Home ແຈ້ງການສໍາຄັນ ສ.ອາເມລິກາ ຈະປັບປ່ຽນ ບຸກຄະລາກອນ ທາງການທູດ ໃນ ສປຈີນ-ເຂດຮົງກົງ ກວມເອົາ 10%

ສ.ອາເມລິກາ ຈະປັບປ່ຽນ ບຸກຄະລາກອນ ທາງການທູດ ໃນ ສປຈີນ-ເຂດຮົງກົງ ກວມເອົາ 10%

0

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 20 ກຸມພາ ເຊົາໄຊນາ ມໍຣນິງ ຟົສ (South China Morning Post) ລາຍງານໂດຍອ້າງຕາມຂໍ້ມູນຈາກແຫລ່ງຂ່າວວ່າ: ກະຊວງການຕ່າງປະເທດ ສ.ອາເມລິກາ ມີແຜນຈະປັບປ່ຽນຈຳນວນບຸກຄະລາກອນການທູດ ສ.ອາເມລິກາ ໃນສປຈີນ ແລະ ເຂດຮົງກົງ ປະມານ 10% ໂດຍຈະຄວບຄຸມທັງເຈົ້າໜ້າທີ່ການທູດ ຊາວສ.ອາເມລິກາ ແລະ ບຸກຄະລາກອນທ້ອງຖິ່ນ , ຊຶ່ງຜູ້ທີ່ຕ້ອງພົ້ນຈາກຕຳແໜ່ງ ກ່ອນກຳນົດຈະໄດ້ຮັບອີເມລແຈ້ງໃຫ້ຮູ້ຢ່າງໄວທີ່ສຸດ ໃນວັນທີ 21 ກຸມພານີ້.

ມາດຕະການດັ່ງກ່າວຈະສົ່ງຜົນກະທົບຕໍ່ບຸກຄະລາກອນທາງການທູດ ປະຈຳສະຖານເອກອັກຄະລັດຖະທູດ ສ.ອາເມລິກາ ໃນນະຄອນຫລວງປັກກິ່ງ , ສະຖານກົງສູນ ໃນເມືອງກວາງໂຈວ , ເມືອງຊຽງໄຮ້, ເມືອງເສີນຫຍາງ, ເມືອງອູ່ຮັ່ນ ແລະ ສະຖານ ກົງສູນປະຈຳເຂົດຮົງກົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version