ກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ໄຂຂຶ້ນໃນວັນທີ 24 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ. ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 2 ວັນເຕັມ ເຊິ່ງຈະນໍາເອົາບັນຫາສໍາຄັນ ຂອງພັກ, ຂອງຊາດ ມາພິຈາລະນາ ແລະ ໃຫ້ທິດຊີ້ນໍາ ເປັນຕົ້ນ ການປັບປຸງລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບປີ 2015; ການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ການສ້າງຕັ້ງຕາແສງ ເພື່ອນຳເຂົ້າຜ່ານ ແລະ ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນກາງເດືອນມີນາ ທີ່ຈະມາເຖິງນີ້. ນອກຈາກນັ້ນ, ຍັງຈະໄດ້ເຜີຍແຜ່ຜົນສໍາເລັດ ຂອງວຽກງານພົວພັນຕ່າງປະເທດ ແລະ ທິດທາງການຮ່ວມມືກັບຕ່າງປະເທດ ໃນຕໍ່ໜ້າ ແລະ ການກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕື່ມອີກ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກວ່າ: ການທີ່ສູນກາງພັກ ໄດ້ນໍາເອົາບັນຫາສໍາຄັນດັ່ງກ່າວ, ມາຄົ້ນຄວ້າ, ອະພິປາຍ, ປຶກສາຫາລື ແລະ ຕົກລົງໃນກອງປະຊຸມສະໄໝວິສາມັນ ໃນຄັ້ງນີ້, ແມ່ນຄວາມຈໍາເປັນ ເພື່ອຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ກ່ຽວກັບການສືບຕໍ່ບູລະນະລັດປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ເຊິ່ງເປັນການຈັດຕັ້ງປະຕິບັດໂດຍກົງ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເຮົາ ກໍຄື ບັນດາມະຕິ ຂອງສູນກາງພັກ ໃນໄລຍະຜ່ານມາ ໃຫ້ເຂົ້າສູ່ລວງເລິກ ແລະ ໃຫ້ເປັນຮູບປະທໍາຕົວຈິງ, ກະກຽມເງື່ອນໄຂພື້ນຖານ ແລະ ຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃນຕົ້ນປີ 2026; ປຶກສາຫາລື, ຕົກລົງ ແລະ ຮັບຮອງເອົາທິດທາງ, ບັນຫາໃຫຍ່ໆຈໍານວນໜຶ່ງ ເພື່ອຮອງຮັບການຈັດຕັ້ງປະຕິບັດ ຢ່າງເປັນເອກະພາບກັນ ພາຍຫລັງສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນເພື່ອໃຫ້ສອດຄ່ອງຕາມຫລັກວິທະຍາສາດ ທັງເປັນການສືບຕໍ່ບູລະນະແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ໃຫ້ມີຄວາມສອດຄ່ອງ ກັບສະພາບຈຸດພິເສດ ແລະ ລັກສະນະ ຂອງການປະຕິວັດ ຂອງພັກເຮົາ ໃນເງື່ອນໄຂໃໝ່ ແລະ ອື່ນໆ.