“ຄະນະຮັບຜິດຊອບຕິດຕາມ ກວດກາ ແລະ ຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດ ໃນການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ຢູ່ຕາມຈຸດຊາຍແດນໃນຂອບເຂດທົ່ວປະເທດ ລົງຊຸກຍູ້ ຕິດຕາມ ກວດກາ ຈຸດເຊື່ອມຕໍ່ຕົວຈິງ ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1” ເພື່ອເປັນການຈັດຕັ້ງປະຕິບັດຄຸ້ມຄອງສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ເປັນການສົ່ງເສີມຜູ້ທີ່ດຳເນີນທຸລະກິດຢ່າງຖືກຕ້ອງ ແລະ ປະຕິບັດມາດຕະການຢ່າງເດັດຂາດຕໍ່ຜູ້ລະເມີດ ເພື່ອຮັບປະກັນຄວາມປອດໄພທາງດ້ານໄຊເບີ, ປ້ອງກັນການຫຼອກລວງຂອງກຸ່ມຄົນບໍ່ດີ, ກຸ່ມແກ້ງຄໍເຊັນເຕີຕ່າງໆ. ດັ່ງນັ້ນ, ວັນທີ 14 ກຸມພາ 2025 ຄະນະຮັບຜິດຊອບຕິດຕາມ, ກວດກາ ແລະ ຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດ ໃນການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ຢູ່ຕາມຈຸດຊາຍແດນໃນຂອບເຂດທົ່ວປະເທດ ໄດ້ລົງຊຸກຍູ້ ແລະ ຕິດຕາມການກວດກາຈຸດເຊື່ອມຕໍ່ຕົວຈິງ ຢູ່ທີ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເຊິ່ງນໍາພາໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ຄື: ອົງການດັດສົມໂທລະຄົມມະນາຄົມ, ສູນອິນເຕີເນັດແຫ່ງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຄະນະຄຸ້ມຄອງຂົວ ແລະ ບັນດາບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ.
ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ກ່າວວ່າ: ຈຸດປະສົງໃນການລົງຊຸກຍູ້ ແລະ ຕິດຕາມ ການກວດກາຈຸດເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃນຄັ້ງນີ້ ແມ່ນເພື່ອກວດກາ ແລະ ປ້ອງກັນການເຊື່ອມຕໍ່ທີ່ຜິດກົດໝາຍ ແລະ ລະບຽບການທີ່ກໍານົດໄວ້, ຮັບປະກັນຄວາມປອດໄພທາງດ້ານໄຊເບີ, ປ້ອງກັນການຫຼອກລວງຂອງກຸ່ມຄົນບໍ່ດີ, ກຸ່ມແກ້ງຄໍເຊັນເຕີຕ່າງໆ ພ້ອມທັງຊຸກຍູ້ສົ່ງເສີມການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທົ່ວສັງຄົມສາມາດເຂົ້າເຖິງໄດ້.
ບັນດາບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ບໍລິສັດ ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ ສປປ ລາວ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ກ່ຽວກັບການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ໂດຍຜ່ານບັນດາຈຸດເຊື່ອມຕໍ່ກັບຕ່າງປະເທດ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍານົດຢ່າງເຂັ້ມງວດ.
(ຂ່າວ: ນາງ ຄອນສະຫວັນ)
(ພາບ: ແສງສລຸີ)