Home ຂ່າວການເມືອງ ພັກເຮົາ ເອົາໃຈໃສ່ສົ່ງເສີມທຸລະກິດເອກະຊົນ ໃຫ້ເປັນສ່ວນໜຶ່ງໃນການພັດທະນາປະເທດຊາດ

ພັກເຮົາ ເອົາໃຈໃສ່ສົ່ງເສີມທຸລະກິດເອກະຊົນ ໃຫ້ເປັນສ່ວນໜຶ່ງໃນການພັດທະນາປະເທດຊາດ

0

ການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 22 ມີນາ 1955 ແມ່ນເຫດການສໍາຄັນທາງດ້ານການເມືອງໃນປະຫວັດສາດຂອງຊາດລາວ ເພື່ອຮັບຜິດຊອບຊາຕາກໍາຂອງປະເທດຊາດ ແລະ ຄວາມມຸ່ງຫວັງຂອງປະຊາຊົນ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ທ່ານ ຄໍາໝັ້ນ ໄຊຍະແສງ ຮອງປະທານສະພາອຸດສະຫະກໍາ ແລະ ການຄ້ານະຄອນຫຼວງ ປະທານກຸ່ມບໍລິສັດ ຈະເລີນວັດທະນາ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ: ຕະຫຼອດໄລຍະ 70 ປີຜ່ານມາ, ພັກໄດ້ນໍາພາການປະຕິວັດຢ່າງດຸເດືອດຂ້ຽວຂາດ, ນັກຮົບປະຕິວັດ, ກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ແຕ່ເໜືອຮອດໃຕ້ ໄດ້ຕໍ່ສູ້ກັບສັດຕູໂຕຮ້າຍກາດ, ເສຍສະຫຼະຈົນເລືອດອາບທາແຜ່ນດິນ, ສູນເສຍຊີວິດບໍ່ຈັກວ່າທໍ່ໃດ ຈຶ່ງສາມາດປົດປ່ອຍປະເທດຊາດໄດ້ ເຮັດໃຫ້ຊາວໂລກຕ້ອງຕົກຕະລຶງ ຂອງຄວາມປີຊາສາມາດສະຫຼາດສ່ອງໃສ, ຄວາມພິລາດອາດຫານຂອງພັກເຮົາ ຈາກປະເທດນ້ອຍໆ ກໍາລັງກະບໍ່ຫຼາຍ, ອາວຸດຍຸດໂທປະກອນຫຼ້າສະໄໝ ແຕ່ຕີເອົາຊະນະສັດຕູ ຜູ້ຮຸກຮານ ພ້ອມດ້ວຍລູກມືຂອງພວກເຂົາ ໄດ້ຮັບຜົນສໍາເລັດ ຊຶ່ງເປັນຂີດໝາຍທາງປະຫວັດສາດທີ່ຊາວໂລກໄດ້ຈາລຶກ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ພັກເຮົາໄດ້ວາງຍຸດທະສາດໃນການປົກປັກຮັກສາ-ສ້າງສາປະເທດຊາດ ກ່ອນອື່ນໝົດແມ່ນໄດ້ ຟື້ນຟູຮໍາບາດແຜ່ສົງຄາມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຈາກພື້ນຖານເສດຖະກິດຂອງປະເທດຫຼ້າຫຼັງ; ພັກເຮົາຈຶ່ງວາງແນວທາງໃນການປະຕິຮູບເສດຖະກິດ ຈາກການບໍລິຫານແບບເກື້ອກູນໄປສູ່ກົນໄກເສດຖະກິດແບບໃໝ່ ເປັນຂີດຫມາຍໃໝ່ທີ່ສ່ອງແສງໃຫ້ເຫັນເຖິງບາດກ້າວຂະຫຍາຍຕົວຂອງເສດຖະກິດ-ສັງຄົມຂອງປະເທດເຮົາ.

ດ້ວຍແນວທາງການເມືອງທີ່ຖືກຕ້ອງ ດ້ວຍວິໃສທັດ ແລະ ການນໍາພາທີ່ສະຫຼາດສ່ອງໃສ ດ້ວຍມານະຈິດປະຕິວັດທີ່ສູງສົ່ງ, ໜຽວແໜ້ນ ແລະ ສຸດກົກສຸດປາຍຂອງພັກເຮົາ ບົນພື້ນຖານຖືເອົາຜົນປະໂຫຍດ ຂອງຊາດ ແລະ ຂອງປະຊາຊົນເປັນທີ່ຕັ້ງນັ້ນ, ພັກເຮົາໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມເສດຖະກິດໄປຕາມກົນໄກຕະຫຼາດ ຈຶ່ງເຮັດໃຫ້ທຸລະກິດຂອງຫຼາຍພາກສ່ວນ ໂດຍສະເພາະທຸລະກິດຂອງເອກະຊົນຂະຫຍາຍຕົວຢ່າງຕໍ່ເນື່ອງ.

ສໍາລັບຂ້າພະເຈົ້າເອງ ແມ່ນນັກທຸລະກິດ ເປັນບໍລິສັດນອ້ຍໆ ໄດ້ຮັບການເຕີບໃຫຍ່ເຂັ້ມແຂງ ຂຶ້ນມາໃນສັງຄົມ ກໍຍ້ອນ ແນວທາງຂອງພັກໃນການເປີດກວ້າງຊຸກຍູ້ສົ່ງເສີມໃຫ້ດໍາເນີນທຸລະກິດ.

ນະໂອກາດນີ້, ຂໍສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ພັກ ທີ່ໃຫ້ໂອກາດນັກທຸລະກິດລາວ ໄດ້ເຄື່ອນໄຫວຢ່າງເຕັມສ່ວນ ໃນການສ້າງສາພັດທະນາປະເທດຊາດ ຊຶ່ງຍາມໃດພັກເຮົາ ກໍມີຄວາມບໍລິສຸດ ຜຸດຜ່ອງຕໍ່ຜົນປະໂຫຍດຂອງຊົນຊັ້ນກໍາມະກອນ ແລະ ຂອງຊາດເປັນສໍາຄັນ ແລະ ພັກເຮົາບໍ່ມີວັດຖຸປະສົງອື່ນໃດ ນອກຈາກ ເຮັດທຸກສິ່ງທຸກຢ່າງ ເພື່ອໃຫ້ປະຊາຊົນໄດ້ຢູ່ດີກິນດີ, ມີຄວາມຜາສຸກ ແລະ ປະເທດຊາດຮັ່ງມີ ເຂັ້ມແຂງ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ ແລະ ສີວິໄລ.

ໃນນາມສ່ວນຕົວຂ້າພະເຈົ້າ ທີ່ເປັນພົນລະເມືອງລາວ ແລະ ເປັນນັກທຸລະກິດຜູ້ໝຶ່ງ ຂໍໃຫ້ຄໍາໝັ້ນ ສັນຍາວ່າ ຈະເຊີດຊູບົດບາດການນຳພາຂອງພັກໃຫ້ສູງຂຶ້ນ, ຮັກສາຄວາມເປັນແບບຢ່າງນໍາໜ້າໃນການດໍາເນີນທຸລະກິດຂອງຕົນ ຕັ້ງໜ້ານໍາພາ ພະນັກງານພາຍໃນບໍລິສັດ ພ້ອມກັບເຊີດຊຸນໍ້າໃຈຮັກຊາດ ຕິດພັນກັບການເສີມຂະຫຍາຍ ຈິດໃຈເປັນເຈົ້າມານະຈິດປະຕິວັດ, ຍົກສູງຄວາມບາກບັ່ນບຸກບືນ ເຂົ້າໃສ່ການປະຕິບັດໜ້າທີ່ ແລະ ການທໍາມາຫາກິນ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version