ຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ອອກແຈ້ງການ ເຖິງ: ບັນດາທ່ານ ນັກປະພັນ ປະດິດຄິດແຕ່ງເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ທັງອາຊີບ, ເຄີ່ງອາຊີບ ແລະ ສະໝັກຫຼີ້ນ ໃນທົ່ວປະເທດ.
#ເຊີນຊ່ວນບັນດາທ່ານ ເຂົ້າຮ່ວມຂະບວນການ ແຂ່ງຂັນເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ໃນຫົວຂໍ້ ຜົນຮ້າຍພິດໄພອັນຕະລາຍຈາກຢາເສບຕິດ (ສິ່ງເສບຕິດ).
+ ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ຂໍແຈ້ງການ ແລະ ເຊີນຊວນ ມາຍັງບັນດາທ່ານ ນັກປະພັນ, ນັກປະດິດຄິດແຕ່ງເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ທັງອາຊີບ, ເຄີ່ງອາຊີບ ແລະ ສະໝັກຫຼີ້ນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມຂະບວນການ ແຂ່ງຂັນ ເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ; ສ້າງຄວາມເບີກບານມ່ວນຊືນ ແລະ ຟົດຟື້ນ ເພື່ອຮັບໃຊ້ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ ( 2021-2025 ).

I. ຈຸດປະສົງ:
1. ເພື່ອສືບຕໍ່ປຸກລະດົມ, ຂົນຂວາຍກໍາລັງແຮງສັງລວມເຂົ້າໃນການສ້າງຂະບວນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສະເພາະແມ່ນວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມດ້ວຍການໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ.
2. ເພື່ອສ້າງຂະບວນການ ຄໍານັບຮັບຕ້ອນ ວັນສໍາຄັນຂອງພັກຂອງຊາດເປັນຕົ້ນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955-22 ມີນາ 2025), ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ( 12 ທັນວາ 1975-2 ທັນວາ 2025) ແລະ ວັນຄ້າຍວັນເກີດ ຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920-13 ທັນວາ 2025) ທີ່ຈະໝູນວຽນມາບັນຈົບຄົບຮອບໃນມໍ່ໆນີ້.
3. ເພື່ອສ້າງຂະບວນການ ຄໍານັບຮັບຕ້ອນກອງປະຊຸມໃຫຍ່ 03 ຂັ້ນຂອງພັກ ໂດຍສະເພາະແມ່ນກອງປະຊຸມໃຫຍ່ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ VI ແລະ ສ້າງຂະບວນການ ຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະເປີດຂື້ນໃນຕໍ່ໜ້ານີ້.
II. ດ້ານເນື້ອໃນ
1. ຕ້ອງສອດຄ່ອງ, ຮັບໃຊ້ ແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ;
2. ສ່ອງແສງໃຫ້ເຫັນເຖິງຜົນຮ້າຍຄວາມເປັນໄພອັນຕະລາຍຂອງບັນຫາຢາເສບຕິດ (ສິ່ງເສບຕິດ) ທີ່ມີຕໍ່ບຸກຄົນ, ຄອບຄົວ, ສັງຄົມ ແລະ ປະເທດຊາດ;
3. ສ່ອງແສງໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະຜ່ານມາ; ສະແດງໃຫ້ເຫັນຜົນງານການເຄື່ອນໄຫວທີ່ພົ້ນເດັ່ນໃນການປະກອບສ່ວນຂອງທົ່ວສັງຄົມ;
4. ຊົມເຊີຍຜົນງານດີເດັ່ນ ແລະ ຊົມເຊີຍ ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ບັນດາພະນັກງານ-ລັດຖະກອນ ປະຊາຊົນ
ລາວບັນດາເຜົ່າທີ່ໄດ້ປະກອບສ່ວນ ເຫືອແຮງ, ສະຕິປັນຍາເຂົ້າຮ່ວມໃນຂະບວນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຕະຫຼອດການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ.
5. ບົດປະພັນທີ່ສົ່ງເຂົ້າປະກວດ (ບົດເພງ, ກອນຂັບ-ລໍາ ແລະ ລະຄອນສັ້ນ) ເນື້ອໃນຕ້ອງບໍ່ຂັດກັບລັກສະນະຂອງສິລະປະ-ວັດທະນະທໍາ, ຮີດຄອງປະເພນີ ຂອງ ສປປ ລາວ, ບໍ່ຂັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ.
III. ດ້ານຈັງຫວະ ແລະ ທໍານອງ:
ສໍາລັບຈັງຫວະ ແລະ ທໍານອງເພງແມ່ນບໍ່ຈໍາກັດ ຄື: ທີມໃດ ສາມາດແຕ່ງໄດ້-ຈັງຫວະຊ້າ ສັນລະເສີນ, ຈັງຫວະລໍາວົງ, ຈັງຫວະລໍາເດີນ ຫຼື ອີງໃສ່ທໍານອງຂັບ-ລໍາຂອງເຜົ່າ ແລະ ທ້ອງຖິ່ນຕ່າງໆ ນອກນັ້ນ ທ່ານສາມາດນໍາໃຊ້ ຈັງຫວະສາກົນເຊັ່ນ: ບາສະຫຼົບ, ຣຸມບາ, ຊ່າຊ່າຊ່າ, ຕັ່ງໂກ່, ດິສ໌ໂກ ແລະ ອື່ນໆ ທີ່ເຫັນວ່າເໝາະສົມກັບເນື້ອໃນບົດເພງ, ກອນຂັບ-ລໍາ ຂອງທ່ານ.
IV. ກະຕິກກາການແຂ່ງຂັນ.
1. ບົດເພງ, ກອນຂັບ-ລໍາ ແລະ ບົດລະຄອນ ທີ່ທ່ານຈະສົ່ງເຂົ້າແຂ່ງຂັນ ຕ້ອງແມ່ນຜົນງານ ການປະດິດແຕ່ງຂຶ້ນ
ໃໝ່ຊຶ່ງບໍ່ເຄີຍເຜີຍແຜ່ ແລະ ນໍາໃຊ້ຜ່ານການສະແດງ, ຜ່ານສື່ມວນຊົນ, ຜ່ານການຈັດພິມ ແລະ ສື່ອື່ນໆມາກ່ອນ;
2. ສຳລັບບົດເພງຫ້າມລອກແບບນໍາໃຊ້ເນື້ອໃນ ແລະ ທໍານອງ ເພງຂອງຜູ້ອື່ນ;
3. ແຕ່ລະທ່ານສາມາດສົ່ງບົດເພງເຂົ້າແຂ່ງຂັນໄດ້ 1-2 ບົດເທົ່ານັ້ນ;
4. ສຳລັບ ກອນຂັບ-ລຳ ເນື້ອໃນບໍ່ໃຫ້ເກີນ 2 ໜ້າເຈ້ຍ A4 ຫຼື ຄວາມຍາວ ບໍ່ເກີນ 7 ນາທີ;
5. ແຕ່ລະທ່ານສາມາດສົ່ງກອນຂັບ-ລໍາ ເຂົ້າແຂ່ງຂັນໄດ້ 1-2 ບົດເທົ່ານັ້ນ;
6. ສໍາລັບລະຄອນສັ້ນ ທີ່ມີເນື້ອໃນສ່ອງແສງເຖິງຜົນຮ້າຍພິດໄພຂອງຢາເສບຕິດ (ສິ່ງເສບຕິດ) ຄວາມຍາວ ແມ່ນ 10-15 ນາທີີ;
7. ແຕ່ລະທ່ານສາມາດສົ່ງລະຄອນສັ້ນ ເຂົ້າແຂ່ງຂັນໄດ້ 1-2 ເລື່ອງເທົ່ານັ້ນ;
V. ລາງວັນ ເພງຮ້ອງ, ຂັບ-ລໍາ ແລະ ລະຄອນສັ້ນ.
ກ. ລາງວັນເພງຮ້ອງ ຄັດເອົາ 12 ບົດເພງ
1. ລາງວັນທີ 1 ມີ 01 ລາງວັນລະ 20,000,0000 ກີບ = 20,000,000 ກີບ;
2. ລາງວັນທີ 2 ມີ 02 ລາງວັນລະ 2 x 18,000,000 ກີບ = 36,000,000 ກີບ;
3. ລາງວັນທີ 3 ມີ 09 ລາງວັນລະ 09 x 15,000,0000 ກີບ = 135,000,000 ກີບ;
4. ລາງວັນຊົມເຊີຍ ມີ 15 ລາງວັນ 15x 1,000,000 ກີີບ = 15,000,000 ກີບ;
ລວມເງິນລາງວັນ ເພງຮ້ອງ = 206,000,000 ກີບ.
ຂ. ລາງວັນ ກອນຂັບ-ລໍາ ຄັດເອົາ 10 ບົດ.
1. ລາງວັນທີ 1 ມີ 01 ລາງວັນລະ 20,000,000 ກີບ = 20,000,000 ກີບ;
2. ລາງວັນທີ 2 ມີ 02 ລາງວັນລະ 2 x 18,000,000 ກີບ = 36,000,000 ກີບ;
3. ລາງວັນທີ 3 ມີ 07 ລາງວັນລະ 07 x 15,000,0000 ກີ = 105,000,000 ກີບ;
4. ລາງວັນຊົມເຊີຍ ມີ 15 ລາງວັນ 15x 1,000,000 ກີບ = 15,000,000 ກີບ
ລວມ ລາງວັນ ຂັບ-ລໍາ = 176,000,000 ກີບ.
ຄ. ລາງວັນ ລະຄອນສັ້ນ ຄັດເອົາ 5 ເລື່ອງ ( ໃຊ້ເວລາ 10-15 ນາທີ)
5. ລາງວັນທີ 1 ມີ 01 ລາງວັນລະ 30,000,000 ກີບ = 30,000,000 ກີບ;
6. ລາງວັນທີ 2 ມີ 02 ລາງວັນລະ 02 x 25,000,000 ກີບ = 50,000,000 ກີບ;
7. ລາງວັນທີ 3 ມີ 02 ລາງວັນລະ 02 x 20,000,0000 ກີບ = 40,000,000 ກີບ;
8. ລາງວັນຊົມເຊີຍ ມີ 10 ລາງວັນລະ 10 x 1,000,000 = 10,000,000 ກີບ;
ລວມເງິນລາງວັນລະຄອນສັ້ນ = 130,000,000 ກີບ.
ລວມເງິນລາງວັນ ກ+ຂ+ຄ = 512,000,000 ກີບ.
(ຂຽນເປັນຕົວໜັງສື ຫ້າຮ້ອຍສິບສອງລ້ານກີບ)
VI. ບ່ອນສົ່ງ:
1. ສະຖານທີ່: ກອງເລຂາຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, (ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕໍາຫຼວດ, ກະຊວງ ປກສ) ;
2. ຊື່ ແລະ ນາມສະກຸນ ນ ຄໍາກອງ ເພັດສົມພູ ເບີໂທຕິດຕໍ່ 020 9996 3419; ນາງ ແພວພັນ ວິໄລ ເບີໂທຕິດຕໍ 5594 9450; ຮອ ທອງທິບ ວໍລະບຸດ ເບີໂທ 9263 3380;
3. ກຳນົດສົ່ງບົດເພງຮອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ເຂົ້າແຂ່ງຂັນ ເລີ້ມແຕ່ມື້ປະກາດເປັນທາງການ ຈົນເຖິງ ວັນທີ 3 ເມສາ 2025 ປິດຮັບ ( ວັນທີ 20 ກຸມພາ- 3 ເມສາ 2025 ປິດຮັບ ) .
+ ດັ່ງນັ້ນ, ຈຶ່ງຂໍແຈ້ງການ ແລະ ເຊີນຊວນບັນດາທ່ານ ນັກປະພັນ, ນັກປະດິດຄິດແຕ່ງ ເຂົ້າຮ່ວມຂະບວນ
ການຂ້າງເທິງນີ້ດ້ວຍ.