກຜົນ ຂອງການຕໍ່ສູ້ສືບຕໍ່ກ້າວເດີນສູ່ຈຸດໝາຍທີ່ຕັ້ງໄວ້ ດັ່ງຄຳເວົ້າຂອງ ທ່ານ ເລນິນ ກ່າວວ່າ: ການຢຶດອຳນາດ ມີຄວາມຫຍຸ້ງຍາກຢູ່ແລ້ວ, ແຕ່ການຮັກສາອຳນາດຫຍຸ້ງຍາກຫລາຍເທົ່າ. ສະນັ້ນ, ການນຳພາວຽກງານປ້ອງກັນຊາດ ຂອງພັກປະຊາຊົນ ປະຕິວັດລາວ ໄດ້ເປັນປັດໄຈພື້ນຖານຮັບປະກັນໃຫ້ປະເທດຊາດ ມີຜືນແຜ່ນດິນທີ່ຄົບຖ້ວນ, ມີຄວາມເປັນເອກະລາດ ແລະ ອຳ ນາດອະທິປະໄຕຂອງຕົນຢ່າງເຕັມສ່ວນ; ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ບຽບ ຮຽບຮ້ອຍ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ກ້າວສູ່ຈຸດໝາຍທີ່ວາງໄວ້.

ທ່ານ ພັອ ພົມມີ ສິນທະວົງ ຍັງໃຫ້ຮູ້ອີກວ່າ: ພັກປະຊາຊົນລາວ ນໍາພາຕໍ່ສູ້ປົກປັກຮັກສາປະ ເທດຊາດ, ຮັກສາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທັບມ້າງກົນອຸບາຍ ຂອງບັນດາອິດທິກຳລັງປໍລະປັກ ທີ່ຫວັງກໍ່ການຈາລະຈົນ, ໂຄ່ນລົ້ມ ແລະ ບຽດຢຶດຊາຍແດນທິດຕາເວັນຕົກເຖິງວ່າປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ, ແຕ່ວຽກງປ້ອງກັນຊາດຍັງຕ້ອງຜະເຊີນໜ້າກັບຄວາມຫຍຸ້ງຍາກຫລາຍປະການ. ໃນນັ້ນ, ມີການເຄື່ອນໄຫວຂອງກຸ່ມຄົນບໍ່ດີຢູ່ພາຍໃນປະເທດ ທີ່ບໍ່ພໍ ໃຈຕໍ່ລະບອບໃໝ່ ມີກົນອຸບາຍສົມຮູ້ຮ່ວມຄິດກັບກຳລັງຝືນປະຕິວັດ ຢູ່ນອກປະເທດ ຫວັງກັບຄືນຢຶດອຳນາດ, ຟື້ນຄືນລະບອບເກົ່າທີ່ຖືກໂຄ່ນລົ້ມ. ສະນັ້ນ, ສູນກາງພັກ ແລະ ລັດຖະບານ ໄດ້ຕັກເຕືອນວ່າ:“ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ກໍຍັງແມ່ນແຖວໜ້າ ແລະ ມີຄວາມສຳຄັນນໍ້າເບີ 1, ພ້ອມນັ້ນ ກອງປະຊຸມສູນກາງພັກ ຄັ້ງທີ IV ແລະ V (ສະໄໝທີ 2) ຍັງໄດ້ກໍານົດຕື່ມອີກວ່າ: ຕ້ອງອອກແຮງປຸກລະດົມຂະບວນການ ປະຊາທິປະໄຕ ໃນໝູ່ປະຊາຊົນ ເພື່ອກໍ່ສ້າງ ແລະ ປັບປຸງລະບອບການເມືອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອຳນາດການປົກຄອງແຕ່ລະຂັ້ນ ໃຫ້ເຂັ້ມແຂງຢ່າງແທ້ຈິງ, ກໍ່ສ້າງ ແລະ ປັບປຸງກໍາລັງຮັກສາຄວາມສະຫງົບ ຂອງປະຊາຊົນ, ເພີ່ມທະວີວຽກງານປ້ອງກັນຊາດທົ່ວປວງຊົນ, ອອກແຮງກໍ່ສ້າງກຳລັງປະກອບອາວຸດປະຊາຊົນ, ປົກປັກຮັກສາເອ ກະລາດແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ປົກປັກຮັກສາໝາກຜົນຂອງການປະຕິວັດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version